ຂ່າວລະບຸວ່າ: ມະຫາວິທະຍາໄລຊິດນີ ຂອງອົສຕຣາລີ ໄດ້ເປີດເຜີຍວ່າ, ຈຸລັງກ້າມຊີ້ນຫົວໃຈໃໝ່ຖືກສ້າງຂຶ້ນໃນຂະນະທີ່ຫົວໃຈບາງສ່ວນຍັງມີຮອຍແປ້ວຫຼັງຈາກເປັນໂຣກຫົວໃຈວາຍ ຊຶ່ງເປັນປະກົດການທີ່ກ່ອນໜ້ານີ້ພົບເຫັນສະເພາະໃນໜູທົດລອງເທົ່ານັ້ນ ແຕ່ປັດຈຸບັນໄດ້ຮັບການພິສູດແລ້ວໃນມະນຸດເປັນຄັ້ງທຳອິດ.
ທ່ານ ໂຣເບິດ ຮູມ ນັກຄົ້ນຄວ້າຈາກມະຫາວິທະຍາໄລດັ່ງກ່າວ ແລະ ເປັນຜູ້ຂຽນການຄົ້ນຄວ້າຫຼັກ ກ່າວວ່າ: ກ່ອນໜ້ານີ້ເຊື່ອກັນວ່າເມື່ອຈຸລັງກ້າມຊີ້ນຫົວໃຈຕາຍຫຼັງຈາກເປັນໂຣກຫົວໃຈວາຍ, ບໍລິເວນດັ່ງກ່າວຂອງຫົວໃຈໄດ້ຮັບຄວາມເສຍຫາຍຢ່າງບໍ່ສາມາດແກ້ໄຂໄດ້, ເຮັດໃຫ້ຄວາມສາມາດຂອງຫົວໃຈໃນການສູບເລືອດໄປຫາອະໄວຍະວະຕ່າງໆຂອງຮ່າງກາຍຫຼຸດລົງ.
ໃນອະນາຄົດ, ນັກຄົ້ນຄວ້າຫວັງວ່າຈະພັດທະນາການປິ່ນປົວທີ່ເສີມຂະຫຍາຍຄວາມສາມາດທຳມະຊາດຂອງຫົວໃຈໃນການຟື້ນຟູຈຸລັງໃໝ່ ແລະ ຟື້ນຟູການເຮັດວຽກຂອງຫົວໃຈຫຼັງຈາກເປັນໂຣກຫົວໃຈວາຍ.
ທີມງານນັກຄົ້ນຄວ້າໄດ້ປະສົບຄວາມສຳເລັດໃນການຄົ້ນພົບຄັ້ງສຳຄັນນີ້ ໂດຍໃຊ້ຕົວຢ່າງຂອງເນື້ອເຍື່ອຫົວໃຈທີ່ຍັງມີຊີວິດທີ່ເກັບມາຈາກຄົນເຈັບທີ່ໄດ້ຮັບການຜ່າຕັດຫຼອດເລືອດຫົວໃຈຢູ່ໂຮງໝໍ Royal Prince Alfred ໃນອົສຕຣາລີ. ໂດຍສາດສະດາຈານ ຊອນ ລາລ ແພດຜູ້ຊ່ຽວຊານດ້ານຫົວໃຈວາຍຢູ່ໂຮງໝໍ Royal Prince Alfred ກ່າວວ່າ: ເປົ້າໝາຍສູງສຸດແມ່ນການນຳໃຊ້ການຄົ້ນພົບນີ້ເພື່ອສ້າງຈຸລັງຫົວໃຈໃໝ່ທີ່ສາມາດຟື້ນຟູອາການຫົວໃຈວາຍໄດ້.
ນັກຄົ້ນຄວ້າກ່າວວ່າ: ພະຍາດຫົວໃຈ ແລະ ຫຼອດເລືອດເປັນສາເຫດຕົ້ນຕໍຂອງການເສຍຊີວິດອັນດັບໜຶ່ງທົ່ວໂລກ ແລະ ອາການຫົວໃຈວາຍສາມາດທຳລາຍຈຸລັງຫົວໃຈຂອງມະນຸດໄດ້ເຖິງໜຶ່ງສ່ວນສາມ ຊຶ່ງການຄົ້ນພົບນີ້ເປັນພື້ນຖານທີ່ສຳຄັນສຳລັບຮູບແບບໃໝ່ຂອງການແພດຟື້ນຟູ.
ທັງນີ້, ການຄົ້ນຄວ້າດັ່ງກ່າວໄດ້ຖືກຕີພິມໃນວາລະສານ Circulation Research.
ຄໍາເຫັນ