ມີຄະນະປະຈຳພັກ, ຄະນະກວດກາ, ພະນັກງານຫຼັກແຫຼ່ງ ແລະ ສະມາຊິກພັກ-ພະນັກງານພາຍໃນ ຫສພ ເຂົ້າຮ່ວມ.
ທ່ານ ຄຳສິງ ມາມຸກດາ ຮອງປະທານຄະນະກວດກາ ຫສພ, ຫົວໜ້າກົມກວດກາ ໄດ້ສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ຂອງ ຫສພ ແລະ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງຄະນະກວດກາອົງຄະນະພັກ ຫສພ; ໃນນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອນຄຳເຫັນໃສ່ບົດລາຍງານດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ເພື່ອເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານດັ່ງກ່າວໄດ້ຮັບຜົນສຳເລັດ.
ໂອກາດດັ່ງກ່າວ, ທ່ານ ວັນໄຊ ແພງຊຸມມາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຍາດຜົນສຳເລັດມາໄດ້ໃນໄລຍະທີ່ຜ່ານມາ ແລະ ເພື່ອສືບຕໍ່ສຸມໃສ່ທິດທາງໃນຕໍ່ໜ້າ ໃຫ້ກ້າວຂຶ້ນຢ່າງແຂງແຮງຄະນະພັກ, ຄະນະກວດກາ ຫສພ ຕ້ອງເປັນເຈົ້າການສຶກສາອົມຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຊື່ອມຊຶມຮັບຮູ້, ເຂົ້າໃຈແຈ້ງເຖິງພາລະບົດບາດ, ສິດໜ້າທີ່ ຄວາມຮັບຜິດຊອບ, ຄວາມສໍາຄັນຂອງວຽກງານກວດກາພັກ, ກວດກາລັດ ໃຫ້ຫຼາຍຂຶ້ນ; ຕ້ອງສຸມໃສ່ກວດກາ ແລະ ແກ້ໄຂບັນຫາການເຊື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ກໍຄືມານະຈິດປະຕິວັດ ໃນຖັນແຖວສະມາຊິກພັກ-ພະນັກງານໃນແຕ່ລະກົມກອງ, ຍົກສູງຂີດຄວາມສາມາດຂອງຄະນະພັກ, ສະມາຊິກພັກແຕ່ລະກົມກອງ ໃນການນໍາພາແກ້ໄຂບັນຫາທີ່ເກີດຂຶ້ນຢູ່ແຕ່ລະບ່ອນ ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີການຫັນປ່ຽນທີ່ຈະແຈ້ງ; ຄະນະກວດກາຕ້ອງໄດ້ເອົາໃຈໃສ່ ຕິດຕາມການປະຕິບັດໜ້າທີ່ການເມືອງຂອງບັນດາກົມ ໂດຍສະເພາະແມ່ນການປະຕິບັດພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບຂອງກົມ, ການປະຕິບັດມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ຢູ່ບັນດາໜ່ວຍພັກ ກໍຄືກົມໃຫ້ຖືກຕ້ອງສອດຄ່ອງແທດເໝາະກັບເງື່ອນໄຂສະພາບຕົວຈິງ, ຕິດຕາມ-ກວດກາຄືນການປັບປຸງສັບຊ້ອນກົງຈັກການຈັດຕັ້ງ, ການຈັດວາງພະນັກງານຄືນໃໝ່ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງຄະນະກວດກາ ສອດຄ່ອງກັບລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ; ເພີ່ມທະວີຫັນການກວດກາເປັນທັນສະໄໝ, ເຂົ້າໃນການກວດກາ ເພື່ອຄວາມສະດວກ, ວອງໄວ ແລະ ຊັດເຈນ ກ່ວາເກົ່າ.
(ຂ່າວ-ພາບ: ສຳນານ)
ຄໍາເຫັນ