ຫົວໜ້າ ຫສນຍ ຢ້ຽມຢາມກອງພັນນ້ອຍ 19 ແລະ ຊຸກຍູ້ການຜະລິດຂອງປະຊາຊົນ ຢູ່ແຂວງຜົ້ງສາລີ 

ຫົວໜ້າ ຫສນຍ ຢ້ຽມຢາມກອງພັນນ້ອຍ 19 ແລະ ຊຸກຍູ້ການຜະລິດຂອງປະຊາຊົນ ຢູ່ແຂວງຜົ້ງສາລີ 
ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ຫົວໜ້າກອງເລຂາຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ແຂວງຜົ້ງສາລີເມື່ອວັນທີ 16 ທັນວາຜ່ານມາ,ໂດຍມີທ່ານ ຄຳຜອຍ ວັນນະສານ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ຮ່ວມເຄື່ອນໄຫວ ພ້ອມທັງນໍາພາໄປພົບປະໂອ້ລົມ ຕໍ່ນາຍ ແລະ ພົນທະຫານ ກອງພັນນ້ອຍ 19, ຢ້ຽມຢາມພື້ນຖານການຜະລິດຂອງປະຊາຊົນ ຢູ່ເມືອງບຸນເໜືອ, ແຂວງຜົ້ງສາລີ.
ການຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ນາຍ ແລະ ພົນທະຫານ ຄັ້ງນີ້, ທ່ານ ພັນໂທ ຈັນໄຊ ຄຳສະຫວັນ, ຫົວໜ້າການທະຫານກອງພັນນ້ອຍ 19 ໄດ້ລາຍງານວ່າ: ກອງພັນນ້ອຍ 19 ມີມູນເຊື້ອເປັນກອງຮ້ອຍວິລະຊົນ, ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຂອບເຂດ 17 ບ້ານ ຂອງເມືອງບຸນເໜືອ ໂດຍສະເພາະ ການເກັບກຳສະພາບຮອບດ້ານ, ສຶກສາອົບຮົມປະຊາຊົນ ໃຫ້ເຊື່ອມຊຶມຕໍ່ແນວທາງຂອງພັກ, ນະໂຍບາຍຂອງລັດ ກໍຄືແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ຊ່ວຍເຫຼືອປະຊາຊົນທີ່ພົບຄວາມຫຍຸ້ງຍາກ ແລະ ອື່ນໆ ເຊິ່ງໂດຍລວມ ແມ່ນສາມາດເຮັດໃຫ້ຮາກຖານ ໃນຂອບເຂດຄວາມຮັບຜິດຊອບ ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງດີຂຶ້ນ.
ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນພົບປະໂອ້ລົມ ຕໍ່ນາຍ ແລະ ພົນທະຫານໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ກົມກອງສາມາດຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງ ສະແດງຄວາມຢ້ຽມຢາມຖາມຂ່າວ ເຖິງຊີວິດການເປັນຢູ່ຂອງອ້າຍນ້ອງທະຫານ ໂດຍສະເພາະ ຜູ້ທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ. ອັນສຳຄັນ, ທ່ານ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ກອງພັນນ້ອຍ 19 ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ສົມທົບກັບອົງການປົກຄອງທ້ອງຖິ່ນ ລົງໃກ້ຊິດຕິດແທດກັບປະຊາຊົນ ຢ່າງເປັນເປັນປົກກະຕິ, ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ຕາມ 4 ເນື້ອໃນ, 4 ຄາດ ໝາຍ ຂອງພັກກໍານົດໄວ້; ສືບຕໍ່ເພີ່ມພູນຜະລິດຜົນ ສ້າງພະລາທິການກັບທີ່ ຕາມທິດກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທັງເປັນການປັບປຸງຊີວິດການເປັນຢູ່ ຂອງນາຍ ແລະ ພົນທະຫານ ໃຫ້ນັບມື້ດີຂຶ້ນເປັນກ້າວໆ; ກະກຽມ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນ ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ໃຫ້ເປັນຂະບວນການກວ້າງຂວາງ, ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີເນື້ອໃນທີ່ເລິກເຊິ່ງ ໂດຍສະເພາະ ຂະບວນການກິລາ, ສິລະປະວັນນະຄະດີ ແລະ ອື່ນໆ ໂດຍຕິດພັນກັບການປະຕິບັດວຽກງານວິຊາສະເພາະ, ຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຕົ້ນ ການປັບປຸງກຳລັງ ແລະ ການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີລະບຽບວິໄນ, ທັງເຫັນໄດ້ວຽກດີຄົົນເດັ່ນ ຢ່າງແທ້ຈິງ. ພາຍຫຼັງສໍາເລັດການພົບປະ ທ່ານລັດຖະມນຕີ, ຫົວໜ້າ ຫສນຍ  ຍັງໄດ້ມອບເຄື່ອງໃຊ້ຫ້ອງການ ແລະ ວັດຖຸປັດໃຈຈຳນວນໜຶ່ງ ເພື່ອຊຸກຍູ້ຂະບວນການ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ (20 ມັງກອນ 1949 - 20 ມັງກອນ 2024) ທີ່ຈະມາເຖິງນີ້.
ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ພ້ອມຄະນະແລະ ເຈົ້າແຂວງໆຜົ້ງສາລີ ກໍໄດ້ສືບຕໍ່ໄປຢ້ຽມຢາມພື້ນຖານການຜະລິດຂອງປະຊາຊົນ ຢູ່ບ້ານເດື່ອ ແລະ ບ້ານຢໍ້, ເມືອງບຸນເໜືອ ທີ່ປູກໝາກຖົ່ວ ແລະ ໝາກອຶ ເປັນສິນຄ້າ ສົ່ງອອກໄປ ສປ ຈີນ ໂດຍໄດ້ເຈາະຈີ້ມຖາມເຖິງຂໍ້ສະດວກ ແລະ ຫຍຸ້ງຍາກ ໃນການຜະລິດ, ລວມທັງ ປັດໃຈ ແລະ ຕ່ອງໂສ້ການຜະລິດ ເຊັ່ນ ຕົ້ນທຶນການຜະລິດ, ແນວພັນພືດ, ຜົນຜະລິດ, ລາຄາຜົນຜະລິດ, ຕະຫຼາດຈຳໜ່າຍ, ການຂົນສົ່ງ, ການຊໍາລະສະສາງ ແລະ ອື່ນໆ. 
(ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ