ບໍລິຄຳໄຊ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 16 ປະເພດກິລາ ໃນງານມະຫາກຳກິລາແຫ່ງຊາດຄັ້ງທີXII

ບໍລິຄຳໄຊ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 16 ປະເພດກິລາ ໃນງານມະຫາກຳກິລາແຫ່ງຊາດຄັ້ງທີXII

ບໍລິຄຳໄຊ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 16 ປະເພດກິລາ ໃນງານມະຫາກຳກິລາແຫ່ງຊາດຄັ້ງທີXII
ກອງປະຊຸມ ປຶກສາຫາລື ການກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ແລະ ກິລາຄົນພິການແຫ່ງຊາດ ຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 11 ກັນຍາຜ່ານມາ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີສະພາການຄ້າ, ຄະນະພະແນກ, ສະຫະພັນກິລາແຂວງ, ຄະນະຮັບຜິດຊອບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ບລຄຳໄຊ ຈະສງນກກລາເຂາຮວມແຂງຂນ 16 ປະເພດກລາ ໃນງານມະຫາກຳກລາແຫງຊາດຄງທXII - image 1
 
ງານມະຫາກຳກິລາແຫ່ງຊາດຄັ້ງທີ 12 ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງ ວັນທີ 15-25 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ຊຶ່ງຈະມີການແຂ່ງຂັນ 33 ປະເພດກິລາ ແລະ 2 ປະເພດກິລາສາທິດແຂ່ງຂັນທັງໝົດ 435 ລາຍການ. ສຳລັບແຂວງບໍລິຄຳໄຊ ຄາດວ່າຈະສົ່ງກິລາເຂົ້າຮ່ວມແຂ່ງຂັນທັງໝົດ 16 ປະເພດກິລາຄື: ກິລາແລ່ນ-ລານ, ບານເຕະ, ໝາກເສິກ, ເປຕັງ, ກະຕໍ້, ໜ້າເກັກ, ເທຄວັນໂດ, ລັກບີ້, ຊ່ວງເຮືອ, ມວຍລາວ, ມວຍສາກົນ, ມວຍວູຊູ, ດຶງເຊືອກ, ດອກປີກໄກ່, ບານສົ່ງຊາຍຫາດ ແລະ ກິລາໝາກຂ່າງ ລວມທັງໝົດທີ່ແຂວງສົ່ງເຂົ້າແຂ່ງຂັນ 203 ລາຍການ ແລະ ຈະມີຜູ້ເຂົ້າຮ່ວມ435 ຄົນ. ທຽບໃສ່ຄັ້ງທີ 11 ຜ່ານມາ ມີ 25 ປະເພດກິລາແຂວງສົ່ງເຂົ້າແຂ່ງຂັນ 10 ປະເພດ ມີຈຳນວນຄົນ 234 ຄົນ. ຜົນການແຂ່ງຂັນຍາດໄດ້ 6 ຫຼຽນຄຳ, 2 ຫຼຽນເງິນ ແລະ 12 ຫຼຽນທອງ ລວມ 20 ຫຼຽນຈັດຢູ່ອັນດັບ 13 ໃນຈຳນວນ 20 ພາກສ່ວນ.

ສຳລັບໃນຄັ້ງນີ້, ແຂວງບໍລິຄໍາໄຊຄາດຄະເນໃຫ້ໄດ້ 11 ຫຼຽນຄຳ, 16 ຫຼຽນເງິນ ແລະ 12ຫຼຽນທອງ. ສ່ວນງານມະຫາກຳກິລາຄົນພິການແຫ່ງຊາດຄັ້ງທີ 4 ຈະແຂ່ງຂັນກັນໃນລະຫວ່າງວັນທີ 13-19 ທັນວາ2025 ແຂ່ງຂັນທັງໝົດ 10 ປະເພດກິລາ. ແຂວງບໍລິຄຳໄຊ ສົ່ງເຂົ້າ 4 ປະເພດຄື: ກິລາແລ່ນ-ລານ, ກິລາໂກນບານ, ກິລາລອຍນ້ຳ ແລະ ກິລາຍົກນ້ຳໜັກ, ຄາດຄະເນມີຜູ້ເຂົ້າຮ່ວມ 90 ຄົນ. ຄັ້ງທີ 3 ຜ່ານມາສາມາດຍາດໄດ້ 6 ຫຼຽນຄຳ 2 ຫຼຽນເງິນ 1 ຫຼຽນທອງ ລວມ 9 ຫຼຽນ, ຈັດຢູ່ໃນອັນດັບ 8 ຈາກ 18 ພາກສ່ວນເຂົ້າຮ່ວມແຂ່ງຂັນ ແລະ ຄາດຄະເນໃນຄັ້ງນີ້, ແມ່ນໃຫ້ໄດ້ຄືຄັ້ງທີ 3 ຜ່ານມາ. ພ້ອມນີ້ຜູ້ແທນກອງປະຊຸມຍັງໄດ້ປຶກສາຫາລືໃນດ້ານຕ່າງໆ ເປັນຕົ້ນ: ແມ່ນທາງດ້ານງົບປະມານ, ການຄັດເລືອກເອົານັກກິລາແຕ່ລະປະເພດ ພ້ອມຄູຝຶກເພື່ອເຂົ້າສູນຝຶກຊ້ອມທົດສອບ ແລະ ດ້ານອຶ່ນໆ ທັງນີ້ ກໍເພື່ອໃຫ້ນັກກິລາມີຄວາມພ້ອມຮັບປະກັນເຂົ້າຮ່ວມໃຫ້ໄດ້ຕາມແຜນການ ແລະ ຍາດໄດ້ຫຼຽນຕາມເປົ້າໝາຍທີ່ວາງໄວ້.

(ຂ່າວ-ພາບ: ຄຳຟອງ)

ຄໍາເຫັນ

ຂ່າວສືກສາ-ກິລາ

ລົດແກ້ວ ອິນທະກຸມມານ ສ້າງຜົນງານເດັ່ນໄດ້ແຊັມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ

ລົດແກ້ວ ອິນທະກຸມມານ ສ້າງຜົນງານເດັ່ນໄດ້ແຊັມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ

ວົງການກິລາແລ່ນ-ລານຂອງ ສປປ ລາວ ສ້າງຊື່ສຽງໃນເວທີສາກົນອີກຄັ້ງ ເມື່ອນັກແລ່ນສາວທີມຊາດລາວ "ນາງ ລົດແກ້ວ ອິນທະກຸມມານ" ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນອີກຄັ້ງ ດ້ວຍການເຂົ້າເສັ້ນໄຊອັນດັບທີ 1 ໃນການແຂ່ງຂັນແລ່ນມາຣາທອນລາຍການໃຫຍ່ລະດັບພາກພື້ນ ລາຍການ “SuperSports 10 Mile Marathon” ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 17 ພຶດສະພາ ຜ່ານມາ.
ງານກິລາ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ,

ງານກິລາ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ,

ງານກິລາ "Coke ສາມັກຄີ 4 ໂຮງຮຽນ" ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ, ດ້ວຍຮອຍຍິ້ມ, ຄວາມມ່ວນຊື່ນ ແລະ ມິດຕະພາບອັນແໜ້ນແຟ້ນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13 - 15 ພຶດສະພາ 2026, ທີ່ສະໝາມກິລາລ້ານຊ້າງສະເຕດ້ຽມ, ຊຶ່ງປີນີ້ເປັນຄັ້ງທີ III ທີ່ໄດ້ສ້າງເວທີແຫ່ງຄວາມຝັນແລະ ເປີດໂອກາດໃຫ້ນັກຮຽນໄດ້ສະແດງຄວາມສາມາດດ້ານກິລາຢ່າງເຕັມສ່ວນ. ໂດຍມີທ່ານ ຄຳແກ້ວ ມະຫາໄຊ ຮອງປະທານຄະນະກຳມະການ ປົກຄອງເມືອງ ຫາດຊາຍຟອງ,ທ່ານ ສົມສີ ຫຼວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ , ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ,ທ່ານ ພະສິນ ປັນດີ ຜູ້ຈັດການ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິ້ງ ຈຳກັດ ພ້ອມດ້ວຍນັກຮຽນ ແລະ ນັກກິລາເຂົ້າຮ່ວມ.
ອະດີດນັກຮຽນມັດທະຍົມຫຼວງພະບາງ ສ້າງກິດຈະກໍາອະນາໄມຕົວເມືອງ

ອະດີດນັກຮຽນມັດທະຍົມຫຼວງພະບາງ ສ້າງກິດຈະກໍາອະນາໄມຕົວເມືອງ

ໃນວັນທີ 17 ພຶດສະພາຜ່ານມາ, ອະດີດນັກຮຽນມັດທະຍົມຫຼວງພະບາງຮຸ່ນປີ 1995-1996 ທີ່ສຶກສາຮໍ່າຮຽນຢູ່ໂຮງຮຽນມັດທະຍົມສົມບູນສັນຕິພາບ ແລະ ໂຮງຮຽນອຸດົມຫຼວງພະບາງເລກ 1 ໄດ້ພ້ອມກັນສ້າງກິດຈະກຳອະນາໄມຕົວເມືອງຫຼວງພະບາງ ໂດຍມີທ່ານ ສຸລິວົງ ແກ້ວປະທຸມ ອະດີດຄູສອນເປັນຜູ້ນຳພາ.
ມຊ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 180 ລ້ານກີບ

ມຊ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 180 ລ້ານກີບ

ອະດີດນັກສຶກສາ ແລະ ຜູ້ປະກອບການທຸລະກິດ ໄດ້ມອບອຸປະກອນການສຶກສາປະເພດຊຸດໂຕະຕັ່ງ ມູນຄ່າ 180,000,000 ກີບ ໃຫ້ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອມອບຕໍ່ໃຫ້ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 11 ພຶດສະພາຜ່ານມາ, ໂດຍການໃຫ້ກຽດກ່າວມອບຂອງທ່ານ ນາງ ນິວັນນາ ປະທານບໍລິສັດສຽວເຊິ້ງເຄຫະສະຖານ ແລະ ສຳຫຼວດຂຸດຄົ້ນບໍ່ແຮ່ຈຳກັດຜູ້ດຽວ ແລະ ໃຫ້ກຽດກ່າວຮັບໂດຍທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເລຂາພັກແຂວງຄໍາມ່ວນ ມອບເງິນຊຸກຍູ້ໃຫ້ນ້ອງນັກຮຽນ ທີ່ໄດ້ຮັບລາງວັນ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ

ເລຂາພັກແຂວງຄໍາມ່ວນ ມອບເງິນຊຸກຍູ້ໃຫ້ນ້ອງນັກຮຽນ ທີ່ໄດ້ຮັບລາງວັນ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ

ເພື່ອຍ້ອງຍໍຊົມເຊີຍ ແລະ ເປັນການຊຸກຍູ້ແກ່ນ້ອງນັກຮຽນທີ່ມີຄວາມຫ້າວຫັນປະກອບສ່ວນໃນການຮໍ່າຮຽນ, ໃນວັນທີ 5 ພຶດສະພາຜ່ານມານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນຄໍາມ່ວນ ໄດ້ມອບເງິນ ໃຫ້ນັກຮຽນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2025-2026.
ສິດເກົ່າອຸດົມໂຂງ ມອບທຶນ 100 ລ້ານກວ່າກີບ ບູລະນະສະໂມສອນໂຮງຮຽນ

ສິດເກົ່າອຸດົມໂຂງ ມອບທຶນ 100 ລ້ານກວ່າກີບ ບູລະນະສະໂມສອນໂຮງຮຽນ

ວັນທີ 5 ພຶດສະພານີ້, ທີ່ໂຮງຮຽນ ມສ ໂຂງ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີມອບ--ຮັບທຶນປະກອບສ່ວນສ້ອມແປງສະໂມສອນ ແລະ ອຸປະກອນການສຶກສາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ບຸນອ່ຽງ ພັນວົງສາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ອະດີດຮອງເລຂາພັກແຂວງ ແລະ ທ່ານ ນາງ ຄຳພູ ລິດທິສັກ ອະດີດເຈົ້າເມືອງໆໂຂງ ໃນນາມຕົວແທນສິດເກົ່າອຸດົມໂຂງ. ໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມ ມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ທອງສະລິດ ມັງໜໍ່ເມກ ໂອ້ລົມນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ

ທ່ານ ທອງສະລິດ ມັງໜໍ່ເມກ ໂອ້ລົມນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ

ວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມ ສະຖາບັນພັດທະນາການບໍລິຫານການສຶກສາ, ທ່ານ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ພົບປະໂອ້ລົມ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ.
ບໍລິສັດ ຝຸ່ນໂປຕາສ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມສົມບູນບ້ານກະວະ

ບໍລິສັດ ຝຸ່ນໂປຕາສ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມສົມບູນບ້ານກະວະ

ໃນວັນທີ 22 ເມສາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ໄດ້ນໍາເອົາອຸປະກອນການສຶກສາ ແລະ ກິລາ ມາມອບໃຫ້ແກ່ໂຮງຮຽນ ປະຖົມສົມບູນ ບ້ານກະວະ ເມືອງມະຫາໄຊ ແຂວງຄໍາມ່ວນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ, ກ່າວມອບໂດຍ ທ່ານ ຢາງສົວ ຜູ້ອໍານວຍການ ບໍລິສັດ ຝຸ່ນໂປຕາສ ອາຊີໂປຕາສ ສາກົນ (ລາວ) ຈໍາກັດ, ຮັບໂດຍອໍານວຍການໂຮງຮຽນ ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງ, ພະນັກງານຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ພາກພູມໃຈ ໄດ້ຮັບທຶນການສຶກສາຈາກ ບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ

ພາກພູມໃຈ ໄດ້ຮັບທຶນການສຶກສາຈາກ ບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ

ໃນໂອກາດພິທີເຊັນສັນຍາການຮ່ວມມືລະຫວ່າງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ບໍລີສັດ ຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ ທີ່ຈັດໃນຂຶ້ນວັນທີ 21 ເມສາ ຜ່ານມາ ທີ່ ສຂຈ.

ເພີ່ມເຕີມ