ຫ້ອງວ່າການສູນກາງພັກຮັບຟັງປາຖະກະຖາວັນສຳຄັນຂອງຊາດ

ຫ້ອງວ່າການສູນກາງພັກຮັບຟັງປາຖະກະຖາວັນສຳຄັນຂອງຊາດ
ໃນຕອນເຊົ້າທີ29ພະຈິກນີ້ ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງຮັບຟັງປາຖະກະຖາ ວັນສຳຄັນຄື:ວັນປະກາດເອກກະລາດ ຄົບຮອບ78ປີ(12ຕຸລາ1945 -12ຕຸລາ2023),ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 78ປີ(12ຕຸລາ1945 -12ຕຸລາ2023),ວັນຊາດທີ 2 ທັນວາ ຄົບຮອບ48ປີ (2ທັນວາ1975–2ທັນວາ2023)ແລະວັນຄ້າຍວັນເກີດຂອງ ປະທານໄກສອນ ພົມວິຫານ ຄົບຮອບ103ປີ (13ທັນວາ1920-13ທັນວາ2023) ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານສະຫາພັນນັກຮົບເກົ່າ ແຫ່ງຊາດລາວ ຊຶ່ງມີຄະນະພັກ,ຄະນະຫ້ອງວ່າການສູນກາງພັກແລະຄະນະກົມພ້ອມດ້ວພະນັກງານພາຍໃນຫ້ອງວ່າການເຂົ້າຮ່ວມ.
ທ່ານ ພົວ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຫັນບາງຕອນວ່າ:ກ່ອນໜ້ານີ້ຫຼາຍສິບປີ ຄື:ວັນທີ12ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນເພື່ອປະກາດຄວາມເປັນເອກະລາດຂອງຊາດລາວເຮົາເປັນຄັ້ງທຳອິດຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າແລະພວກຮຸກຮານຕ່າງດ້າວ.ວັນດັ່ງກ່າວນັ້ນ ໄດ້ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານ,ດ້ວຍຄວາມສາມັກຄີແລະການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບແລະປະຊາຊົນເຮົາພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວຂອງພວກເຮົາແລະເປັນເຫດການໜຶ່ງທີ່ມີຄວາມໝາຍສຳຄັນໃນປະຫວັດສາດຂອງຊາດລາວເຮົາ,ດັ່ງນັ້ນ ໃນໂອກາດວັນປະກາດເອກະລາດ 12 ຕຸລາ1945ພວກເຮົາພ້ອມກັນລະນຶກແລະຮັບຮູ້ຢ່າງເລິກເຊິ່ງຕໍ່ກັບເຫດການສຳຄັນດັ່ງກ່າວ.
ຕໍ່ກັບວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 78ປີ (12ຕຸລາ1945-12ຕຸລາ2023) ທ່ານພົວ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຫັນບາງຕອນວ່າ: ສປປ ລາວ ໄດມີສາຍພົວພັນທາງການທູດທັງໝົດ 148ປະເທດ ຈາກ193ປະເທດທົ່ວໂລກ,ມີສຳນັກງານຜູ້ຕາງໜ້າ ສປປ ລາວທີ່ຕ່າງປະເທດຈຳນວນ 41ແຫ່ງ,ໃນນີ້ມີສະຖານເອກອັກຄະລັດຖະທູດ 27ແຫ່ງ,ສຳນັກງານຜູ້ຕາງໜ້າຖາວອນ 3ແຫ່ງ,ສະຖານກົງສູນໃຫຍ່ 10 ແຫ່ງແລະຫ້ອງການກົງສູນ 1 ແຫ່ງ,ກົງສູນກິດມະສັກຂອງ ສປປ ລາວຢູ່ຕ່າງປະເທດ 12 ແຫ່ງ,ສະຖານທູດຕ່າງປະເທດທີ່ມີສຳນັກງານຢູ່ ສປປ ລາວ 28 ແຫ່ງ,ກົງສູນໃຫຍ່ 6 ແຫ່ງ,18 ອົງການຈັດຕັງທີ່ຂຶ້ນກັບລັດຖະບານແລະມີກົງສູນກິດຕິມະສັກ 18 ປະເທດປະຈຳຢູ່ລາວ,ນອກນັ້ນຍັງໄດ້ຮັບຟັງການປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48ປີ(2ທັນວາ1975-2ທັນວາ2023)ແລະວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ103ປີ(13ທັນວາ1920-13ທັນວາ2023).
ໂດຍຈຸດປະສົງກໍເພື່ອໃຫ້ຄະນະພັກ,ຄະນະຫ້ອງວ່າການສູນກາງພັກ,ຄະນະກົມຕະຫຼອດພະນັກງານພາຍໃນຫ້ອງວ່າການສູນກາງພັກເຫັນໄດ້ຄວາມໝາຍຄວາມສຳຄັນທີ່ເກີດຂຶ້ນໃນປະຫວັດສາດ ໂດຍສະເພາະແມ່ນປະຫວັດຄວາມເປັນມາ,ຊີວິດການເຄື່ອນໄຫວຂອງການນຳທີ່ມີມູນເຊື້ອອັນພິລະອາດຫານ,ມູນເຊື້ອຄວາມເປັນແບບຢ່າງອັນປະເສີດແລະບົດຮຽນອັນລໍ້າຄ່າມາຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະຂອງຕົນເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.
ຂ່າວ-ພາບ:ສັງກິ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ