ໃນວັນທີ 20 ທັນວາຜ່ານມາ, ທ່ານ ສົມມາດ ພົນເສນາ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະທີມງານ ໄດ້ລົງຢ້ຽມຢາມເມືອງແກ່ນທ້າວ ແຂວງໄຊຍະບູລີ ໂດຍມີທ່ານ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ ປະທານອົງການກວດກາລັດແຂວງ ຜູ້ຊີ້ນໍາເມືອງແກ່ນທ້າວ, ທ່ານ ບຸນລ້ວນ ຊົມສີຫາປັນຍາ ກໍາມະການພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ຮອງປະທານສະພາປະຊາຊົນແຂວງ ແລະ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ເປັນຜູ້ພາທາງ. ເປັນກຽດຕ້ອນໂດຍ ທ່ານ ອໍາຄາ ລັດສະໝີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງແກ່ນທ້າວ, ມີສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ, ຫົວໜ້າຫ້ອງການ ທີ່ກ່ຽວຂ້ອງ ຮ່ວມຕ້ອນຮັບຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ເຈົ້າເມືອງແກ່ນທ້າວ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງແກ່ນທ້າວ ເປັນເມືອງຍຸດທະສາດຊາຍແດນ ຕັ້ງຢູ່ຕອນໃຕ້ຂອງແຂວງໄຊຍະບູລີ ຫ່າງຈາກເທດສະບານແຂວງ 208 ກິໂລແມັດ, ມີເນື້ອທີ່ທັງໝົດ 122.440 ກວ່າເຮັກຕາ. ທົ່ວເມືອງປະກອບມີ 47 ບ້ານ, ມີ 8.570 ກວ່າຄອບຄົວ, ມີພົນລະເມືອງທັງໝົດ 43.000 ກວ່າຄົນ ຍິງ 21.000 ກວ່າຄົນ. ເສດຖະກິດຂອງເມືອງຂະຫຍາຍຕົວ ຢູ່ໃນລະດັບ 6,84% ຕໍ່ປີ, ລວມຍອດລາຍຮັບພາຍໃນທັງໝົດ 1.260 ກວ່າຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໜຶ່ງໄດ້ 29,23 ລ້ານກີບ. ການຜະລິດເຂົ້ານາປີ ມີເນື້ອທີ່ 6.000 ກວ່າເຮັກຕາ, ຜົນຜະລິດ 27.000 ກວ່າໂຕນ, ການປູກພືດລະດູຝົນ ເນື້ອທີ່ 21.000 ກວ່າເຮັກຕາ, ເກັບກູ້ແລ້ວ 5.000 ກວ່າເຮັກຕາ, ເທົ່າກັບ 24,39% ຜົນຜະລິດ 82.000 ກວ່າໂຕນ, ອັນພົ້ນເດັ່ນແມ່ນການປູກມັນຕົ້ນ ເນື້ອທີ່ 18.000 ກວ່າເຮັກຕາ, ປັດຈຸບັນເກັບກູ້ແລ້ວ 2.000 ກວ່າເຮັກຕາ, ເທົ່າກັບ 14,08%, ຜົນຜະລິດ 75.000 ກວ່າໂຕນ, ສາລີແຂງ 300 ກວ່າເຮັກຕາ, ເກັບກູ້ສຳເລັດ 100% ຜົນຜະລິດ 1.300 ກວ່າໂຕນ, ໝາກຖົ່ວແດງ ເນື້ອທີ່ 1.500 ກວ່າເຮັກຕາ, ເກັບກູ້ແກ້ວ 900 ກວ່າເຮັກຕາ, ເທົ່າກັບ 61,81%, ຜົນຜະລິດ 2.000 ກວ່າໂຕນ. ການລ້ຽງສັດໃຫຍ່ ແບບເປັນຟາມ ມີ 35 ຄອບຄົວ, ໄດ້ຂຶ້ນທະບຽນແລ້ວ 8 ຟາມ, ໃນນີ້ຟາມລ້ຽງງົວ 7 ຟາມ, ຟາມລ້ຽງໝູ 1 ຟາມ. ປັດຈຸບັນທົ່ວເມືອງມີສັດລ້ຽງປະເພດ ງົວ 63.000 ກວ່າໂຕ, ຄວາຍ 8.000 ກວ່າໂຕ, ແບ້ 2.500 ກວ່າໂຕ, ໝູ 5.500 ກວ່າໂຕ; ສົ່ງອອກສິນຄ້າໄປຕ່າງປະເທດ 360.000 ກວ່າໂຕນ ມູນຄ່າ 43.000.000 ກວ່າໂດລາ ປະຕິບັດໄດ້ 98,38% ຂອງແຜນການປີ, ສິນຄ້າທີ່ອອກຫຼາຍແມ່ນ ມັນຕົ້ນແຫ້ງມີ 300.000 ກວ່າໂຕນ, ມູນຄ່າ 38.000.000 ກວ່າໂດລາ ແລະ ສາລີ 23.000 ໂຕນ ມູນຄ່າ 2.700.000 ກວ່າໂດລາ, ສິນຄ້ານຳເຂົ້າດ່ານສາກົນ ມູນຄ່າ 30.000.000 ກວ່າໂດລາ ເທົ່າກັບ 64,52% ຂອງແຜນການປີ. ການເກັບລາຍຮັບເຂົ້າງົບປະມານ ຕາມແຜນແບ່ງປັນ ປະຈຳປີ 2023 ປະຕິບັດໄດ້ 6.300 ກວ່າລ້ານກີບ ເທົ່າກັບ 97,22% ຂອງແຜນການປີ, ດຸ່ນໃຫ້ແຂວງ ປະຕິບັດໄດ້ 2.800 ກວ່າລ້ານກີບ ເທົ່າກັບ 86,79% ຂອງແຜນການດຸ່ນດ່ຽງປະຈຳປີ. ປະຕິບັດລາຍຈ່າຍ ໄດ້ 3.262 ລ້ານກີບ ເທົ່າກັບ 99,20% ຂອງແຜນລາຍຈ່າຍປະຈຳປີ
ໃນປີ 2023 ເມືອງແກ່ນທ້າວໄດ້ຮັບທຶນພັດທະນາ ທີ່ໄດ້ຮັບການອະນຸມັດຈາກສະພາ 1.000 ລ້ານກວ່າກີບ. ໃນນີ້, ໂຄງການເປົ້າໝາຍສະເພາະ ມູນຄ່າ 200 ລ້ານກີບ, ໂຄງການສືບຕໍ່ ມູນຄ່າ 250 ລ້ານກີບ, ໂຄງການຊໍາລະໜີ້ ມູນຄ່າ 200 ລ້ານກີບ, ໂຄງການຟື້ນຟູໄພພິບັດ ມູນຄ່າ 410 ລ້ານກີບ, ໂຄງການຟື້ນຟູຫຼັງລະດູຝົນ ປີ 2022 ມີ 1 ໂຄງການ ມູນຄ່າ 3.000 ລ້ານກວ່າກີບ, ໂຄງການຊ່ວຍເຫຼືອ ມູນຄ່າ 1.700 ລ້ານກວ່າກີບ. ນອກຈາກນັ້ນ, ຍັງໄດ້ປຸກລະດົມການມີສ່ວນຮ່ວມຂອງນັກທຸລະກິດ ແລະ ປະຊາຊົນ ໃນການພັດທະນາພື້ນຖານໂຄງລ່າງໄດ້ 5 ໂຄງການ ມູນຄ່າ 2.700 ລ້ານກວ່າກີບ.
ການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນຢູ່ເມືອງແກ່ນທ້າວ ໄດ້ຮັບຜົນສຳເລັດ 7 ໂຄງການ ແລະ ບໍ່ສຳເລັດຕາມແຜນການ 1 ໂຄງການຄື: ຈຸດບ້ານທ້າວແກ່ນ ຊຶ່ງເລີ່ມລົງມືຈັດຕັ້ງປະຕິບັດແຕ່ປີ 2016 ມູນຄ່າກໍ່ສ້າງ 28,64 ຕື້ກີບ ປີ 2018 ບໍລິສັດຮັບເໝົາກໍ່ສ້າງໄດ້ຍຸດເຊົາການກໍ່ສ້າງ ຈົນເຖິງປີ 2022 ບໍລິສັດຈິ່ງໄດ້ສືບຕໍ່ກໍ່ສ້າງ ສຳເລັດປະມານ 40,2% ຂອງມູນຄ່າທັງໝົດ ແລະ ທ້າຍປີ 2022 ບໍລິສັດກໍໄດ້ຢຸດເຊົາການກໍ່ສ້າງຈົນມາເຖິງປັດຈຸບັນ; ທ່ານ ສົມມາດ ພົນເສນາ ຍັງໄດ້ມີຄໍາເຫັນເຈາະຈີ້ມບາງວຽກງານ ແລະ ຕອນທ້າຍ ທ່ານຍັງໄດ້ມີຄໍາເຫັນຊີ້ນໍາຕື່ມອີກ. ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະທີມງານ ໄດ້ໄປເບິ່ງຈຸດທີ່ຕ້ອງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ, ຈຸດກໍ່ສ້າງປ້ອງກັນຕະຝັ່ງເຈື່ອນທີ່ສ້າງສໍາເລັດແລ້ວ ແລະ ໄດ້ໄປເບິ່ງຟາມງົວຂອງ ທ່ານ ສະໄໝ ສຸກກະເສີມ ຢູ່ບ້ານບຸ່ງຄ້າຕື່ມອີກ.
(ຂ່າວ-ພາບ: ແກ່ນທ້າວ)

ຄໍາເຫັນ