ຮອງປະທານ ສນຊ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງພີ່ນ້ອງເຊື້ອຊາດລາວ

ຮອງປະທານ ສນຊ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງພີ່ນ້ອງເຊື້ອຊາດລາວ
ທ່ານນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງພີ່ນ້ອງຄະນະນັກກິລາເຊື້ອຊາດລາວ ຈາກ ປະເທດການາດາ ໃນວັນທີ 27 ທັນວານີ້ທີ່ ສນຊ,ນໍາໂດຍ ທ່ານ ພູເງິນ ສິອະໂນໄທກຳມະການ ສນຊ ຢູ່ ປະເທດການາດາ ພ້ອມດ້ວຍຄະນະ.
ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຍິນດີຕ້ອນຮັບ ຄະນະທີ່ມາຢາມບ້ານເກີດເພື່ອເປັນການສັນລະເສີນຈິດໃຈ ຮັກເຊື້ອແພງຊາດ ຂອງພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ. ພ້ອມກັນນີ້, ທ່ານຍັງໄດ້ໃຫ້ຮູ້ວ່າ: ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສຳພັນທາງການເມືອງ ຂອງທົ່ວສັງຄົມ, ເປັນສະຫະພັນຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງສັງຄົມ, ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ ມີພາລະບົດບາດຕົ້ນຕໍໃນການເປັນຫຼັກແຫຼ່ງ ເຕົ້າໂຮມຄວາມສາມັກຄີປອງດອງ ຄວາມເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ລວມທັງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ; ສຶກສາອົບຮົມ, ປຸກລະດົມ, ຂົນຂວາຍ ແລະ ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຕິດຕາມ ແລະ ໃຫ້ຄຳປຶກສາ ໃນການປະຕິບັດສິດ, ໜ້າທີ່, ການປະຕິບັດກົດໝາຍ ແລະ ລະບຽບການ ຂອງອົງການພາຄີ; ຕິດຕາມ ແລະ ໃຫ້ຄຳປຶກສາ, ສະເໜີແນະຕໍ່ການຈັດຕັ້ງການເມືອງ-ສັງຄົມ, ບຸກຄົນ ແລະ ນິຕິບຸກຄົນ ໃນການເຄື່ອນໄຫວ ຂອງອົງການອຳນາດລັດ.
ສໍາລັບພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ, ແນວລາວສ້າງຊາດ ພວມສຸມໃສ່ ໃຫ້ການຮ່ວມມື ແລະ ເສີມຂະຫຍາຍບົດບາດຂອງທີ່ປຶກສາ, ຜູ້ຮ່ວມງານຢູ່ຕ່າງປະເທດ ເປັນຜູ້ເຕົ້າໂຮມຄວາມສາມັກຄີພີ່ນ້ອງຄົນເຊື້ອຊາດລາວຜູ້ຢູ່ອ້ອມຂ້າງຂອງຕົນ; ສ້າງເງື່ອນໄຂສະດວກໃຫ້ພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດໃນການໄປມາຫາສູ່, ການດໍາເນີນກິດຈະກໍາທາງດ້ານສາສະໜາ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ການລົງທຶນ, ກໍຄືນໍາໃຊ້ຄວາມຮູ້ຄວາມສາມາດທາງດ້ານເຕັກນິກວິຊາການຕ່າງໆເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດ; ສົ່ງເສີມໃຫ້ລູກຫຼານເຊື້ອຊາດລາວຮູ້ຮັກສາຄຸນຄ່າວັດທະນະທຳ, ພາສາຂອງຊາດ, ສ້າງມິດຕະພາບ ແລະ ຍາດແຍ່ງເອົາບົດຮຽນປະສົບການ, ວິທະຍາສາດເຕັກໂນໂລຊີໃໝ່ຂອງປະເທດທີ່ຕົນຢູ່ ແລະ ຫັນໜ້າມາປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ຫຼາຍກວ່າເກົ່າ; ພ້ອມກັນນັ້ນ, ແນວລາວສ້າງຊາດ ພ້ອມທີ່ຈະສະໜອງຂໍ້ມູນຂ່າວສານທີ່ຈໍາເປັນກ່ຽວກັບການໄປ-ມາຫາສູ່, ຕັ້ງໜ້າຮັບຟັງ ແລະ ພິຈາລະນາຂໍ້ຄິດເຫັນຂອງພີ່ນ້ອງເຊື້ອຊາດລາວຢ່າງສ້າງສັນ ແລະ ກວ້າງຂວາງກວ່າເກົ່າ, ເອົາໃຈໃສ່ອໍານວຍຄວາມສະດວກໃນການເຂົ້າມາ ສປປ ລາວ. ພິເສດ ແມ່ນແນວລາວສ້າງຊາດ ກຳລັງລະດົມຂະບວນການຮັກບ້ານເກີດ ຊຶ່ງເປັນຂະບວນການທີ່ລະດົມໃຫ້ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ມາຮ່ວມກັນຕອບບຸນແທນຄຸນ ບ່ອນຝັງສາຍແຮ່ ບ່ອນແຜ່ສາຍບື ຂອງຕົນ ດ້ວຍວິທີການຕ່າງໆ ຕາມເງື່ອນໄຂ ແລະ ຄວາມສາມາດຂອງແຕ່ລະທ່ານ ນອກຈາກນັ້ນ, ຄະນະໄດ້ເຂົ້າຢ້ຽມຊົມທັດສະນະສຶກສາຫໍມູນເຊື້ອແນວລາວສ້າງຊາດຕື່ມອີກ.
ຂ່າວ-ພາບ: ສຸວັນລີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ຜູ້ໂດຍສານທີ່ຮັກແພງທຸກທ່ານ

ຜູ້ໂດຍສານທີ່ຮັກແພງທຸກທ່ານ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປຸກລະດົມພະນັກງານເຮັດວຽກທັງເວັນ ແລະ ຄືນ ເພື່ອລົງເລິກກວດກາສະພາບແລວເສັ້ນທາງ, ອຸປະກອນກົນຈັກ ແລະ ສະຖານີລົດໄຟ ຢ່າງຖີ່ຖ້ວນຮອບດ້ານ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ເພີ່ມເຕີມ