ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ປິງ ກິດນິກອນ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢ່າງຈົບງາມ ຊຶ່ງໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ການາດາ, ທັງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນພາລະກິດ ໃໝ່ຂອງຕົນ.
ທ່ານ ນາງ ປິງ ກິດນິກອນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງປະທານປະເທດ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄືບັນດາການນຳຂອງພັກ, ລັດ ຂອງ ສປປ ລາວ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານຂອງຕົນ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດການາດາ ຄົນໃໝ່ ຈະສືບຕໍ່ສຸມທຸກເຫື່ອແຮງ, ສະຕິປັນຍາຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ແຫຼ່ງຂ່າວ: ຂປລ
ຄໍາເຫັນ