ຮ່ວມພັດທະນາ ເພື່ອສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບ

ຮ່ວມພັດທະນາ ເພື່ອສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບ

ຮ່ວມພັດທະນາ ເພື່ອສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບ
ບໍລິສັດຕະຫຼາດລາວຂາຍຍົກ-ຂາຍຍ່ອຍ ຈຳກັດ ໄດ້ຈັບມືກັບບໍລິສັດວຽງຈັນສາງເຢັນ ຈຳກັດ ເພື່ອຮ່ວມມືກັນໃນການພັດທະນາທຸລະກິດ ແລະ ຂະຫຍາຍສັກກະຍະພາບການໃຫ້ບໍລິການສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບເຖິງມືຜູ້ບໍລິໂພກໄດ້ຢ່າງໝັ້ນໃຈທັງການຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

ພິທີເຊັນສັນຍາການຮ່ວມມືລະຫວ່າງບໍລິສັດຕະຫຼາດລາວຂາຍຍົກ - ຂາຍຍ່ອຍ ຈຳກັດ (ກຸ່ມບໍລິສັດໂຄລາວ) ກັບ ບໍລິສັດ ວຽງຈັນສາງເຢັນ ຈຳກັດ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ສຳນັກງານໃຫຍ່ ກຸ່ມບໍລິສັດ ໂຄລາວ ໂດຍການລົງນາມຂອງທ່ານນາງ ຖາວອນ ວົງສົມບັດ ປະທານກຸ່ມບໍລິສັດ ໂຄລາວ ຈຳກັດ ກັບທ່ານ ສົມຈິດ ຈັນປະດິດ ປະທານບໍລິສັດ ວຽງຈັນສາງເຢັນ ຈຳກັດ; ເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ຄຳຂັນ ນະພາວົງ ຮອງປະທານໃຫຍ່ກຸ່ມບໍລິສັດໂຄລາວ, ທ່ານນາງ ລາລີວອນ ສີພັນດອນ ຜູ້ອຳນວຍການບໍລິສັດ ສາງເຢັນ ຈຳກັດ ພ້ອມດ້ວຍບັນດາຜູ້ບໍລິຫານທັງ 2 ພາກສ່ວນເຂົ້າຮ່ວມ.

ການຮ່ວມມືຄັ້ງນີ້ຖືເປັນອີກບາດກ້າວສຳຄັນທີ່ຊ່ວຍເສີມຄວາມແຂງແກ່ງຂອງທັງສອງຝ່າຍໃນດ້ານດຳເນີນກິດຈະການສາງເຢັນ ແລະ ໂຮງງານປຸງແຕ່ງອາຫານສົດທີ່ມີມາດຕະຖານສາກົນ ເພື່ອສະໜອງອາຫານແຊ່ແຂງ, ອາຫານສົດ, ອາຫານປຸງແຕ່ງທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍຜ່ານລະບົບຕ່ອງໂສ້ການສະໜອງແບບປະສົມປະສານມີປະສິດທິພາບໂດຍມີເປົ້າໝາຍເພື່ອສົ່ງມອບສິ່ງທີ່ດີທີ່ສຸດໃຫ້ກັບລູກຄ້າ ແລະ ພັນທະມິດທຸກພາກສ່ວນ ຊຶ່ງຖືເປັນການປະກອບສ່ວນສຳຄັນໃນການຊຸກຍູ້ການຜະລິດພາຍໃນເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກເປັນສິນຄ້າໃຫ້ຫຼາຍຂຶ້ນຕາມນະໂຍບາຍຂອງພັກ ແລະ ລັດຖະບານ.

ບໍລິສັດ ວຽງຈັນສາງເຢັນ ຈຳກັດ ແມ່ນຜູ້ນຳດ້ານການບໍລິການຄັງສິນຄ້າ ແລະ ໂລຈິສຕິກ ຄວບຄຸມອຸນຫະພູມ ຊຶ່ງມຸ່ງໝັ້ນສົ່ງມອບບໍລິການທີ່ດີທີ່ສຸດສຳລັບສິນຄ້າທີ່ຕ້ອງການຄວາມສົດໃໝ່ ແລະ ປອດໄພບໍ່ວ່າຈະເປັນສິນຄ້າກະສິກຳ, ອາຫານປຸງແຕ່ງລວມເຖິງບໍລິການສຳລັບກຸ່ມໂຮງແຮມ, ຮ້ານອາຫານ. ບໍລິສັດ ໄດ້ມີວິໄສທັດໃນການເປັນຜູ້ນຳດ້ານ (Cold Chain Logistics) ຂອງ ສປປ ລາວ. ດັ່ງນັ້ນ ບໍລິສັດ ວຽງຈັນສາງເຢັນ ຈຶ່ງເປັນອີກໜຶ່ງແຮງຂັບເຄື່ອນສຳຄັນທີ່ຊ່ວຍໃຫ້ພາກທຸລະກິດສາມາດສົ່ງມອບສິນຄ້າທີ່ມີຄຸນນະພາບເຖິງມືຜູ້ບໍລິໂພກໄດ້ຢ່າງໝັ້ນໃຈ.

ບໍລິສັດຕະຫຼາດລາວຂາຍຍົກ-ຂາຍຍ່ອຍ ຕັ້ງຢູ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຕະຫຼາດຂາຍຍົກ-ຂາຍຍ່ອຍໃຫຍ່ທີ່ສຸດແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ຊຶ່ງມີສິນຄ້າຫຼາກຫຼາຍຈາກຜູ້ຜະລິດທົ່ວທຸກພາກຂອງປະເທດ ແລະ ສິນຄ້ານຳເຂົ້າໃຫ້ລູກຄ້າເລືອກຊື້ເລືອກໃຊ້ຕາມໃຈມັກມາບ່ອນດຽວໄດ້ຄົບຈົບທຸກຢ່າງ.

(ແຫຼ່ງຂ່າວ: ເສດຖະກິດການຄ້າ)

ຄໍາເຫັນ

ຂ່າວການຮ່ວມມື

ຄອສພ ​ອວ​ຍ​ພອນເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ

ຄອສພ ​ອວ​ຍ​ພອນເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ວັນລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945-2/9/ 2025) ຄົບຮອບ 80 ປີ ໃນວັນທີ 20 ສິງຫານີ້ ທີ່ສະຖານທູດຫວຽດນາມ ປະຈຳລາວ.
ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ

ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ

ໃນຕອນເຊົ້າວັນທີ 20 ສິງຫານີ້, ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ນໍາໂດຍສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າ ຄຕພ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ວັນລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945-2/9/2025) ຄົບຮອບ 80 ປີ.
ຄະນະຜູ້ແທນມະຫາວິທະຍາໄລ ສປ ຈີນ ພົບປະຮ່ວມມືດ້ານວິຊາການ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ

ຄະນະຜູ້ແທນມະຫາວິທະຍາໄລ ສປ ຈີນ ພົບປະຮ່ວມມືດ້ານວິຊາການ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ

ວັນທີ 18 ສິງຫາ ນີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງພະບາງ, ທ່ານ ພູທອນ ຫຼວງວິໄລ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງພະບາງ ພ້ອມຄະນະ ໄດ້ຕ້ອນຮັບການຢ້ຽມຢາມ ແລະ ເຮັດວຽກຮ່ວມຂອງຄະນະຜູ້ແທນ ຈາກມະຫາວິທະຍາໄລ ສປ ຈີນ ນຳໂດຍ ທ່ານ ຟາງ ເລີຍ ຫົວໜ້າສູນຄົ້ນຄວ້າ ສັງຄົມນິຍົມສະໄໜປັດຈຸບັນ ມະຫາວິທະຍາໄລ ຊານຕົງ ສປ ຈີນ ພ້ອມດ້ວຍຄະນະ.

27 ປີ ໃນການປະຕິບັດພາລະບົດບາດ - ໜ້າທີ່ຂອງວຽກງານກວດສອບແຫ່ງລັດ  (ເນື່ອງໃນວັນສ້າງຕັ້ງ ອົງການກວດສອບແຫ່ງລັດ 5/8/1998 – 5/8/2025)

27 ປີ ໃນການປະຕິບັດພາລະບົດບາດ - ໜ້າທີ່ຂອງວຽກງານກວດສອບແຫ່ງລັດ (ເນື່ອງໃນວັນສ້າງຕັ້ງ ອົງການກວດສອບແຫ່ງລັດ 5/8/1998 – 5/8/2025)

ໃນຂະບວນວິວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວລະບົບການເມືອງຂອງປະເທດໜຶ່ງໆກໍຕ້ອງປະກອບດ້ວຍຫຼາຍພາກສ່ວນສຳຄັນເປັນຕົ້ນ: ແມ່ນອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງມະຫາຊົນ-ສັງຄົມ ແລະ ອື່ນໆ; ໃນນັ້ນ, ອົງການຈັດຕັ້ງລັດແມ່ນອົງການຈັດຕັ້ງໜຶ່ງທີ່ມີບົດບາດສຳຄັນເປັນໃຈກາງໜຶ່ງ ໃນລະບົບການເມືອງ. ດ້ວຍບົດບາດ ແລະ ຄວາມສຳຄັນດັ່ງກ່າວ, ພັກ-ລັດຖະບານແຫ່ງ ສປປ ລາວ ຈຶ່ງເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງອົງການອຳນາດລັດໃຫ້ມີຄວາມຄ່ອງຕົວ, ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປະຕິວັດໃນແຕ່ລະໄລຍະ.
ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ໃນວັນທີ 15-16 ສິງຫາຜ່ານມາ, ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມຊ່ວຍເຫຼືອລາວ ມາຈາກແຂວງຮ່າຕິ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນຕຽນດົງ ພ້ອມຄະນະ ໄດ້ມາຢ້ຽມຢາມ ສະຫະພັນນັກຮົບເກົ່າແຂວງຄໍາມ່ວນ ຊຶ່ງໃຫ້ກຽດຕ້ອນຮັບຕ່າງໜ້າການນຳແຂວງ ໂດຍ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ປະທານສະຫະພັນນັກຮົບເກົ່າແຂວງ ພ້ອມຄະນະ.
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

ໃນວັນທີ 15 ສິງຫາ ນີ້ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ ພາຍໃຕ້ຄຳຂວັນ: ​ທົດສະວັດສີທອງ: ສືບຕໍ່ຍຶດໝັ້ນກໍ່ສ້າງປະຊາຄົມທີ່ດີກວ່າດ້ວຍຄວາມສາມັກຄີ(Golden Decade: Staying Committed to Building a Better Community through Solidarity) ໂດຍການເປັນປະທານຮ່ວມຂອງ ທ່ານ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດພ້ອມດ້ວຍຄະນະຜູ້ແທນຈາກປະເທດສະ ມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ

ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ

ໂຄງການຊ່ວຍເຫຼືອໃນຂົງເຂດສາທາລະນະສຸກຢູ່ ສປປ ລາວ ຂອງສາທາລະນະລັດເກົາຫຼີ (ສ ເກົາຫຼີ) ໄດ້ຊ່ວຍປັບປຸງສຸຂະພາບຂອງປະຊາຊົນລາວດີຂຶ້ນເປັນກ້າວໆມາ. ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດເກົາຫຼີ ຄົບຮອບ 30 ປີ, ໃນວັນທີ 14 ສິງຫານີ້, ສະຖານທູດ ສ ເກົາຫຼີ ປະຈຳລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສື່ມວນຊົນຢ້ຽມຢາມ ແລະ ຕິດຕາມວຽກງານການຊ່ວຍເຫຼືອ ເພື່ອການພັດທະນາໂຄງການຊ່ວຍເຫຼືອ ຂອງ ສ ເກົາຫຼີ ໃນຂົງເຂດສາທາລະນະສຸກ ຢູ່ ສປປ ລາວ, ໂດຍມີ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ, ມີບັນດາອົງການຈັດຕັ້ງສາກົນ ຄູ່ຮ່ວມງານ ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ອີຣານ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ອີຣານ

ໃນວັນທີ 10 ສິງຫາ ຜ່ານມາ ທີ່ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ທີ່ ນະຄອນຫຼວງ ເຕຮາຣານ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ມາຊຸດ ເປແຊັສກຽນ (H.E.Mr. Masoud Pezeshkian) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ອີຣານ ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງນິວແດນລີ ປະເທດອິນເດຍ.
ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

ໃນວັນທີ 12 ສິງຫານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ ສິງກະໂປ (Istana), ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣັນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 11-12 ສິງຫາ 2025.
ເພີ່ມເຕີມ