ຫໍພິພິທະພັນແຫ່ງຊາດ ມູນມໍລະດົກອັນລໍ້າຄ່າຂອງລາວ

ຫໍພິພິທະພັນແຫ່ງຊາດ ມູນມໍລະດົກອັນລໍ້າຄ່າຂອງລາວ
ໂດຍ: ແສງຈັນ
ເພື່ອຕອບສະໜອງນະໂຍບາຍແຫ່ງການອະນຸລັກ, ປົກປັກຮັກສາ, ສືບທອດ ແລະ ສົ່ງເສີມມູນເຊື້ອປະຫວັດສາດ ແລະ ອະລິຍະທໍາອັນດີງາມຂອງຊາດ ທີ່ບັນພະບູລຸດຂອງລາວໄດ້ສ້າງສັນມາໃນອະດີດ ຜ່ານແຕ່ລະຍຸກແຕ່ລະສະໄໝ ອັນໄດ້ກາຍເປັນມໍລະດົກອັນລໍ້າຄ່າ ແລະ ເປັນເອກະລັກຢັ້ງຢືນຮາກເຫງົ້າທາງດ້ານວັດທະນະທໍາ ຂອງປວງຊົນລາວທັງຊາດ, ທັງເປັນການປັບປຸງຍົກລະດັບຫໍພິພິທະພັນແຫ່ງຊາດ ໃຫ້ຮັບປະກັນໄດ້ຄວາມປອດໄພ, ມີຄວາມກວ້າງຂວາງ, ທັນສະໄໝ ແລະ ມີເນື້ອໃນອຸດົມສົມບູນຂຶ້ນເທື່ອລະກ້າວ ຕາມວິໄສທັດ ຂອງລັດຖະບານ.
ຫໍພິພິທະພັນແຫ່ງຊາດ ອາຄານຫຼັງໃໝ່ສ້າງຂຶ້ນໃນປີ 2013, ຕັ້ງຢູ່ຖະໜົນໄກສອນ ພົມວິຫານ ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເປີດບໍລິການໃຫ້ແຂກພາຍໃນ ແລະ ຕ່າງປະເທດເຂົ້າຊົມການວາງສະແດງທຸກໆວັນ ເລີ່ມແຕ່ວັນຈັນ-ວັນອາທິດ. ພາຍໃນອາຄານ ໄດ້ຈັດວາງສະແດງຕາມໂຄງຮ່າງເນື້ອໃນທີ່ໄດ້ກຳນົດຕາມຍຸກສະໄໝ ແລະ ໄລຍະປະຫວັດສາດ ຂອງຊາດລາວ ຊຶ່ງປະກອບມີ 7 ພາກ ຄື: 1. ແຜ່ນດິນລາວຍຸກດຶກດຳບັນ, 2. ຍຸກກ່ອນປະຫວັດສາດ, 3. ປະຫວັດສາດຊາດລາວສະໄໝກ່ອນລ້ານຊ້າງ, 4. ປະຫວັດສາດຊາດລາວສະໄໝລ້ານຊ້າງ, 5. ຂະບວນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ຂອງປະຊາຊົນລາວ, 6. ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, 7. ຊົນເຜົ່າໃນປະເທດລາວ ພາກນີ້ໄດ້ນໍາສະເໜີກ່ຽວກັບວິຖີຊີວິດຂອງບັນດາຊົນເຜົ່າໃນ 50 ຊົນເຜົ່າ, ຢູ່ໃນ 50 ຊົນເຜົ່ານີ້ ໄດ້ແຍກອອກເປັນ 4 ໝວດພາສາ ຄື: ໝວດພາສາລາວ-ໄຕ ລວມມີ 8 ຊົນເຜົ່າ, ໝວດພາສາມອນ-ຂະແມ ລວມມີ 33ຊົນເຜົ່າ, ໝວດພາສາຈີນ-ຕິເບດລວມມີ 7 ຊົນເຜົ່າ ແລະ ໝວດພາສາມົ້ງ-ອິ້ວມຽນ ລວມມີ 2 ຊົນເຜົ່າ. ເນື້ອໃນກ່ຽວກັບວິຖີຊີວິດຂອງຊົນເຜົ່າທີ່ກ່າວມານັ້ນ ໄດ້ຍົກໃຫ້ເຫັນການຕັ້ງພູມລໍາເນົາ, ການຕັ້ງບ້ານເຮືອນ, ການດໍາລົງຊີວິດ, ຮີດຄອງປະເພນີ, ຄວາມເຊື່ອ, ປະເພນີການເກີດ-ການຕາຍ, ປະເພນີການແຕ່ງດອງ-ການສືບຕະກຸນ, ປະເພນີການແຕ່ງກາຍ-ເອ້ຢ້ອງ, ພາສາ ແລະ ສິລະປະວັນນະຄະດີ ແລະ ບຸນປະເພນີທີ່ນອນຢູ່ໃນຮີດສິບສອງ ທີ່ເປັນມໍຣະດົກນາມມະທໍາ. ບັນດາທ່ານທີ່ໄດ້ເຂົ້າໄປຢ້ຽມຊົມການວາງສະແດງ ທ່ານຈະໄດ້ຮຽນຮູ້ວັດທະນະທຳທີ່ມີຄວາມຫຼາກຫຼາຍ, ປະຫວັດສາດຊາດລາວທີ່ໜ້າຄົ້ນຫາ ແລະ ອະລິຍະທໍາ 3.000 ປີ ທີ່ບັນພະບູລຸດລາວໄດ້ສ້າງໄວ້ໃຫ້ຮຸ່ນລູກ-ຮຸ່ນຫຼານສືບທອດຕໍ່ໆໄປພາຍພາກໜ້າ.
ທ່ານ ນາງ ວັນເພັງ ແກ້ວປັນຍາ ຜູ້ອໍານວຍການຫໍພິພິທະພັນແຫ່ງຊາດ, ໃຫ້ສໍາພາດຕໍ່ຜູ້ສື່ຂ່າວວ່າ: ພາຍໃຕ້ການຊີ້ນໍາໆພາຂອງພັກ, ຫໍພິພິທະພັນແຫ່ງຊາດ ແມ່ນເຮັດໜ້າທີ່ຕາມການຊີ້ນໍາ ຂອງຂັ້ນເທິງ ກໍຄື ຕາມພາລະບົດບາດຂອງຕົນ ໃນນີ້ ໄດ້ສຸມໃສ່ວຽກງານວິຊາສະເພາະເປັນຫຼັກ ຊຶ່ງໜ້າທີ່ຫຼັກ ແມ່ນການຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ ແລະ ເຜີຍແຜ່ ມໍລະດົກທາງດ້ານວັດທະນະທໍາ, ປະຫວັດສາດ ສູ່ພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ສະຖານທີ່ແຫ່ງນີ້ ກາຍເປັນແຫຼ່ງຮຽນຮູ້ ໃຫ້ກັບນັກສຶກສາປັນຍາຊົນ ແລະ ຊັ້ນຄົນຕ່າງໆ ເຂົ້າໄປສຶກສາຮຽນຮູ້.
ພາຍໃນພິພິທະພັນ ມີວັດຖຸພັນ 26 ປະເພດ ຊຶ່ງໄດ້ຈັດວາງໄປຕາມແຕ່ລະໄລຍະ ຂອງປະຫວັດສາດ. ໃນປີ 2023 ມີແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າໄປທ່ຽວ, ຊົມ, ສຶກສາ, ຄົ້ນຄວ້າ 7 ພັນກວ່າຄົນ ຊຶ່ງສ່ວນຫຼາຍ ແມ່ນນັກຮຽນ-ນັກສຶກສາ (ນັກຮຽນ-ນັກສຶກສາ ເຂົ້າຊົມ ແລະ ສຶກສາ ບໍ່ໄດ້ເສຍຄ່າ) ເຫັນວ່າ ມີຈໍານວນເພີ່ມຂຶ້ນ,
ແຜນຕໍ່ໜ້າ ຈະປັບປຸງດ້ານການສະແດງ ໃຫ້ມີຄວາມທັນສະໄໝ, ຈະເພີ່ມບັນດາເນື້ອໃນຕ່າງໆໃຫ້ມີຄວາມສົມບູນ, ຄົບຖ້ວນ ແລະ ຄຽງຄູ່ກັນນັ້ນ ຈະສະໜອງການບໍລິການທາງເລືອກທີ່ຫຼາກຫຼາຍຂຶ້ນຕື່ມ. ນອກຈາກການນໍາທ່ຽວແລ້ວ ຈະສູ້ຊົນ ໃຫ້ໄດ້ບໍລິການດ້ວຍເຄື່ອງຟັງສຽງໃນອະນາຄົດ. ເນື່ອງໃນໂອກາດ ຕ້ອນຮັບວັນສ້າງຕັ້ງພັກ ຄົບຮອບ 69 ປີ (22 ມີນາ 1955 - 22 ມີນາ 2024), ຈະຈັດໃຫ້ມີ 2 ກິດຈະກໍາ ຄື: ອອກແຮງງານລວມ ອ້ອມຂ້າງຫໍພິພິທະພັນ ແລະ ສຸມໃສ່ການວາງສະແດງ ກ່ຽວກັບ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຈະສຸມໃສ່ຕິດຕັ້ງວາງສະແດງ ກ່ຽວກັບການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຫວັງວ່າ ຈະໄດ້ອອກມາຮັບໃຊ້ ໃນອະນາຄົດອັນໃກ້ໆນີ້ ເນື່ອງໃນວັນສ້າງຕັ້ງພັກ ໃກ້ຈະມາເຖິງນີ້, ທ່ານ ນາງ ວັນເພັງ ແກ້ວປັນຍາ ຕາງໜ້າໃຫ້ສະມາຊິກພັກ, ພະນັກງານ ພາຍໃນຫໍພິພິທະພັນແຫ່ງຊາດ ຂໍອວຍພອນໃຫ້ບັນດາທ່ານ ການນໍາພັກ, ລັດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ນໍາພາປະເທດຊາດ ກ້າວໄປສູ່ຄວາມສີວິໄລ ແລະ ໝັ້ນຄົງ ຕາມຈຸດມຸ່ງໝາຍທີ່ພັກກໍານົດໄວ້.
ປັດຈຸບັນ, ການບໍລິການ ແມ່ນມີທຸກໆວັນ ວັນຈັນ- ເຖິງວັນທິດ, ເວລາເປີດບໍລິການ 8:00 – 16:00 ໂມງ (ວັນຈັນ - ວັນສຸກ), 9:00 – 16:00 ໂມງ (ວັນເສົາ - ວັນອາທິດ), ຄ່າບໍລິການເຂົ້າຊົມ: ແຂກ (ຄົນລາວ) 5.000 ກີບຕໍ່ຄົນ, ແຂກຕ່າງປະເທດ 30.000 ກີບຕໍ່ຄົນ, ສອບຖາມຂໍ້ມູນໄດ້ທີ່: museuminfo.2020@gmail.com
ໂທຕິດຕໍ່ພົວພັນໄດ້ທີ່: 856 021 212461, ໜ້າຂ່າວ/ເຟສບຸກ: ຫໍພິພິທະພັນ ແຫ່ງຊາດ.
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ