ພັດທະນາຊັບພະຍາກອນດ້ານໄອຊີທີ ໃຫ້ກັບພາກລັດ

ຮ່ວມມື ພັດທະນາຊັບພະຍາກອນດ້ານໄອຊີທີ ໃຫ້ກັບພາກລັດ ແລະ ເອກະຊົນ

ຮ່ວມມື ພັດທະນາຊັບພະຍາກອນດ້ານໄອຊີທີ ໃຫ້ກັບພາກລັດ ແລະ ເອກະຊົນ
ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ(ສຕສ)ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີລົງນາມສັນຍາຮ່ວມມື(MOA)

 

ໂຄງການພັດທະນາຊັບພະຍາກອນມະນຸດ ທາງດ້ານໄອຊີທີ ລະຫວ່າງ ສຕສ ແລະ ບໍລິສັດ ຮຸ່ງອາລຸນ ເຕັກໂນໂລຊີ ຈໍາກັດ (HAL)ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.ເປັນກຽດຮ່ວມລົງນາມໂດຍທ່ານ ປະດັບໄຊ ໄຊຍະໂຄດຫົວໜ້າສະຖາບັນກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພຸດ ສີສຸພັນອໍານວຍການບໍລິສັດ ຮຸ່ງອາລຸນ ເຕັກໂນໂລຊີ ຈຳກັດ, ເຂົ້າຮ່ວມໂດຍ ທ່ານ ແກ້ວວິສຸກ ໂສລະພົມຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມາຢົງເຊິນປະທານກຸ່ມບໍລິສັດ ຮຸ່ງອາລຸນ ເຕັກໂນໂລຊີ ຈຳກັດ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ.

ທ່ານ ປະດັບໄຊ ໄຊຍະໂຄດ ກ່າວວ່າ: ການຮ່ວມມືດັ່ງກ່າວ ເປັນແຜນການຂະຫຍາຍຄູ່ຮ່ວມມືໃນການສ້າງໂຄງການຝຶກອົບຮົມຊັບພະຍາກອນມະນຸດ ທາງດ້ານໄອຊີທີເພື່ອພັດທະນາຊັບພະຍາກອນດ້ານໄອຊີທີ ໃຫ້ກັບພາກລັດ ແລະ ເອກະຊົນ, ເປີດກວ້າງໃຫ້ກັບພະນັກງານ, ນັກສຶກສາ ແລະ ບຸກຄົນທົ່ວໄປທີ່ມີຄວາມສົນໃຈຢາກຍົກລະດັບຄວາມຮູ້ດ້ານໄອຊີທີ, ເພື່ອປະກອບສ່ວນຊຸກຍູ້ແນວທາງການຫັນ ເປັນດີຈີຕອນ ຂອງລັດຖະບານ ແລະ ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ທາງດ້ານໄອຊີທີ ຢູ່ ສປປ ລາວ.

ເນື້ອໃນຂອງຮ່າງສັນຍາຮ່ວມມືປະກອບດ້ວຍຫຼາຍດ້ານ ເປັນຕົ້ນແມ່ນເປັນການຮ່ວມມື ເພື່ອຝຶກອົບຮົມບຸກຄະລາກອນທາງດ້ານໄອຊີທີ ໃນຂອບເຂດທົ່ວປະເທດພາຍໃຕ້ຫົວຂໍ້: ຝຶກອົບຮົມຫຼັກສູດການພັດທະນາເວັບໄຊ, ຝຶກອົບຮົມຫຼັກສູດການພັດທະນາແອັບມືຖື, ຝຶກອົບຮົມຫຼັກສູດຄວາມປອດໄພທາງດ້ານເຕັກໂນໂລຊີ, ຝຶກອົບຮົມຫຼັກສູດການນຳໃຊ້ AI, ຝຶກອົບຮົມຫຼັກສູດການວິເຄາະຂໍ້ມູນ, ຝຶກອົບຮົມຫຼັກສູດການບໍລິຫານໂຄງການ, ຝຶກອົບຮົມຫຼັກສູດການອອກແບບ UX & UI ແລະ ຫຼັກສູດການອອກແບບກຣາບຟິກ.

ການຮ່ວມມືໃນຄັ້ງນີ້ ເປັນຂີດໝາຍອັນສໍາຄັນທາງດ້ານການພັດທະນາຊັບພະຍາກອນມະນຸດ ແລະ ສອດຄ່ອງກັບທິດທາງວິໄສທັດແຜນຍຸດທະສາດ ການຫັນເປັນດີຈີຕອນ ຊຶ່ງວຽກງານກໍ່ສ້າງບຸກຄະລາກອນອັນເປັນພື້ນຖານ ແລະ ໃຈກາງຂອງການຫັນປ່ຽນທາງດ້ານເຕັກນິກນະໂຍບາຍ ແລະ ແນວທາງ ໃຫ້ກ້າວໜ້າໃນທ່ວງທ່າທີ່ໝັ້ນຄົງ, ເຂັ້ມແຂງກຸ້ມຕົນເອງ ແລະ ສ້າງແຮງງານລາວຍົກລະດັບຂີດຈໍາກັດໃຫ້ຂຶ້ນສູ່ເວທີສາກົນ.ນອກຈາກນັ້ນ ໃນວາລະ ຍັງໄດ້ມີການເປີດບໍລິສັດຮຸ່ງອາລຸນເຕັກໂນໂລຊີ ຈໍາກັດອີກດ້ວຍ. (ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກແຂວງຫຼວງພະບາງເອົາໃຈໃສ່ປັບປຸງວຽກງານຫຼາຍດ້ານ

ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກແຂວງຫຼວງພະບາງເອົາໃຈໃສ່ປັບປຸງວຽກງານຫຼາຍດ້ານ

ເມື່ອບໍ່ດົນມານີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຫຼວງພະບາງ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ. ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ໄດ້ລາຍງານຫຍໍ້ ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ການປັບປຸງກົງຈັກການຈັດຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງຫຼວງພະບາງຄັ້ງທີ IX ແລະ ການກະກຽມສ້າງຕັ້ງຕາແສງ.
ເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ໃນ 9 ຕົວເມືອງ

ເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ໃນ 9 ຕົວເມືອງ

ກອງປະຊຸຸມເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ຢູ່ພະແນກວັດທະນະທໍາແລະທ່ອງທ່ຽວແລະ ຫ້ອງການ 9 ຕົວເມືອງ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງວັດທະນະທໍາແລະທ່ອງທ່ຽວ. ເປັນປະທານໂດຍທ່ານ ໂດຍຄໍາເພົ້າ ວັນນະວົງ ຫົວໜ້າກົມກວດກາ ກະຊວງວັດທະນະທໍາແລະທ່ອງທ່ຽວ ມີບັນດາຕາງໜ້າຕໍາຫຼວດການທ່ອງທ່ອງ, ຫ້ອງການ ວທ ຈາກ 9 ຕົວເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ

ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ

ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20ກໍລະກົດ 2025) ໄດ້ໝູນວຽນມາອີກວາລະໜຶ່ງ,ທ່ານ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ກ່າວວ່າ:ຂ້າພະເຈົ້າ, ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນການເຕີບໃຫຍ່ຂອງ ສະຫະພັນແມ່ຍິງລາວເຮົາ ຊຶ່ງກ່ອນໜ້ານີ້ ພັກປະຊາຊົນປະຕິວັດລາວໄດ້ເອົາໃຈໃສ່ຢ່າງຈົດຈໍ່ ໃນການປຸກລະດົມ ຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກົດປະຕິວັດ ແລະຖືແມ່ຍິງເປັນສ່ວນໜຶ່ງໃນກຳລັງແຮງສໍາຄັນ ຂອງພັກ.
ເມືອງທຸລະຄົມ ສະຫຼອງວັນສ້າງຕັ້ງແມ່ຍິງລາວ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ

ເມືອງທຸລະຄົມ ສະຫຼອງວັນສ້າງຕັ້ງແມ່ຍິງລາວ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ

ເມື່ອບໍ່ດົນມານີ້, ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 ຫາ ວັນທີ 20 ກໍລະກົດ 2025) ແລະ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສົກປີ 2024-2025 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ຈັນທະມາໄລ ບຸນໄຊທິບ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ, ຫົວໜ້າຄະນະຈັດຕັ້ງເມືອງທຸລະຄົມ, ທ່ານ ນາງ ສົມພອນ ສຸທໍາມະວົງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ.
ເຈົ້າແຂວງຄຳມ່ວນ ລົງຕິດຕາມບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ

ເຈົ້າແຂວງຄຳມ່ວນ ລົງຕິດຕາມບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ

ວັນທີ 19 ກໍລະກົດຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ.
6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

ໄລຍະ 6 ເດືອນຕົ້ນປີ 2025 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນແຈ້ງເຂົ້າ-ອອກເມືອງ ທັງໝົດ 115,688 ເທື່ອຄົນ ຍິງ 24,831 ເທື່ອຄົນ. ໃນນັ້ນ, ຄົນແຈ້ງເຂົ້າເມືອງ ມີ 58,173 ເທື່ອຄົນ ຍິງ 12,280 ເທື່ອຄົນ ລວມມີ 50 ສັນຊາດ, ສ່ວນຄົນແຈ້ງອອກເມືອງມີ 57,515 ເທື່ອຄົນ ຍິງ 12,551 ເທື່ອຄົນ ລວມມີ 54 ສັນຊາດ. ໃນຄະນະດຽວກັນ ໄລຍະ 6 ເດືອນຜ່ານມາ ຢູ່ດ່ານສາກົນພູເກືອ ມີລົດແຈ້ງເຂົ້າເມືອງ ຈໍານວນ 26,809 ເທື່ອຄັນ ລວມມີ 4 ສັນຊາດ ແລະ ລົດແຈ້ງອອກເມືອງ ມີ 23,976 ເທື່ອຄັນ ມີ 4 ສັນຊາດ.
ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ວັນທີ 19 ກໍລະກົດ 2025,ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ພ້ອມຄະນະ, ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາ ເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ
ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເພີ່ມເຕີມ