ຮອງປະທານ ສນຊ ລົງຊຸກຍູ້ກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດ

ຮອງປະທານ ສນຊ ລົງຊຸກຍູ້ກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດ
ເມື່ອບໍ່ດົນມານີ້, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແນວລາວສ້າງຊາດ ຢູ່ 4 ແຂວງ ຄື: ແຂວງໄຊສົມບູນ, ແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງບໍລິຄຳໄຊ. 
ໃນວາລະການເຄື່ອນໄຫວ ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ເຂົ້າພົບປະຢ້ຽມຢາມທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ພົບປະ ທ່ານ ວົງສອນ ອິນປານພິມ ຮອງເລຂາພັກແຂວງໄຊສົມບູນ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ທ່ານ ບຸນໂຮມ ເທດທານີ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງຊຽງຂວາງ ແລະ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງຫົວພັນ ຜູ້ຊີ້ນຳວຽກງານພັກ-ພະນັກງານ ເພື່ອລາຍງານຈຸດປະສົງການເຄື່ອນໄຫວເຮັດວຽກ ໃນຄັ້ງນີ້ ໃຫ້ໄດ້ຮັບຊາບ. ພ້ອມກັນນັ້ນ, ຄະນະກໍໄດ້ພົບປະ ແລະ ເຮັດວຽກກັບຄະນະກຳມະການແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ 4 ແຂວງດັ່ງກ່າວ. ພ້ອມທັງໄດ້ຮັບຟັງການລາຍງານກ່ຽວກັບຜົນງານທີ່ພົ້ນເດັ່ນ ໃນການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ໃນໄລຍະຜ່ານມາ, ທິດທາງແຜນການໃນຕໍ່ໜ້າ ແລະ ວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດ ຢູ່ແຂວງ ແລະ ບັນດາເມືອງ ໂດຍຫຍໍ້ຈາກ ທ່ານ ບຸນຄຳ ໄຊເຍ່ຍລໍ່ວື່ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ທ່ານ ເລັ່ງຊົ່ງ ຕົ່ງສີ ປະທານແນວລາວສ້າງຊາດແຂວງໄຊສົມບູນ, ທ່ານ ນາງ ບົວສີ ນາຖາວົງ ປະທານແນວລາວສ້າງຊາດແຂວງຊຽງຂວາງ ແລະ ທ່ານ ວົງເພັດ ກຽນສິງຮັກ ປະທານແນວລາວສ້າງຊາດແຂວງຫົວພັນ.
ການເຄື່ອນໄຫວເຮັດວຽກໃນຄັ້ງນີ້ ຄະນະໄດ້ເຜີຍແຜ່ບາງເອກະສານທີ່ສໍາຄັນ ຄື: ແຈ້ງການເລກທີ 17/ຄປຈ ກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດ ໄລຍະ 5 ປີ 2024-2029, ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໄລຍະໃໝ່, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 19/ຄລສພ ລົງວັນທີ 30 ມິຖຸນາ 2015 ກ່ຽວກັບບຸກຄະລາກອນຂອງແນວລາວສ້າງຊາດຂັ້ນທ້ອງຖິ່ນ, ດໍາລັດເລກທີ 203/ລບ ລົງວັນທີ 4 ກໍລະກົດ 2017 ວ່າດ້ວຍຕໍ່າແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ, ດໍາລັດເລກທີ 461/ລບ ລົງວັນທີ 9 ຕຸລາ 2012 ວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານ ຂອງລັດຖະກອນ ແຫ່ງ ສປປ ລາວ. ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບາງເນື້ອໃນຂອງເອກະສານ ແລະ ຕາມຄໍາຖາມເຈາະຈີ້້ມຂອງທ່ານຮອງປະທານສູນກາງແນວລາວສ້າງຊາດ ຕື່ມອີກ.
ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ໄດ້ມີຄໍາເຫັນເນັ້ນຕື່ມວ່າ: ໃຫ້ແນວລາວສ້າງຊາດ ແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ເຊື່ອມຊຶມແນວທາງນະໂຍບາຍ ແລະ ນິຕິກຳຕ່າງໆ ຂອງພັກ, ຂອງລັດ, ຂອງແນວລາວສ້າງຊາດ ແລະ ບັນດາແຜນງານ, ໂຄງການ ແລະ ກິດຈະກຳຕ່າງໆ ທີ່ກອງປະຊຸມໃຫຍ່ຂອງແນວລາວສ້າງຊາດ ແຕ່ລະຂັ້ນໄດ້ກຳນົດ ເພື່ອກຳແໜ້ນໃຫ້ເລິກຊິ່ງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈີງ ຢ່າງແຂງແຮງ ໂດຍສະເພາະການກະກຽມດ້ານເນື້ອໃນ, ດ້ານບຸກຄະລາກອນ ແລະ ຂະບວນການ; ສືບຕໍ່ຍູ້ແຮງຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ເລກທີ 388 ລົງວັນທີ 12 ກັນຍາ 2023 ວ່າດ້ວຍການຮັບຮອງຂໍ້ແຂ່ງຂັນຮັກຊາດ ແລະພັດທະນາ; ຈັດຕັ້ງຜັນຂະຫຍາຍເນື້ອໃນ 4 ການຫັນປ່ຽນ, 4 ຮ່ວມ ແລະ 4 ເສີມສ້າງ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃຫ້ເປັນຂະບວນການຟົດຟື້ນ; ຍູ້ແຮງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສືບຕໍ່ປຸກລະດົມປະຊາຊົນໃຫ້ທຳການຜະລິດກະສິກຳ ເປັນສິນຄ້າ ຢ່າງແຂງແຮງ, ນຳໃຊ້ຜະລິດຕະພັນຂອງລາວ ແລະ ພ້ອມກັນຊ່ວຍກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນໃນສັງຄົມ.(ຂ່າວ:ສນຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ