ຫົວໜ້າ ຄອສພ ເຄື່ອນໄຫວຊຸກຍູ້ການປັບປຸງກົງຈັກການຈັດຕັ້ງຢູ່ແຂວງສາລະວັນ

ຫົວໜ້າ ຄອສພ ເຄື່ອນໄຫວຊຸກຍູ້ການປັບປຸງກົງຈັກການຈັດຕັ້ງຢູ່ແຂວງສາລະວັນ

ຫົວໜ້າ ຄອສພ ເຄື່ອນໄຫວຊຸກຍູ້ການປັບປຸງກົງຈັກການຈັດຕັ້ງຢູ່ແຂວງສາລະວັນ
ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຊຸກຍູ້ວຽກງານການປັບປຸງກົງຈັກການຈັດຕັ້ງ ໂດຍສະເພາະການມອບ-ໂອນວຽກງານສື່ມວນຊົນໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງຂຶ້ນໃນວັນທີ 26 ສິງຫານີ້, ທີ່ຫ້ອງວ່າການປົກຄອງແຂວງສາລະວັນ ໂດຍມີທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ພ້ອມດ້ວຍຄະນະນໍາຂັ້ນແຂວງ, ມີຄະນະນໍາ ແລະ ພະນັກງານລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ຫວໜາ ຄອສພ ເຄອນໄຫວຊກຍການປບປງກງຈກການຈດຕງຢແຂວງສາລະວນ - image 1
 

ພາຍຫຼັງທ່ານນາງ ບຸນທະວີ ດວງລາສີ ໄດ້ມີຄຳເຫັນກ່າວຕ້ອນຮັບ ແລະ ລາຍງານສະພາບການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງໂດຍຫຍໍ້. ຈາກນັ້ນ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ລາຍງານການເຄື່ອນໄຫວ ວຽກງານໂຄສະນາອົບຮົມແຂວງ ແລະ ການໂອນວຽກຖະແຫຼງຂ່າວ-ສື່ມວນຊົນຈາກພະແນກຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວແຂວງ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ, ດ້ານກົງຈັດການຈັດຕັ້ງ, ພາລະບົດບາດ ແລະ ສະພາບແນວຄິດຂອງພະນັກງານ-ລັດຖະກອນພາຍຫຼັງມອບໂອນ. ຕໍ່ກັບການມອບໂອນວຽກງານດັ່ງກ່າວ ພາຍຫຼັງມີມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ມະຕິສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025 ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ ຄຳແນະນຳຂອງຄະນະເລຂາທິການສູນກາງພັກສະບັບເລກທີ 483/ຄລສພ, ລົງວັນທີ 27 ມີນາ 2025 ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ. ຄະນະໂຄສະ ນາອົບຮົມແຂວງໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດານິຕິກຳຕ່າງໆຂອງສູນກາງ ແລະ ຂອງແຂວງກ່ຽວກັບການປັບ ປຸງກົງຈັກການຈັດຕັ້ງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ພ້ອມທັງສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກມີຄວາມຮັບຮູ້ ເຂົ້າໃຈເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ພ້ອມນັ້ນ, ໄດ້ເກັບກຳຂໍ້ມູນກ່ຽວກັບບຸກຄະລາກອນ ລວມທັງກົງຈັກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ຂໍ້ມູນຕຶກ-ອາຄານ, ທີ່ດິນ, ອຸປະກອນ, ພາຫະນະ, ງົບປະມານຂອງລັດຂອງພະແນກຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວແຂວງ ແລະ ຄະນະໂຄສະນາອົບຮົມແຂວງເພື່ອສຳເລັດຕາມຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງປະຕິ ບັດວຽກງານການມອບໂອນໃນຄັ້ງນີ້ ເພື່ອໃຫ້ເປັນອັນໜຶ່ງອັນດຽວກັນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ເຮັດໃຫ້ການຈັດຕັ້ງມີຄວາມໂປ່ງໃສ ໂລ່ງລ່ຽນ ເຮັດໃຫ້ກົງຈັກຄືຮູບທາດ ຈຶ່ງຈະມີຄວາມໜັກແໜ້ນເຂັ້ມແຂງ.

ຫວໜາ ຄອສພ ເຄອນໄຫວຊກຍການປບປງກງຈກການຈດຕງຢແຂວງສາລະວນ - image 2
 

ຊຶ່ງໃນໄລຍະຜ່ານມາເຫັນວ່າ: ການປະຕິບັດຕາມພາລະບົດບາດມີຜົນສໍາເລັດຫຼາຍດ້ານ ແລະ ການກະ ກຽມມອບ-ໂອນວຽກງານໃນຄັ້ງນີ້ ແມ່ນການປະຕິບັດຕາມແນວທາງຂອງພັກ-ລັດ ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ຄວາມພ້ອມຮອບດ້ານ ເພື່ອຮັບປະກັນເຮັດໃຫ້ການໂຮມວຽກງານບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ. ຮຽກຮ້ອງໃຫ້ຄະນະນໍາເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງເປັນເອກະພາບໃຫ້ພະນັກງານ-ສະມາຊິກພັກ ແລະ ບັນດາຫ້ອງການຂັ້ນເມືອງ; ພ້ອມນີ້, ສະມາຊິກພັກ-ພະນັກງານທຸກຄົນຂໍໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ໃຫ້ການຮ່ວມມືເພື່ອເຮັດໃຫ້ການປັບປຸງສໍາເລັດຕາມແຜນການວາງໄວ້ ຊຶ່ງການສັບຊ້ອນຈັດວາງແມ່ນໃຫ້ເອົາໃຈໃສ່ປະຕິບັດຕາມລະບຽບ, ຫຼັກການ ແລະ ທິດຊີ້ນຳຂອງຂັ້ນເທິງ; ໃຫ້ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ຖອດຖອນເອົາບົດຮຽນອັນດີຂອງກັນ ແລະ ກັນ ສືບຕໍ່ປະຕິບັດໃຫ້ດີຂຶ້ນ, ມີປະສິດທິພາບສູງ ຮັບປະກັນຄວາມວ່ອງໄວທັນການ. ພາຍຫຼັງໂຮມເຂົ້າກັນແລ້ວແມ່ນໃຫ້ຄົ້ນຄວ້າຈັດສັນຄືນໃໝ່ດ້ານບຸກຄະລາກອນ, ອຸປະກອນໃຫ້ສົມຄູ່ກັບໜ້າທີ່ ແລະ ຄວາມຕ້ອງການນໍາໃຊ້ຕົວຈິງຂອງວຽກງານ. ໃນພິທີຫົວໜ້າ ຄອສພ ໄດ້ມອບເງິນຈຳນວນໜຶ່ງໃຫ້ໂຄສະນາອົບຮົມແຂວງເພື່ອຊຸກຍູ້ວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມແຂງ.

(ຂ່າວ: ພູວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກກອງບັນຊາການ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກ ເຂົ້າຮ່ວມ.
ເຜີຍແຜ່ຮ່າງນິຕິກຳຫົວໜ່ວຍຊົດເຊີຍຜົນກະທົບໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ

ເຜີຍແຜ່ຮ່າງນິຕິກຳຫົວໜ່ວຍຊົດເຊີຍຜົນກະທົບໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ

ພິທີເຜີຍແຜ່ ຮ່າງນິຕິກຳວ່າດ້ວຍ ຫົວໜ່ວຍຊົດເຊີຍ ຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍໄລຍະເສັ້ນທາງບໍລິຄຳໄຊ-ແທງຖູຍ ຢູ່ຕາແສງ ບົວວຽງຄຳ ຈັດຂຶ້ຶນໃນວັນທີ 23 ກັນຍາຜ່ານມາ, ໂດຍມີທ່ານ ບຸນເລີດ ລັດທະພອນປະທານຄະນະກຳມະການປົກຄອງຕາແສງ ບົວວຽງຄຳ, ມີຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຂັ້ນແຂວງ,ຂັ້ນເມືອງ,ຕາງໜ້າໂຄງການ,ອຳນາດການປົກຄອງບ້ານ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII ໄດ້ເປີດຂຶ້ນໃນວັນທີ 25 ກັນຍານີ້, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 302

ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 302

ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທະຫານຮາບທີ 3 ທີ່ຈະໝູນວຽນມາບັນຈົບຄົບຮອບ 45 ປີ (ວັນທີ 25 ຕຸລາ 1981-25 ຕຸລາ 2026) ໃນວັນທີ 24 ກັນຍາຜ່ານມາ, ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ໄດ້ມອບເສື້ອໂປໂລແຂນສັ້ນຈໍານວນ 19 ຊຸດ, ເຄື່ອງຊຸດວອມ 5 ຊຸດ ແລະ ໝາກບູ່ນ 1 ຊຸດ ລວມມູນຄ່າ 3,268,000 ກີບ ມອບໃຫ້ກອງພັນໃຫຍ່ 302 ເພື່ອຊຸກຍູ້ຈິດໃຈຂອງພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ຢູໃນກົມກອງຂອງຕົນ, ທັງເປັນການຊຸກຍູ້ຂະບວນການກິລາ ຢູ່ກອງພັນໃຫຍ່ 302 ໃຫ້ມີບັນຍາກາດຟົດຟື້ນ, ໂດຍການກ່າວມອບຂອງສະຫາຍ ເຕີນ ລາດວົງສາ ຫົວໜ້າໜ່ວຍງານສະຖາບັນການເງິນຈຸລະພາກສິນຊັບເມືອງເໝືອ ສາຂາແຂວງບໍ່ແກ້ວ ພ້ອມດ້ວຍຄະນະໜ່ວຍງານ, ກ່າວຮັບໂດຍສະຫາຍ ພັນເອກ ຄຳອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 302 ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ກອງພົນທີ​ 2​ ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ

ກອງພົນທີ​ 2​ ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ

ໃນວັນທີ​ 24 ກັນຍາ​ຜ່ານມາ​,​ ກອງພົນທີ​ 2​ ໄດ້ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ​ ໂດຍການເປັນປະທານຂອງສະຫາຍ ພັນໂທ​ ສົມຈິດ ແກ້ວ​ໄຊຍະວົງ​ ກຳມະການຄະນະພັກກອງພົນ​ ຮອງ​ຫົວໜ້າ​ຫ້ອງ ການ​ເມືອງ​ກອງພົນ​ທີ​ 2,​ ມີ​ພະແນກການກ່ຽວຂ້ອງ ແລະ ນາຍທະຫານ ທີ່ອອກການຮັບເງິນອຸດໜູນເທື່ອດຽວເຂົ້າຮ່ວມ.
9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

ຕາມການລາຍງານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ ຕໍ່ກອງປະຊຸມຄະນະກໍາມະການປົກຄອງເມືອງປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ຊຶ່ງຈັດຂຶ້ນໃນວັນທີ 25 ກັນຍາຜ່ານມາ, ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ໃນວັນທີ 24 ກັນຍານີ້ ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ຊຶ່ງຈະຈັດຂຶ້ນໃນເດືອນຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງຮອງລັດຖະມົນຕີຮອງປະທານ ຄລທ ຜູ້ປະຈໍາການປະທານຄະນະກໍາມະການປະສານງານ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ໂດຍມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ແຂວງຫຼວງນໍ້າທາ ເຂົ້າຮ່ວມແບບຊ້ອງໜ້າ ແລະ ຜ່ານລະບົບທາງໄກ.
4 ໜ່ວຍພັກ ຍທຂ ເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ຍທຂ ເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ 4 ໜ່ວຍພັກ ປະກອບມີ ໜ່ວຍພັກຂະແໜງບໍລິຫານ, ຈັດຕັ້ງ, ກວດກາແຜນການ-ການເງິນ; ໜ່ວຍພັກຂະແໜງຂົນສົ່ງ, ຄຸ້ມຄອງພາຫະນະ, ເຄຫາ-ຜັງເມືອງ, ໜ່ວຍພັກລັດວິສາຫະກິດນໍ້າປະປາ ແລະ ໜ່ວຍພັກທາງບົກ-ທາງນໍ້າ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນປະຈຳປີ 2025 ຈັດຂຶ້ນໃນວັນທີ 24 ກັນຍາຜ່ານມາ, ໃຫ້ກຽດມອບໃບຢັ້ງຢືນໂດຍສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.
ກະຊວງ ຮສສ ຮ່ວມກັບຄູ່ຮ່ວມງານ ວາງແຜນດຸ່ນດ່ຽງແຮງງານ ໄລຍະສັ້ນ-ໄລຍະຍາວ

ກະຊວງ ຮສສ ຮ່ວມກັບຄູ່ຮ່ວມງານ ວາງແຜນດຸ່ນດ່ຽງແຮງງານ ໄລຍະສັ້ນ-ໄລຍະຍາວ

ກົມການຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ ພ້ອມທັງກຳນົດແຜນການຮ່ວມກັນໃນການສະໜອງແຮງງານ ທັງໄລຍະສັ້ນ ແລະ ໄລຍະຍາວ ຂຶ້ນ ໃນວັນທີ 24 ທັນວາ ນີ້ ທີ່ໂຮງແຮມລາວພຣາຊານະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ອານຸສອນ ຄໍາສິງສະຫວັດຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຫົວໜ້າຄະນະກອງເລຂາ ຄະນະດຸ່ນດ່ຽງທາງດ້ານການສະໜອງແຮງງານ.
ເພີ່ມເຕີມ