ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະຜູ້ແທນສະພາຄູຣານໃຫຍ່ມົງໂກລີ

ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະຜູ້ແທນສະພາຄູຣານໃຫຍ່ມົງໂກລີ
ທ່ານ  ນາງ ສູນທອນ ໄຊຍະຈັກຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບ ທ່ານ ເມິງຄ໌ບາທາຣ໌ ລັກຄະວາຮອງປະທານສະພາຄູຣານໃຫຍ່ມົງໂກລີ ພ້ອມຄະນະ ເຂົ້າຢ້ຽມພົບປະໃນວັນທີ 13 ພະຈິກນີ້ ທີ່ ສະພາແຫ່ງຊາດ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເມິງຄ໌ບາທາຣ໌ ລັກຄະວາ ພ້ອມຄະນະ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້:ຈຸດປະສົງຕົ້ນຕໍແມ່ນຕາງໜ້າສະພາຄູຣານໃຫຍ່ມົງໂກລີ ເຂົ້າຮ່ວມພິທີ ມອບ-ຮັບຜ້າພົມ ຢ່າງເປັນທາງການ ໃຫ້ແກ່ສະພາແຫ່ງຊາດແຫ່ງສປປ ລາວ ຊຶ່ງໄດ້ປະກອບສ່ວນອັນສໍາຄັນ ໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ດີ ລະຫວ່າງ ລາວ-ມົງໂກລີ ກໍຄືການພົວພັນຮ່ວມມືລະ ຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຄູຣານໃຫຍ່ມົງໂກລີ ໃຫ້ນັບມື້ເພີ່ມທະວີຍິ່ງໆຂຶ້ນ.ການມາຢ້ຽມຢາມເຮັດວຽກຂອງຄະນະດັ່ງກ່າວ ເປັນການສືບຕໍ່ການຈັດຕັ້ງປະຕິບັດຜົນສຳເລັດຂອງການຢ້ຽມຢາມຢ່າງເປັນທາງການ ຂອງປະທານສະພາແຫ່ງຊາດລາວ ແລະ ຄະນະ ຢູ່ປະເທດມົງໂກລີ ໃນເດືອນກັນຍາ ປີ 2023 ຜ່ານມາ. ນອກຈາກນີ້, ຍັງໄດ້ນຳເອົາຜ້າພົມຂອງ ມົງໂກລີ ມາຕິດຕັ້ງ ແລະ ມອບເປັນຂອງຂວັນ ໃຫ້ແກ່ສະພາແຫ່ງຊາດລາວດ້ວຍຕົນເອງ ກໍຖືວ່າເປັນສັນຍາລັກອັນມີຄວາມສຳຄັນ ແຫ່ງສາຍພົວພັນມິດຕະພາບ ລະຫວ່າງ ສອງອົງການນິຕິບັນຍັດພວກເຮົາ. ຜ້າພົມທີ່ມາມອບໃຫ້ ມີລວດລາຍອັນສວຍງາມລ້ຳສະໄໝ ມີເອກະລັກສະເພາະ ໃນການອອກແບບ ໂດຍນັກສະຖາປະນິກທີ່ມີຊື່ສຽງຂອງມົງໂກລີ.ຕາງໜ້າໃຫ້ສະພາແຫ່ງຊາດລາວ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫຼືອ ຂອງສະພາຄູຣານໃຫຍ່ມົງໂກລີ ເປັນຂອງຂວັນ ຊຶ່ງສະພາແຫ່ງຊາດລາວຈະໄດ້ນຳໃຊ້ຕົວຈິງ ໃນຫ້ອງກຽດຕິຍົດຕ້ອນຮັບແຂກຂັ້ນສູງ ແລະຫ້ອງຮັບແຂກປະທານ-ຮອງປະທານຂອງສະພາແຫ່ງຊາດລາວ.
ທ່ານຮອງປະທານສະພາແຫ່ງຊາດຍັງໄດ້ແຈ້ງໃຫ້ຄະນະຜູ້ແທນຊາບວ່າ: ໂຕະຕັ່ງ ຈຳນວນ 50 ຊຸດ ທີ່ ສປປ ລາວ ໄດ້ມອບເປັນຂອງຂວັນ ໃຫ້ແກ່ສະພາຄູຣານໃຫຍ່ມົງໂກລີນັ້ນ, ປັດຈຸບັນ ໄດ້ຜະລິດສຳເລັດແລ້ວ ພ້ອມທັງໄດ້ຝາກຕັ່ງໄປນຳຍົນພິເສດ ຂອງພະນະທ່ານປະທານາທິບໍດີມົງໂກລີ ແລະ ອີກໂຕະຈຳ ນວນໜຶ່ງຈະໄດ້ສົ່ງໄປມົງໂກລີ ໃນໄວໆນີ້, ສ່ວນວິທີການຂົນສົ່ງ ແລະ ກົນໄກຕ່າງໆນັ້ນ, ທາງຄະນະເລຂາທິການຂອງສອງຝ່າຍ ຈະໄດ້ມີການປຶກສາຫາລືກັນໃນລາຍລະອຽດ ເພື່ອໃຫ້ໄດ້ໄປຮອດມົງໂກລີ ໃນເວລາອັນເໝາະສົມ. 
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ພິທີລົງນາມສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດລາວ-ຈີນລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດChina-ASEAN Information Habor ຈໍາກັດແລະບໍລິສັດALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາທີ່ສູນອິນເຕີເນັດແຫ່ງຊາດ,
ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

- ຊື່ແລະນາມສະກຸນ: ເລືອງເກື່ອງ. -ວັນເດືອນປີເກີດ: 15/8/1957 - ບ້ານເກີດ: ບ້ານຢືວເລົານະຄອນຫວຽດຈີ໋ແຂວງຟູເຖາະ. - ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະການປົກຄອງລັດ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນ​ເດືອນ​ປີ​ເຂົ້າພັກ: 7/1978
ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ເພີ່ມເຕີມ