ກ່ອນອື່ນ, ທ່ານບຸນທອງ ຈິດມະນີ ພ້ອມຄະນະແມ່ນໄດ້ຢອດຢາກັນພະຍາດໃຫ້ກັບເດັກໃນເກນອາຍຸ, ຮ່ວມປູກຕົ້ນໄມ້ທີ່ເດີ່ນຂອງຫ້ອງວ່າການເມືອງດັ່ງກ່າວ, ຈາກນັ້ນກໍໄດ້ຮັບຟັງການລາຍງານການພັດທະນາຂອງເມືອງ ໂດຍສັງເຂບຈາກທ່ານ ສົມສະໜຸກ ໄຊອຸດົມ ຊຶ່ງທ່ານໄດ້ຍົກໃຫ້ເຫັນສະພາບຈຸດພິເສດຂອງເມືອງ, ສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີຢູ່ລຽບຊາຍແດນ, ການພັດທະນາຮອບດ້ານຂອງເມືອງ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ, ເມືອງບໍ່ແຕນ ເປັນເມືອງໃຕ້ສຸດຂອງແຂວງໄຊຍະບູລີ ມີຊາຍແດນທິດໃຕ້ ແລະ ທິດຕາເວັນຕົກຕິດກັບ 3 ຈັງຫວັດ, 7 ອໍາເພີ ຂອງຣາຊະອານາຈັກໄທ ມີຄວາມຍາວ 140 ກິໂລແມັດ ໃນນີ້ໃນໜຶ່ງສ່ວນສອງເປັນດິນຕໍ່ແຜ່ນ; ທົ່ວເມືອງມີ 26 ບ້ານ, ມີ 3.756 ຄອບຄົວ, ມີພົນລະເມືອງທັງໝົດ 19.215 ຄົນຍິງ 9.600 ຄົນ; ປະຊາຊົນສ່ວນໃຫຍ່ເປັນຊາວກະສິກອນ ປູກພືດ-ລ້ຽງສັດໃຫຍ່ປະເພດງົວ-ຄວາຍ ເປັນອາຊີບຕົ້ນຕໍ, ມີດ່ານປະເພນີ 4 ດ່ານ, ຜ່ານມາໄດ້ສຸມໃສ່ຜະລິດສະບຽງອາຫານໃຫ້ສາມາດກຸ້ມຕົນເອງມີສ່ວນເຫຼືອແຮໄວ້ ແລະ ສົ່ງຂາຍເປັນສິນຄ້າ, ໄດ້ຊຸກຍູ້ການຜະລິດພືດລະດູແລ້ງເຊັ່ນ: ເຂົ້ານາແຊງ, ສາລີຫວານ, ຖົ່ວດິນ ແລະ ອື່ນໆ, ດ້ານວັດທະນະທຳ-ສັງຄົມແມ່ນໄດ້ປະຕິບັດເປົ້າໝາຍສະຫັດສະວັດເພື່ອການພັດທະນາ ສ່ວນຫຼາຍແມ່ນສາມາດບັນລຸໄດ້, ເດັກໃນເກນອາຍຸ ໄດ້ເຂົ້າຮຽນ 100%, ອັດຕາການເລື່ອນຊັ້ນ ແລະ ຈົບຊັ້ນ ກໍປະຕິບັດໄດ້ຕາມແຜນທີ່ວາງໄວ້, ໄດ້ເອົາໃຈໃສ່ກໍ່ສ້າງພັກ, ພະນັກງານຢ່າງຕໍ່ເນື່ອງໂດຍຖືເອົາຄຸນນະພາບເປັນກົກ ແລະ ຖືເອົາມາດຖານຂອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນບ່ອນອີງໃນການແກ້ໄຂຂອງໜ່ວຍພັກ. ຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ກໍໄດ້ໃຫ້ກຽດໂອ້ລົມພ້ອມທັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບອົບປະຊາຊົນໃຫ້ປົກປັກຮັກສາມູນເຊື້ອພິລະອາດຫານ, ມູນເຊື້ອຄວາມສາມັກຄີ ແລະ ຄວາມດຸໝັ່ນ, ຈໍາແນກໃຫ້ໄດ້ມິດ ແລະ ສັດຕູ ເພື່ອປົກປັກຮັກສາ ເຂດນໍ້າແດນດິນ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ຝຶກກໍາລັງຢູ່ທ້ອງຖິ່ນຮາກຖານກໍຄືກໍາລັງ ປກສ, ກອງຫຼອນແຕ່ລະບ້ານໃຫ້ມີການຫັດແອບສິລະປະຍຸດ, ຍຸດທະວິທີທາງການທະຫານ, ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ, ສືບຕໍ່ຊຸກຍູ້ປະຊາຊົນສ້າງເສດຖະກິດ ຫຼີກລ່ຽງການນໍາເຂົ້າທີ່ບໍ່ຈໍາເປັນ, ເອົາໃຈໃສ່ຕໍ່ການຜະລິດລະດູປີໃຫ້ໄດ້ຮັບໝາກຜົນ ແລະ ສືບຕໍ່ກະກຽມຮອບດ້ານໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,ໂອກາດດຽວກັນກໍໄດ້ມອບຢາປົວພະຍາດ, ອຸປະກອນການຮຽນ-ການສອນ ແລະ ເງິນສົດຈໍານວນໜຶ່ງໃຫ້ເມືອງບໍ່ແຕນ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)
ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້ຈະສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ
ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງສາລະວັນເປີດເຜີຍໃນວັນທີ 20 ພະຈິກຜ່ານມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຄໍາເຫັນ