ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ
ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ບຽມບາຊູເຣນ ຈຳສຣັງ (Byambasuren JAMSRAN) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວໃນວັນທີ 8 ພຶດສະພານີ້ ທີ່ທໍານຽບປະທານປະເທດ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

 

ໃນໂອກາດນີ້, ທ່ານ ຮອງປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ທ່ານທູດ ບຽມບາຊູເຣນ ຈຳສຣັງທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີກວ່າ ຢ່າງສະຫງ່າງາມ ແລະ ມີຜົນສໍາເລັດສູງຫຼາຍດ້ານ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ມີມາແຕ່ດົນນານ ທີ່ນັບມື້ໄດ້ຮັບການຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ, ພິເສດ ທ່ານທູດ ບຽມບາຊູເຣນຈຳສຣັງ, ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດ ເປັນຕົ້ນ ແມ່ນຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆ ຂອງສອງຝ່າຍ ແລະ ໄດ້ຊຸກຍູ້ໃຫ້ມີການລົງນາມໃນເອກະສານທີ່ກ່ຽວຂ້ອງກັບການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດຈຳນວນ 18 ສະບັບ. ນອກນັ້ນ, ທ່ານທູດ ບຽມບາຊູເຣນຈາສຣັງ ຍັງໄດ້ຊຸກຍູ້ບັນດາແຜນງານ, ໂຄງການການຮ່ວມມືຂອງສອງລັດຖະບານ ລາວ-ມົງໂກລີ ໃຫ້ມີຄວາມຕໍ່ເນື່ອງ, ຮັກສາໄດ້ບັນຍາກາດຂອງການຮ່ວມມື ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ມົງໂກລີ, ໂດຍສະເພາະຜົນສຳເລັດຢ່າງຈົບງາມຂອງ ກອງປະຊຸມຄະນະກຳມາທິການຮ່ວມມືດ້ານການຄ້າ, ເສດຖະກິດ,ວິທະຍາສາດ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະມົງໂກລີ ຄັ້ງທີ 12 ໃນລະຫວ່າງວັນທີ 26 - 28 ມັງກອນ2025, ທີ່ນະຄອນຫຼວງວຽງຈັນ. ພ້ອມນີ້, ທ່ານຮອງປະທານປະເທດ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນມົງໂກລີ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ມົງໂກລີ.

ທ່ານບຽມບາຊູເຣນຈຳສຣັງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ, ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ ໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດລາວ-ມົງໂກລີ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

ໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ເລີ່ມສຶກສາຄວາມເປັນໄປໄດ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ

ເລີ່ມສຶກສາຄວາມເປັນໄປໄດ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ

ວັນທີ 12 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມລິເລີ່ມຂັ້ນສູນກາງ ການສຶກສາຄວາມເປັນໄປໄດ້ ພາຍໃຕ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ ໂດຍການເປັນປະທານຮ່ວມຂອງທ່ານ ເດດສົງຄາມ ທໍາມະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ອາເມີ ຄາຣີ ຫົວໜ້າຝ່າຍຈັດຕັ້ງປະຕິບັດໂຄງການ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ວັນທີ 9 ມັງກອນຜ່ານມາ ທີ່ກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນຈັດພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ສຳລັບໂຄງການປັບປຸງໂຮງໝໍຢູ່ເຂດພາກໃຕ້ (ໂຮງໝໍແຂວງຈຳປາສັກໃນ​ມູນ​ຄ່າ 2,865,000,000 ເຢນ ຫຼື​ ປະ​ມານ 18,300,000 ໂດ​ລ​າ​ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ເດືອນມັງກອນ 2026 ຈົນເຖິງທ້າຍປີ 2028).
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນຕອນແລງຂອງວັນທີ 8 ມັງກອນ ນີ້ ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງສະຫວັນ ພົມວິການ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລ ຮວາຍ ຈູງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ຕາງໜ້າພິເສດຈາກ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມາຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ
ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ໃນຕອນບ່າຍວັນທີ 8 ມັງກອນ 2026, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ XII ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍນາງ ຟາງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເພື່ອມອບສານຊົມເຊີຍຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ພັກ ປປ ລາວ ໃນກອງປະຊຸມດັ່ງກ່າວ.
ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ໃນຕອນແລງຂອງວັນທີ 8 ມັງກອນ 2026, ທີ່ ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ຮວາຍ ຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງ ສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ.
ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ເນື່ອງໃນໂອກາດການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026, ບັນດາພັກການເມືອງຕ່າງປະເທດ, ຂະບວນການກອມມູນິດ, ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ໄດ້ສົ່ງສານອວຍພອນກອງປະຊຸມດັ່ງກ່າວ
ປະທານພັກຣັດເຊຍເອກະພາບ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປປ ລາວ

ປະທານພັກຣັດເຊຍເອກະພາບ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປປ ລາວ

ສະຫາຍ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ສະຫາຍ ທອງລຸນ ສີສຸລິດ ທີ່ນັບຖື, ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ເນື່ອງໃນໂອກາດເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
 ຄະນະບໍລິຫານງານພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ປປ ລາວ

ຄະນະບໍລິຫານງານພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ປປ ລາວ

ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຶ່ງມີເນື້ອໃນວ່າ: ເນື່ອງໃນໂອກາດອັນສະຫງ່າລາສີ ຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ນີ້, ຄະນະບໍລິ ຫານງານສູນກາງພັກປະຊາຊົນກໍາປູເຈຍ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈທີ່ສຸດ ມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ອວຍພອນ ການນໍາແຂວງຢາລາຍ

ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ອວຍພອນ ການນໍາແຂວງຢາລາຍ

ວັນທີ 6 ມັງກອນ ນີ້ ທີ່ນະຄອນກຸຍງາຍ ແຂວງຢາລາຍ ສສ ຫວຽດນາມ, ສະຫາຍ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ, ສະຫາຍ ຂັນໄຊ ລັດຖະເຮົ້າ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ຮອງປະທານຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ພ້ອມຄະນະ ເຂົ້າອວຍພອນ ບັນດາສະຫາຍ ຄະນະປະຈໍາ ສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຂອງ ສສ ຫວຽດນາມ ປີ 2026; ໃຫ້ກຽດຕ້ອນຮັບອັນອົບອຸ່ນຂອງສະຫາຍ ນາງ ຮວງ ຖຸ້ຍ ເວິນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມດ້ວຍຄະນະ.
ຄະນະບໍລິຫານງານພັກແຮງງານເກົາຫຼີ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ປປ ລາວ

ຄະນະບໍລິຫານງານພັກແຮງງານເກົາຫຼີ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ປປ ລາວ

ໃນວັນທີ 6 ມັງກອນ ນີ້, ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ໄດ້ສົ່ງສານອວຍພອນ ເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຊຶ່ງມີເນື້ອໃນດັ່ງນີ້: ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ຂໍສະແດງຄວາມຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງສຸດອົກສຸດໃຈ ແລະ ຂໍສົ່ງຄໍາຊົມເຊີຍຖານສະຫາຍ ໄປຍັງ ບັນດາສະມາຊິກພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ທຸກຖ້ວນໜ້າ.
ເພີ່ມເຕີມ