ຮອງປະທານສະພາແຫ່ງຊາດ ໂອ້ລົມການນຳແຂວງຄຳມ່ວນ

ຮອງປະທານສະພາແຫ່ງຊາດ ໂອ້ລົມການນຳແຂວງຄຳມ່ວນ
ວັນທີ 2 ຕຸລານີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາກະຊວງ, ກົມທີ່ກ່ຽວຂ້ອງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໂດຍໃຫ້ການຕ້ອນຮັບ ແລະ ລາຍງານສະພາບຈຸດພິເສດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ທີ່ເຮືອນຮັບແຂກ ເລກ 1 ໂດຍມີຄະນະປະທານສະພາປະຊາຊົນແຂວງຄຳມ່ວນ, ບັນດາພະແນກການກ່ຽວຂ້ອງເຂົ້າຮ່ວມ.
ແຂວງຄຳມ່ວນ ໄດ້ກຳນົດແຜນພັດທະນາເສດຖະກິດ-ສັງຄົມ ຕາມ 3 ທ່າແຮງ ຄື: ທ່າແຮງທາງດ້ານກະສິກໍາ, ທ່າແຮງທາງດ້ານອຸດສາຫະກຳພະລັງງານ-ບໍ່ແຮ່ ແລະ  ທ່າແຮງທາງດ້ານການບໍລິການທາງຜ່ານ ແລະ ການທ່ອງທ່ຽວ ຊຶ່ງໃນທ້າຍເດືອນມິຖຸນາຜ່ານມາ ຄະນະພັກແຂວງຄຳມ່ວນ ກໍໄດ້ດຳເນີນກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ໄລຍະ 2 ປີເຄິ່ງຜ່ານມາ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍໃນລະດັບ 5,64% ຄື: ປີ 2021 ຂະຫຍາຍຕົວຢູ່ໃນລະດັບ 5,73% ເທົ່າກັບ 9.328 ຕື້ກີບ; ປີ 2022 ຂະຫຍາຍຕົວ 5,85% ເທົ່າກັບ 14.016 ຕື້ກີບ. ໃນໄລຍະ 9 ເດືອນຕົ້ນປີ 2023 ເຫັນວ່າເສດຖະກິດຂອງແຂວງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 5,54%,ລາຍໄດ້ສະເລ່ຍຕໍ່ຫົວຄົນ 32.995.471 ກີບ/ຄົນ ເທົ່າກັບ 1.905 ໂດລາ/ຄົນ, ລວມຍອດຜະລິດຕະພັນພາຍໃນບັນລຸ 14.854 ຕື້ກີບ,ການເກັບລາຍຮັບງົບປະມານ ມາຮອດວັນທີ 28 ກັນຍາ 2023  ໄດ້ 1.776,72 ຕື້ກີບ ເທົ່າກັບ 102,40% ຂອງແຜນປີ (ມະຕິສະພາ 1.735,02 ຕື້ກີບ). ໃນນີ້: ລາຍຮັບສູນກາງ ປະຕິບັດໄດ້ 643,20 ຕື້ກີບ ເທົ່າກັບ 81,62% ຂອງແຜນການປີ (ມະຕິສະພາ 788 ຕື້ກີບ), ລາຍຮັບທ້ອງຖິ່ນປະຕິບັດໄດ້ 1.133 ຕື້ກີບ ເທົ່າກັບ 119,69% ຂອງແຜນການປີ, ຄາດຄະເນໝົດປີ ຈະສູ້ຊົນບຸກບືນຈັດເກັບລາຍຮັບໃຫ້ໝົດ ແລະ ໃຫ້ລື່ນແຜນ 200 ກວ່າຕື້ກີບ,ດ້ານລາຍຈ່າຍສາມາດຈັດຕັ້ງປະຕິບັດແຜນລາຍຈ່າຍ 534,77 ຕື້ກີບ ເທົ່າກັບ 74,36% ຂອງແຜນການປີ.
ສະພາບໄພພິບັດນ້ຳຖ້ວມ ແລະ ຜົນເສຍຫາຍທີ່ເກີດຂຶ້ນຢູ່ແຂວງຄຳມ່ວນ:ໃນໄລຍະທ້າຍເດືອນກໍລະກົດ ຫາ ຕົ້ນເດືອນສິງຫາ 2023 ຜ່ານມານີ້ ແຂວງຄຳມ່ວນ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ດິນເຊາະເຈື່ອນ ເຮັດໃຫ້ເນື້ອທີ່ນາ, ເນື້ອທີ່ສວນ, ເນື້ອທີ່ປູກພືດຕ່າງໆ, ເລົ້າເຂົ້າ, ກົງເຕີໄຟຟ້າ, ພາຫະນະ, ພື້ນຖານໂຄງລ່າງຈຳນວນໜຶ່ງຖືກເສຍຫາຍພ້ອມນັ້ນກໍມີສັດລ້ຽງຕ່າງໆຂອງປະຊາຊົນ ໄດ້ລົ້ມຕາຍ ແລະ ສູນຫາຍເປັນຈຳນວນຫຼວງຫຼາຍ, ສັງລວມມູນຄ່າເສຍຫາຍທັງໝົດ 434 ຕື້ກີບ, ໃນນີ້ ສະເພາະເມືອງຄູນຄຳ ຜົນເສຍຫາຍປະມານ 211 ຕື້ກວ່າກີບ (ຍັງບໍ່ທັນລວມຜົນເສຍຫາຍຈາກດິນເຊາະເຈື່ອນຕາມທາງເລກ 8A ເຂົ້ານຳ).ສັງລວມຍອດທີ່ໄດ້ຮັບການຊ່ວຍເຫຼືອ ທັງໝົດ 15.375.123.499 ກີບ,ໃນນັ້ນເປັນວັດຖຸລວມມູນຄ່າ: 8.349.469.999 ກີບ, ຮັບເປັນເງິນສົດ ມູນຄ່າ: 7.025.653.500 ກີບ.
ສຳລັບວຽກງານຈຸດສຸມ 3 ເດືອນທ້າຍປີສືບຕໍ່ເພີ່ມທະວີປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນທົ່ວແຂວງໃຫ້ແຂງແຮງກວ່າເກົ່າ,  ສືບຕໍ່ສຸມໃສ່ການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ບັນລຸຕາມແຜນການ ແລະ ລື່ນແຜນການ; ກວດກາບັນດາຫົວໜ່ວຍທຸລະກິດ ທີ່ຍັງຄ້າງມອບພັນທະ, ອາກອນຕ່າງໆເພື່ອຈັດເກັບໃຫ້ຄົບຖ້ວນ,ຊຸກຍູ້, ສົ່ງເສີມການຜະລິດພາຍໃນ ໃຫ້ແຂງແຮງ ແລະ ແທດເຖິງ,ສູ້ຊົນຈັດຕັ້ງປະຕິບັດຄາດໝາຍຕາມຕົວຊີ້ວັດການພັດທະນາແບບຍືນຍົງຂອງຂະແໜງການສຶກສາ,ເອົາໃຈໃສ່ຍົກສູງຄຸນນະພາບການສຶກສາ, ແກ້ໄຂການຂາດຄູສອນຕາມມະຕິຕົກລົງເລກທີ 9 ຂອງລັດຖະບານ ກ່ຽວກັບ ນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ,ເອົາໃຈໃສ່ແນະນຳ, ຊຸກຍູ້ ຜູ້ປະກອບການ ການທ່ອງທ່ຽວ ປັບປຸງ ແລະ ພັດທະນາສະຖານທີ່ແຫຼ່ງທ່ອງທ່ຽວ, ຍົກລະດັບການບໍລິການທີ່ດີຢູ່ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ລະບົບການຂົນສົ່ງ, ຄວາມປອດໄພ ແລະ ສິ່ງເອື້ອອຳນວຍຄວາມສະດວກຕ່າງໆຄວບຄູ່ກັບການໂຄສະນາຢ່າງຫຼາກຫຼາຍ ເພື່ອຮອງຮັບໃຫ້ປີທ່ອງທ່ຽວ 2024,ເກັບກຳຂໍ້ມູນຂຶ້ນທະບຽນແຮງງານພາຍໃນ ແລະ ຕ່າງປະເທດ ຕາມຄຳແນະນຳຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ໂອກາດນີ້ທ່ານຮອງປະທານສະພາແຫ່ງຊາດ ກໍໄດ້ໂອ້ລົມ ບາງຄຳເຫັນທ່ານໄດ້ກ່າວວ່າ: ໃນໂຄງການລົງທຶນຂອງລັດປີ 2024 ກ່ອນອື່ນໝົດແມ່ນຕ້ອງຖືເອົາການແກ້ໄຂໄພພິບັດເປັນສຳຄັນ ໂດຍສະເພາະໃນການຟື້ນຟູພື້ນຖານໂຄງລ່າງ ໂດຍມີການຈັດລຽງບຸລິມະສິດເຖິງບັນຫາສຳຄັນທີ່ຈະຕ້ອງໄດ້ປັບປຸງແກ້ໄຂກ່ອນ ເພື່ອໃຫ້ທັນກັບເວລາ ແລະ ສະພາບການ, ສຸມໃສ່ແກ້ໄຂບັນຫາເງິນສົມທົບທຶນໃນບັນດາໂຄງການຕ່າງໆໃຫ້ມີຄວາມສອດຄ່ອງ, ສຸມໃສ່ແກ້ໄຂຂະແໜງສຶກສາທິການ ແລະ ກິລາ, ສາທາລະນະສຸກ ແລະ ຂະແໜງແຮງງານ, ສະຫວັດດີການສັງຄົມ ເພື່ອບໍລິການ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ຂຶ້ນແຜນປັບປຸງ, ປະດັບປະດາ ບັນດາດ່ານສາກົນໃຫ້ມີຄວາມສວຍງາມ ໃຫ້ສົມກັບເປັນບ່ອນຕ້ອນຮັບ, ຈຸດບໍລິການຄົນເຂົ້າ-ອອກ ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວພາຍໃນແຂວງໃຫ້ຫຼາຍຂຶ້ນ.
(ຂ່າວ-ພາບ: ກອງຄຳ) 2322 6776

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ