ກ່າວຄຳເຫັນໃນກອງປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ຍູ້ໄວລະດັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ຮອດປີ 2045 ປະຕິບັດເປົ້າໝາຍທຳຄວາມສະອາດເນື້ອທີ່ດິນຖືກມົນລະພິດຈາກລູກລະເບີດ ມີຄວາມເລິກຮອດ 0,5 ແມັດໂດຍພື້ນຖານ; ຍູ້ແຮງວຽກງານຄົ້ນຄວ້າ, ໝູນໃຊ້ບັນດາຜົນງານວິທະຍາສາດ ແລະ ເຕັກໂນໂລຊີຕິດພັນກັບການຫັນເປັນດີຈີຕອນ ກ້າວໄປເຖິງເປົ້າໝາຍເປັນເຈົ້າຂອງເຕັກໂນໂລຊີເກັບກູ້ລະເບີດຍັງບໍ່ທັນແຕກ.
ອີກຄັ້ງໜຶ່ງ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ຫວຽດນາມ ສືບຕໍ່ຕັ້ງໜ້າ, ເປັນເຈົ້າການໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຫຼັງສົງຄາມ ແລະ ປາຖະໜາວ່າ ລັດຖະບານບັນດາປະເທດ, ບັນດາອົງການຈັດຕັ້ງສາກົນສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ລູກລະເບີດ. ທ່ານນາຍົກລັດຖະມົນຕີກ່າວວ່າ: ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ, ນີ້ແມ່ນການກະທຳອັນສູງສົ່ງ, ຈົບງາມລະຫວ່າງມະນຸດດ້ວຍກັນ; ຂ້າພະເຈົ້າຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງພວກເພື່ອນທີ່ມີຕໍ່ການສູນເສຍຂອງຊາດພວກຂ້າພະເຈົ້າ. ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດແມ່ນສ່ວນໜຶ່ງ ແຕ່ນີ້ກໍແມ່ນຄຳກ່າວເຕືອນສົງຄາມ ແລະ ການສະໜັບສະໜູນສັນຕິພາບອີກດ້ວຍ. ພວກຂ້າພະເຈົ້າຢາກສະແດງທັດສະນະວ່າ ບໍ່ຫວັງໃຫ້ປະເທດໃດ ແລະ ປະຊາຊົນຜູ້ໃດຖືກຕົກໃນສະພາບສົງຄາມ, ເພາະວ່າມັນມີຜົນຮ້າຍຕາມມາຢ່າງຍາວນານ.
ຄໍາເຫັນ