ຮອງປະທານ ສນຊ ຍົກໃຫ້ເຫັນພາລະບົດບາດ ມູນເຊື້ອ ອັນສະຫງ່າງາມ ຂອງແນວລາວສ້າງຊາດ

ຮອງປະທານ ສນຊ ຍົກໃຫ້ເຫັນພາລະບົດບາດ ມູນເຊື້ອ ອັນສະຫງ່າງາມ ຂອງແນວລາວສ້າງຊາດ

ຮອງປະທານ ສນຊ ຍົກໃຫ້ເຫັນພາລະບົດບາດ ມູນເຊື້ອ ອັນສະຫງ່າງາມ ຂອງແນວລາວສ້າງຊາດ
ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນແລກປ່ຽນບົດຮຽນ ກັບພະນັກງານນຳພາ-ຄຸ້ມຄອງ ໃນຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ຊຸດທີ XXI ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນວັນທີ 7 ກໍລະກົດ ນີ້.
ຮອງປະທານ ສນຊ ຍກໃຫເຫນພາລະບດບາດ ມນເຊອ ອນສະຫງາງາມ ຂອງແນວລາວສາງຊາດ - image 1
 
ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ຍົກໃຫ້ເຫັນຄວາມສຳນຶກກ່ຽວກັບແນວລາວສ້າງຊາດ, ທີ່ຕັ້ງ, ພາລະບົດບາດ ຂອງກຳມະການແນວລາວສ້າງຊາດ, ໂຄງປະກອບບຸກຄະລາກອນ ຂອງແນວລາວສ້າງຊາດ, ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດ ຕໍ່ແນວລາວສ້າງຊາດ, ການປະຕິບັດພາລະບົດບາດ ຂອງຄະນະກໍາມະການແນວລາວສ້າງຊາດ ໄລຍະຜ່ານມາ ແລະ ມູນເຊື້ອອັນສະຫງ່າງາມ ຂອງແນວລາວສ້າງຊາດ; ໃນນີ້, ໄດ້ຍົກໃຫ້ເຫັນເນື້ອໃນ 4 ການຫັນປ່ຽນ ທີ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XI ໄດ້ຮັບຮອງເອົາ ເປັນຕົ້ນສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ຕໍ່ວຽກງານແນວໂຮມໃນໄລຍະໃໝ່ໃຫ້ເລິກເຊິ່ງ, ຍົກສູງບົດບາດການເຄື່ອນໄຫວຂອງແນວລາວສ້າງຊາດແຕ່ລະຂັ້ນ, ສ້າງການຫັນປ່ຽນໃໝ່ດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນ ແລະ ຫັນປ່ຽນດ້ານຮູບແບບຕ່າງໆ, ການຮ່ວມສໍາພັນ ລະຫວ່າງ ອົງການພາຄີດ້ວຍກັນ; ພ້ອມທັງຍົກໃຫ້ເຫັນເນື້ອໃນ 9 ຂໍ້ແຂ່ງຂັນ ເປັນຕົ້ນວ່າ: ຍູ້ແຮງແຂ່ງຂັນຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ; ຂະບວນການຮັກບ້ານເກີດ; ຂະບວນການເປັນເຈົ້າພາບທີ່ດີ ຕ້ອນຮັບກອງປະຊຸມອາຊຽນ ຄັ້ງທີ 24 ທີ່ ສປປ ລາວ ເປັນເຈົ້າພາບ; ຂະບວນການ ຄົນລາວຜະລິດ ແລະ ຊື້ສິນຄ້າລາວ; ຂະບວນການ 4 ເສີມສ້າງ (ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄຸນນະວຸດ ແລະ ເສີມສ້າງຄຸນນະທໍາ);
 ການຂຶ້ນຫ້ອງແລກປ່ຽນບົດຮຽນ ຄັ້ງນີ້, ໄດ້ມີການຖາມ-ຕອບ, ສົນທະນາ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ກ່ຽວກັບເນື້ອໃນຢ່າງກົງໄປກົງມາ, ໄດ້ຮັບຊົມວິດີໂອສາລະຄະດີ ມູນເຊື້ອແນວລາວສ້າງຊາດ ແລະ ບົດເພງ ແນວລາວວັນໃໝ່ (ເພງ 75 ປີ ແນວລາວສ້າງຊາດ) ເຮັດໃຫ້ມີບັນຍາກາດຟົດຟື້ນ ແລະ ບັນຍາກາດແຫ່ງຄວາມຮັກແພງສາມັກຄີ. 
(ຂ່າວ: ພ. ພຽງ - ພາບ: ລິຄິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຳມະນາການເສີມສ້າງບຸກຄະລິກກະພາບຈາກພາຍໃນສູ່ພາຍນອກ

ສຳມະນາການເສີມສ້າງບຸກຄະລິກກະພາບຈາກພາຍໃນສູ່ພາຍນອກ

ກອງປະຊຸມສຳມະນາ ໃນຫົວຂໍ້ “ການເສີມສ້າງບຸກຄະລິກກະພາບຈາກພາຍໃນສູ່ພາຍນອກ ແລະ ໃຫ້ຄວາມຮູ້ດ້ານສຸຂະພາບ (ພະຍາດມະເຮັງ) ແລະ ຫຼັກການຮັບປະທານ ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້ ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສຳມະນາກອນເຂົ້າຮ່ວມ.
ຈົ່ງ​ຮ່ວມ​ກັນອະ​ນຸ​ລັກສັດນໍ້າ-ສັດປ່າ ເພື່ອຄວາມອຸດົມສົມບູນ​ຂອງ​ທຳ​ມະ​ຊາດ

ຈົ່ງ​ຮ່ວມ​ກັນອະ​ນຸ​ລັກສັດນໍ້າ-ສັດປ່າ ເພື່ອຄວາມອຸດົມສົມບູນ​ຂອງ​ທຳ​ມະ​ຊາດ

ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມ​ສົມ​ບູນໄປດ້ວຍຊັບພະຍາກອນທໍາມະຊາດ, ຊັບໃນດິນສິນໃນນໍ້າ, ແຕ່​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ເຫຼົ່າ​ນັ້ນນັບ​ມື້​ບົກ​ແຫ້ງ​ລົງ​​ດ້ວຍ​ນ້ຳ​ມື​ຂອງ​ມະ​ນຸດ ຈຶ່ງເຮັດ​ໃຫ້​ສັດ​ນ້ຳ-ສັດ​ປ່າຫຼາຍ​ຊະ​ນິດຫຼຸດ​ໜ້ອຍ​ຖອຍ​ລົງ ແລະ ສັດຫຼາຍຊະ​ນິດ​ໃກ້​ຈະ​ສູນ​ພັນ​.
ຄຳມ່ວນ ມອບ-ໂອນ ວຽກງານສື່ມວນຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ

ຄຳມ່ວນ ມອບ-ໂອນ ວຽກງານສື່ມວນຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ

ວັນທີ 7 ກໍລະກົດນີ້ ທີ່ຫ້ອງວ່າແຂວງຄໍາມ່ວນ ໄດ້ມີພິທີມອບ-ໂອນ ວຽກງານສື່ມວນຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ. ໂດຍການເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາຕາງໜ້າພະແນກການ, ການນໍາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະນຳທະນາຄານນະໂຍບາຍ ເຄື່ອນໄຫວຢູ່ປາກຊ່ອງ

ຄະນະນຳທະນາຄານນະໂຍບາຍ ເຄື່ອນໄຫວຢູ່ປາກຊ່ອງ

ໃນທ້າຍເດືອນມິຖຸນາຜ່ານມານີ້, ທ່ານ ບຸນຊອດ ຟອງສະໜິດ ຮອງຜູ້ອໍານວຍການໃຫຍ່ ທະນາຄານນະໂຍບາຍ ແລະ ທ່ານ ຄອນສະຫວັນ ສິງສະຫວັນ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ ແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຮ່ວມກັນເຄື່ອນໄຫວເຮັດວຽກເກັບກຳ ແລະ ຕິດຕາມ ຜົນການສະໜອງສິນເຊື່ອຢູ່ບ້ານ 3 ສ້າງ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ໂດຍມີທ່ານ ນາງ ບົວລອນ ໝື່ນຫຼວງ ຮອງເຈົ້າເມືອງປາກຊ່ອງ, ອົງການປົກຄອງ, ຫົວໜ້າກຸ່ມຜະລິດ ແລະ ປະຊາຊົນບ້ານກອງຕູ່ນ ເຂົ້າຮ່ວມ.
ແມ່ຍິງແຂວງວຽງຈັນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ ໄດ້ຮັບຜົນສຳເລັດເປັນຢ່າງດີ

ແມ່ຍິງແຂວງວຽງຈັນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ ໄດ້ຮັບຜົນສຳເລັດເປັນຢ່າງດີ

ທ່ານ ນາງ ສົມພອນ ສຸທໍາມະວົງ ຮອງປະທານສະຫະພັນແມ່ຍິງແຂວງວຽງຈັນ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນໃນໄລຍະຜ່ານມາ ຕໍ່ສື່ມວນຊົນສູນກາງ ແລະ ທ້ອງຖິ່ນ ເມື່ອບໍ່ດົນມານີ້ທີ່ ແຂວງວຽງຈັນວ່າ: ຜ່ານມາສະຫະພັນແມ່ຍິງແຂວງວຽງຈັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ ໄດ້ຮັບຜົນສໍາເລັດເປັນຢ່າງດີ ໂດຍສະ ເພາະໄດ້ສົມທົບກັບກົມພັດທະນາສູນກາງສະຫະພັນແມ່ຍິງລາວ ກໍຄືພະແນກສາທາລະນະສຸກແຂວງພ້ອມກັນລົງເຄື່ອນໄຫວ, ເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ຈຳນວນ 4 ບ້ານຂອງເມືອງໝື່ນ.
ປັບປຸງເນື້ອໃນຂໍ້ຕົກລົງການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ

ປັບປຸງເນື້ອໃນຂໍ້ຕົກລົງການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ

(ສພຊ) - ກອງປະຊຸມຄົ້ນຄວ້າ ແລະ ປັບປຸງເນື້ອໃນຂໍ້ຕົກລົງຂອງກໍາມາທິການຍຸຕິທໍາ (ກມຍທ) ວ່າດ້ວຍການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໂດຍການເປັນປະທານຂອງທ່ານນາງ ທຸມມາລີ ວົງພະຈັນ ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະທານກໍາມາທິການຍຸຕິທໍາ, ເຂົ້າຮ່ວມມີບັນດາທ່ານຮອງປະທານກໍາມາທິການ, ຄະນະກົມ, ຄະນະພະແນກ ແລະ ພະນັກງານພາຍໃນ ກມຍທ.
ກົມໂຄສະນາ ຄອສພ ແລະ ກົມອົບຮົມ ສຊປລ ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານວິຊາສະເພາະນຳກັນ

ກົມໂຄສະນາ ຄອສພ ແລະ ກົມອົບຮົມ ສຊປລ ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານວິຊາສະເພາະນຳກັນ

ຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມໂຕະມົນ ຂອງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ກົມໂຄສະນາ ແລະ ກົມອົບຮົມຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ການເຄື່ອນໄຫວວຽກງານວິຊາສະເພາະ ຊຶ່ງກັນ ແລະ ກັນ,​ ເປັນກຽດເຂົ້າຮ່ວມມີ​ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມໂຄສະນາ,​ ທ່ານ ສຸລິຍາ ແກ້ວພິລາວົງ ເລຂາທິການ ຄະນະພັກ ຫົວໜ້າກົມອົບຮົມ ສຊປລ ແລະ​ ພະນັກງານທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.
ເມືອແກ່ນທ້າວ ເປັນເຈົ້າພາບຈັດງານປະ​ກວດ​ດົນ​ຕີ ແລະ ຂັບ​ລຳ​ທ້ອງ​ຖິ່ນ

ເມືອແກ່ນທ້າວ ເປັນເຈົ້າພາບຈັດງານປະ​ກວດ​ດົນ​ຕີ ແລະ ຂັບ​ລຳ​ທ້ອງ​ຖິ່ນ

ງານປະ​ກວດ​ດົນ​ຕີ ແລະ ຂັບ​ລຳ​ທ້ອງ​ຖິ່ນ​ພື້ນ​ເມືອງ​ລາວ (4 ເມືອງ​ໃຕ້) ເພື່ອຕ້ອນຮັບກອງ​ປະ​ຊຸມ​ໃຫຍ່​ ຜູ້​ແທນ​ອົງ​ຄະ​ນະ​ພັກ​ແຂວງ​ໄຊ​ຍະ​ບູ​ລີ ຄັ້ງ​ທີ VIII ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້ ຢູ່ທີ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈິນ​ດາ ກະ​ທາ​ທອງ ຮອງເລ​ຂາ​ພັກ​ເມືອງ​ແກ່ນ​ທ້າວ, ທ່ານ ກອງໄລ ວິໄລພອນ ຮອງຫົວໜ້າພະແນກພະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ມີບັນດາແຂກຖືກເຊີນ, ນັກສະແດງຈາກເມືອງແກ່ນທ້າວ, ເບໍ່ແຕນ, ປາກລາຍ ແລະ ເມືອງທົ່ງມີໄຊ.
ເຜີຍແຜ່ຜົນງານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງຂອງແຂວງໄຊຍະບູລີ

ເຜີຍແຜ່ຜົນງານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງຂອງແຂວງໄຊຍະບູລີ

ໃນຕອນເຊົ້າວັນທີ 4 ກໍລະກົດ ນີ້, ທ່ານ ຄຳມອນ ຈັນທະຈິດ ຮອງປະທານຜູ້ປະຈຳການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຜີຍແຜ່ຜົນງານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງຂອງແຂວງໄຊຍະບູລີ ໃນໂອກາດທີ່ເຂົ້າຮ່ວມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ໄຊຍະບູລີ ແລະ ມີຜູ້ເຂົ້າຮ່ວມຈຳນວນ 146 ຄົນ.
ງານຕະຫຼາດນັດແຮງງານຄັ້ງທີ IV ແລະ ສົ່ງເສີມວິສາຫະກິດ

ງານຕະຫຼາດນັດແຮງງານຄັ້ງທີ IV ແລະ ສົ່ງເສີມວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະພາການຄ້າກວາງຊີ ປະຈຳ ສປປ ລາວ ຈັດງານຕະຫຼາດນັດແຮງງານຄັ້ງທີ IV ປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 4-5 ກໍລະກົດນີ້ ທີ່ ມຊ ເປັນກຽດເຂົ້າຮ່ວມຂອງທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມຊ, ທ່ານ ເສິນຈ້າວຫຼິນ ຫົວໜ້າຄະນະດໍາເນີນງານສະພາການຄ້າກວາງຊີປະຈໍາລາວ, ບັນດາລັດວິສາຫະກິດ ແລະ ບໍລິສັດລາວ-ຈີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ