(ສພຊ)- ໃນລະຫວ່າງວັນທີ 10-13 ສິງຫາຜ່ານມາ

ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມງານສັບປະດາອາຊຽນ-ຈີນປະຈໍາປີ 2024

ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມງານສັບປະດາອາຊຽນ-ຈີນປະຈໍາປີ 2024
(ສພຊ)- ໃນລະຫວ່າງວັນທີ 10-13 ສິງຫາຜ່ານມາ, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສັບປະດາອາຊຽນ-ຈີນ ປະຈໍາປີ 2024

 

ທີ່ເມືອງສາງຈື້ ແຂວງຊານຊີ ສາທາລະນະລັດປະຊາຊົນຈີນ ພາຍໃຕ້ຫົວຂໍ້: ຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ເພື່ອບັນລຸຄວາມຈະເລີນສີວິໄລໂດຍຜ່ານນະວັດຕະກໍາໃໝ່ ຊຶ່ງມີຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

ທ່ານ ຄໍາໃບ ດໍາລັດ ໄດ້ຕາງໜ້າຄະນະຜູ້ແທນ ກໍຄືສະພາແຫ່ງຊາດລາວ ຂຶ້້ນມີຄໍາເຫັນໃນພິທີເປີດ ຊຶ່ງໄດ້ຕີລາຄາສູງຕໍ່ງານສັບປະດາຄັ້ງນີ້ແມ່ນການເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ເພື່ອບັນລຸຄວາມຈະເລີນສີວິໄລໂດຍຜ່ານນະວັດຕະກຳໃໝ່ ໂດຍການເອົາໃຈໃສ່ຕໍ່ການຫັນປ່ຽນຢ່າງຫົວຄິດປະດິດສ້າງ ແລະ ການນຳໃຊ້ເຕັກໂນໂລຊີສີຂຽວ ເພື່ອຮັດແໜ້ນການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ, ຄົມມະນາຄົມ, ວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ ແລະ ອື່ນໆ ທັງຮຽນຮູ້ຊຶ່ງກັນແລະກັນ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດທີ່ໝັ້ນຄົງ,ຍືນຍົງ ເພື່ອນຳຜົນປະໂຫຍດມາສູ່ບັນດາປະເທດອາຊຽນ ແລະ ສປຈີນ.

ໃນໄລຍະຜ່ານມາ, ສປປລາວ ໃນນາມເປັນສະມາຊິກອາຊຽນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງອາຊຽນ-ຈີນ ແລະຊຸກຍູ້ການຮ່ວມມືຮອບດ້ານ ດ້ວຍການເພີ່ມທະວີບັນດາໝາກຜົນທີ່ຕັ້ງໜ້າ,ມຸ່ງໄປສູ່ເປົ້າໝາຍທີ່ສູງກວ່າ ແລະ ນຳເອົາຜົນປະໂຫຍດທີ່ຫຼາຍກວ່າ ມາສູ່ອາຊຽນ-ຈີນ ເພື່ອບັນລຸຄວາມຈະເລີນສີວິໄລໂດຍຜ່ານນະວັດຕະກຳໃໝ່ ອາຊຽນ-ຈີນ.

ການເຄື່ອນໄຫວຄັ້ງນີ້, ຄະນະໄດ້ເຂົ້າຢ້ຽມຢາມພົບປະທ່ານ ສື ຈົ່ງຈຸ່ນ ເລຂາທິການໃຫຍ່ສູນອາຊຽນ-ຈີນ ຊຶ່ງທ່ານໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເຂົ້າຮ່ວມງານສັບປະດາອາຊຽນ-ຈີນ ປະຈໍາປີ2024 ຂອງຄະນະຜູ້ແທນສະພາແຫ່ງຊາດລາວ ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຄວາມໝາຍຄວາມສໍາຄັນຂອງການສ້າງຕັ້ງສູນຈີນ-ອາຊຽນ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງສູນ ເຂົ້າໃນການຊຸກຍູ້ການຮ່ວມມືໃນຂະແໜງການຕ່າງໆລະຫວ່າງສປຈີນ ແລະ ສະມາຊິກອາຊຽນ;ສູນຈີນ-ອາຊຽນ ພ້ອມທີ່ຈະສະໜັບສະໜູນ ສປປລາວ ໃນການເປັນປະທານໝູນວຽນອາຊຽນ, ຊຸກຍູ້ການກໍ່ສ້າງຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຕິດພັນກັບຍຸດທະສາດການພັດທະນາ ແລະ ວິໄສທັດອາຊຽນ. ທ່ານ ຄໍາໃບ ດໍາລັດ ໄດ້ຕີລາຄາສູງຕໍ່ສູນອາຊຽນ-ຈີນ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ຈີນ ເພື່ອສ້າງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ມາສູ່ຂົງເຂດ ແລະ ພາກພື້ນ.

ຄະນະຜູ້ແທນສະພາແຫ່ງຊາດລາວຍັງໄດ້ເຂົ້າຢ້ຽມພົບປະສະຫາຍ ຖາງ ເຕີ້ງ ເຈ໋ຍ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊານຊີ ຊຶ່ງສະຫາຍ ຖາງ ເຕີ້ງ ເຈ໋ຍໄດ້ສະແດງຄວາມຍິນຕີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະພາແຫ່ງຊາດລາວໃນຄັ້ງນີ້, ພ້ອມທັງແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງຊານຊີ ໃຫ້ຮັບຊາບ. ສະຫາຍ ຄໍາໃບ ດໍາລັດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເປັນເຈົ້າພາບຈັດງານສັບປະດາອາຊຽນ-ຈີນ ປະຈໍາປີ 2024 ໃນຄັ້ງນີ້.ສອງຝ່າຍມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າສປປລາວ ແລະ ສປຈີນ ເປັນປະເທດເພື່ອນມິດສະຫາຍ, ບ້ານໃກ້ເຮືອນຄຽງ ທີ່ມີສາຍພູ ແລະ ແມ່ນໍ້າຕິດຈອດກັນ, ມີສາຍພົວພັນທີ່ເປັນມູນເຊື້ອມາແຕ່ບູຮານນະການຊຶ່ງຜ່ານມາ ການນຳຂັ້ນສູງທັງສອງປະເທດ ໂດຍແມ່ນສະຫາຍ ສີຈິ້ນຜີງ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປຈີນ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປລາວ ໄດ້ລົງນາມໃນແຜນແມ່ບົດສະບັບໃໝ່ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ລາວ-ຈີນ ຊຶ່ງເປັນພື້ນຖານອັນໜັກແໜ້ນໃຫ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ກໍຄືປະຊາຊົນສອງປະເທດ ໃນຍຸກສະໄໝໃໝ່; ພ້ອມດຽວກັນນັ້ນ ໃນປີ 2024 ແມ່ນປີແຫ່ງການໄປມາຫາສູ່ກັນລະຫວ່າງ ສປຈີນ ແລະ ບັນດາປະເທດອາຊຽນ, ແຂວງຊານຊີ ຫວັງຢ່າງຍິ່ງວ່າການເປີດສັບປະດາອາຊຽນ-ຈີນ ປະຈໍາປີ 2024 ຈະເປັນໂອກາດອັນດີໃນການຊຸກຍູ້ການຮ່ວມມືໃນຂະແໜງການເສດຖະກິດ, ການຄ້າ-ການລົງທຶນ,ການສຶກສາ,ການພັດທະນາລະບົບພື້ນຖານໂຄງລ່າງ, ການທ່ອງທ່ຽວ ແລະ ຂະແໜງການອື່ນ ເພື່ອເປັນກຳລັງແຮງປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງການເປັນຄູ່ຮ່ວມຊາຕາກໍາລະຫວ່າງ ຈີນ-ລາວ, ລາວ-ຈີນ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ.

ນອກຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ທ່ອງທ່ຽວອະນຸລັກລະບົບນິເວດແຄມໜອງນໍ້າຂອງເມືອງສາງຈື້ ແລະ ວັດຈິ່ນສື ຊຶ່ງເປັນສະຖານທີ່ສຳຄັນທາງປະຫວັດສາດຂອງແຂວງຊານຊີ ອີກດ້ວຍ.

ຄໍາເຫັນ

ຂ່າວການຮ່ວມມື

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກກັບ ສະຫາຍ ຟ້າມ ມິງເຊິນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ພ້ອມຄະນະ.
ເພີ່ມເຕີມ