ຮອງປະທານ ສພຊ ເຄື່ອນໄຫວເຮັດວຽກຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ

ຮອງປະທານ ສພຊ ເຄື່ອນໄຫວເຮັດວຽກຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ
ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ໃນວັນທີ ວັນທີ 1ຕຸລາ ນີ້, ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີຄະນະປະທານພາປະຊາຊົນແຂວງ ແລະ ພະແນກການກ່ຽວຂ້ອງຂັ້ນແຂວງຮ່ວມຕິດຕາມ.
    ທ່ານ ຫວາງ ຈ່ຽນຕົງ ຮອງອຳນວຍການບໍລິສັດຊີໂນ-ອາກຣີ ໂປຕາສ ໄດ້ລາຍງານສະພາບລວມການເຄື່ອນໄຫວຈັດຕັ້ງປະຕິບັດ ແລະ ດຳເນີນໂຄງການ ຊຶ່ງບໍລິສັດດັ່ງກ່າວແມ່ນໄດ້ຈົດທະບຽນສ້າງຕັ້ງໃນເດືອນພຶດສະພາ 2009 ທີ່ນະຄອນຫຼວງວຽງຈັນ ເປັນບໍລິສັດລະດັບສາກົນທີ່ດຳເນີນການຂຸດຄົ້ນ, ປຸງແຕ່ ແລະ ຈໍາໜ່າຍ ເກືອໂປຕາສ. ໃນປີ 2021 ແມ່ນໄດ້ຜະລິດທົດລອງ ແລະ ກາຍເປັນໂຄງການເກືອໂປຕາສລະດັບ 1 ລ້ານໂຕນທຳອິດໃນຂົງເຂດໃໝ່ຂອງການຜະລິດເກືອໂປຕາສໃນໂລກ ຊຶ່ງຜະລິດຕະພັນເກືອໂປຕາສຂອງບໍລິສັດຊີໂນ-ອາກຣີ ແມ່ນໄດ້ສົ່ງອອກຈໍາໜ່າຍໃນຫຼາຍປະເທດເຊັ່ນ: ຈີນ, ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ອິນເດຍ, ນິວຊີແລນ ແລະ ຍີ່ປຸ່ນ,  ໄດ້ສ້າງອິດທິພົນທີ່ພົ້ນເດັ່ນໃນຕະຫຼາດສາກົນ ໂດຍສະເພາະແມ່ນຕະຫຼາດເອເຊຍຕາເວັນອອກສ່ຽງໃຕ້. ປັດຈຸບັນກຳລັງການຜະລິດແມ່ນບັນລຸ 2 ລ້ານໂຕນຕໍ່ປີ, ໃນທ້າຍປີ 2023 ແມ່ນຈະບັນລຸ 3 ລ້ານໂຕນຕໍ່ປີ, ປີ 2025 ຈະບັນລຸ 5 ລ້ານໂຕນຕໍ່ປີ ແລະ ອະນາຄົດຈະບັນລຸ 10 ລ້ານໂຕນຕໍ່ປີ, ເພື່ອຕອບສະໜອງການບໍລິການຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ແກ່ອາຊີ ແລະ ທົ່ວໂລກຊຶ່ງໄດ້ຊຸກຍູ້ການສ້າງວຽກເຮັດງານທຳໃຫ້ແກ່ທ້ອງຖິ່ນ, ບໍລິສັດຍັງໄດ້ຈັດຕັ້ງດຳເນີນຫຼາກຫຼາຍກິດຈະກຳວິສາຫະກິດ ເພື່ອເສີມສ້າງທີມງານທີ່ສາມັກຄີກົມກຽວ ເພື່ອພ້ອມກັນພະຍາຍາມສູ້ຊົນໃຫ້ບັນລຸຄາດໝາຍ ໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາຍືນຍົງ. ນອກນີ້ໃນເຂດດັ່ງກ່າວຍັງຈະໄດ້ສ້າງເປັນສວນອຸດສາຫະກຳໝູນວຽນອັດສະລິຍະ ອາຊີໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກຳໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະ, ມີເນື້ອທີ່ລວມປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາ.
   ໃນໂອກາດນີ້ ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານທີ່ຮ່ວມຕິດຕາມ ຍັງໄດ້ມີຄໍາເຫັນ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວດຳເນີນທຸລະກິດຂອງໂຄງການ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວໃນທ້ອງຖິ່ນ ລວມເຖິງການປະກອບສ່ວນຊ່ວຍເຫຼືອສັງຄົມໃນດ້ານຕ່າງໆ ເປັນຕົ້ນພັດທະນາດ້ານພື້ນຖານໂຄງລ່າງຕ່າງໆໃຫ້ແກ່ບັນດາບ້ານໃນເຂດໂຄງການ, ການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍຄືແຂວງຄໍາມ່ວນ. ນອກນີ້ຍັງໄດ້ສະເໜີໃຫ້ບໍລິສັດ ຊ່ວຍຊຸກຍູ້ສົ່ງເສີມໃນການປະກອບສ່ວນສ້າງພື້ນຖານໂຄງລ່າງຂອງແຂວງທີ່ມີຄວາມຈໍາເປັນ ເປັນຕົ້ນການປະກອບສ່ວນປັບປຸງສ້ອມແປງເສັ້ນທາງ, ການຊຸກຍູ້ໃຫ້ບໍລິສັດຂອງລາວ ໄດ້ມີສ່ວນຮ່ວມໃນການພັດທະນາໂຄງການຕ່າງໆຂອງບໍລິສັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາບໍລິສັດຂອງລາວ, ການຊຸກຍູ້ໃຫ້ພໍ່ແມ່ປະຊາຊົນທຳການຜະລິດກະສິກຳ ເພື່ອສະໜອງຜົນຜະລິດໃຫ້ແກ່ໂຮງງານ ລວມເຖິງກິດຈະກຳຕ່າງໆ ເພື່ອສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນໃນເຂດໂຄງການ ແລະ ເຂດອື່ນໆຂອງແຂວງຄໍາມ່ວນ. ພ້ອມນີ້ຄະນະຂອງທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ເດີນທາງໄປກາບໄຫວ້ ແລະ ຊົມພິພິທະພັນ ທີ່ອະນຸສອນປະທານໂຮ່ຈິມິນ ຢູ່ບ້ານຊຽງຫວາງ ເມືອງໜອງບົກ. 
(ຂ່າວ: ກອງຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ