ຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສົ່ງເສີມການຮ່ວມມື

ຫົວໜ້າ ຄຕພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ມົງໂກລີ

ຫົວໜ້າ ຄຕພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ມົງໂກລີ
ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສົ່ງເສີມການຮ່ວມມື ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນມົງໂກລີ,

 

ສະຫາຍ ທອງສະຫວັນ ພົມວິຫານກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດມົງໂກລີ ໃນວັນທີ 13-16 ພະຈິກຜ່ານມານີ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງປະເທດ ສປປ ລາວ ກັບ ມົງໂກລີ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ເຂົ້າຢ້ຽມຂໍ່ານັບ, ພົບປະ ແລະ ເຮັດວຽກກັບການນຳຂັ້ນສູງຂອງພັກປະຊາຊົນມົງໂກລີ ຫຼາຍພາກສ່ວນ ເປັນຕົ້ນແມ່ນ ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ລົບຊັງນໍາສະແລ ອໍໂຢງ-ເອຣຕິນປະທານ ພັກປະຊາຊົນມົງໂກລີນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ແລະ ພົບປະສອງຝ່າຍກັບ ທ່ານ ຊອດບາທາຣ ຍັງກົກເລຂາທິການໃຫຍ່ ພັກປະຊາຊົນມົງໂກລີ, ທ່ານ ເຄ ນຽມບາທາຣເຈົ້າຄອງນະຄອນຫຼວງ ອູລານບາຕໍປະທານຄະນະພັກປະຊາຊົນມົງໂກລີ ຂອງ ນະຄອນຫຼວງອູລານບາຕໍ;ພົບປະກັບ ທ່ານ ນາງ ເຈ. ອຸນດຣາມສະມາຊິກສະພາຄູຣານໃຫຍ່ ແຫ່ງ ມົງໂກລີຮອງປະທານຄະນະມິດຕະພາບ ລັດຖະສະພາ ມົງໂກລີ-ລາວ ປະຈຳ ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ.

ໃນການພົບປະ, ສອງຝ່າຍ ໄດ້ຕີລາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ມົງໂກລີ ຕະຫຼອດໄລຍະຜ່ານມາ ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດ ໃນປີ 1962ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາຂອງສອງປະເທດ; ໄດ້ແລກປ່ຽນສະພາບພາຍໃນພັກ, ພາຍໃນປະເທດໃຫ້ກັນຊາບ, ໂດຍສະເພາະ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ; ເຫັນດີເປັນເອກະພາບກັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນດ້ານພັກ ແລະ ການທູດປະຊາຊົນ ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ, ສົ່ງເສີມຄວາມເຂົ້າໃຈ ລະຫວ່າງ ປະຊາຊົນສອງຊາດ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ, ພ້ອມກັນຊອກຫາທ່າແຮງບົ່ມຊ້ອນຕ່າງໆໃຫ້ຫຼາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດ ລາວ-ມົງໂກລີ. ໃນໂອກາດດັ່ງກ່າວ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນມົງໂກລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອໃຫ້ແກ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ.

ໃນການພົບປະຄັ້ງນີ້, ສອງພັກ ຍັງໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສົ່ງເສີມການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນມົງໂກລີ ສະບັບໃໝ່ ປ່ຽນແທນສະບັບເກົ່າ ທີ່ສອງພັກໄດ້ລົງນາມຮ່ວມກັນ ໃນຜ່ານມາ ເພື່ອຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່, ຊຸກຍູ້ການພົວພັນຮ່ວມມື ສອງປະເທດ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ໃນໂອກາດຢ້ຽມຢາມຄັ້ງນີ້ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ມົງໂກລີ, ຄະນະຜູ້ແທນລາວ ຍັງໄດ້ພົບປະໂອ້ລົມກັບ ພະນັກງານສະຖານທູດ ແລະ ນັກສຶກສາລາວ ທີ່ມົງໂກລີ ດ້ວຍບັນຍາກາດອັນສະໜິດສະໜົມ ແລະ ຮັກແພງ, ພ້ອມທັງເນັ້ນໜັກໃຫ້ ສະຖານທູດ ສືບຕໍ່ເປັນຂົວເຊື່ອມຕໍ່ທີ່ດີ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ມົງໂກລີ ໃຫ້ນັບມື້ໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ.

ການຢ້ຽມຢາມມົງໂກລີ ຂອງ ຫົວໜ້າຄະນະພົວພັນຕ່າງປະເທດ ໃນຄັ້ງນີ້ ໄດ້ປະສົບຜົນສໍາເລັດຕາມຄາດໝາຍຊຶ່ງຖືເປັນບາດກ້າວສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ມົງໂກລີ ໃນໄລຍະໃໝ່. ນອກນັ້ນ, ຄະນະ ຍັງໄດ້ທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາ ຈໍານວນໜຶ່ງ ທີ່ນະຄອນຫຼວງອູລານບາຕໍ. ໃນໂອກາດຢ້ຽມຢາມດັ່ງກ່າວ, ທ່ານ ຫົງແກ້ວ ສຸກສະຫວັດເອກອັກຄະລັດຖະທູດວິສາມັນຜູ້ມອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ມົງໂກລີ ກໍໄດ້ເຄື່ອນໄຫວນຳຄະນະ ຢ່າງມີຜົນສຳເລັດ.

(ຂ່າວ: ຄຕພ)

ຄໍາເຫັນ

ຂ່າວການຮ່ວມມື

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ ຈັດງານສະແດງກາຍຍະສິນຣັດເຊຍຂຶ້ນໃນວັນທີ 26 ພະຈິກຜ່ານມາ ທີ່ໂຮງກາຍຍະສິນແຫ່ງຊາດ, ໂດຍການເຂົ້າຮ່່ວມຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ, ທ່ານ ເຊຣເກວຣາດີເມບໂຣວິດຊົດສະກີ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປ ລາວ, ທ່ານ ອາເລັກ ຊານເດີຣັດກອບ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ທູດຕານຸທູດ, ປະຈໍາ ສປປ ລາວ ເຂົ້າຮ່ວມ.
ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບຄະນະໂຄສະນາພັກແຂວງຢຸນນານ ຈັດຕັ້ງປະຕິບັດໂດຍກົມສື່ມວນຊົນໜຸ່ມລາວ ສຊປລ ແລະ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກຳອ່ານປຶ້ມຄັງປັນຍາຫົວຂໍ້: “ຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ” ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີແຫ່ງການເປີດນຳໃຊ້ທາງລົດໄຟລາວ-ຈີນຂຶ້ນໃນວັນທີ 27 ພະຈິກນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ທ່ານນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ໄຊຫົງປຽວ (Chai Hongbiao) ຮອງບັນນາທິການໃຫຍ່ກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ, ມີບັນດາຜູ້ຕາງໜ້າສະຖານທູດຈີນປະຈໍາລາວ, ຄະນະຜູ້ແທນການນຳແຂວງຢຸນນານ, ຜູ້ຕາງໜ້າອົງການ, ສະມາຄົມ ແລະ ພາກສ່ວນຮ່ວມມືລາວ-ຈີນ, ຄູ-ອາຈານ, ນັກສຶກສາແລະຊາວໜຸ່ມ, ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ວັນທີ 25 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ຫຼວງພະບາງ, ຄະນະຜູ້ແທນຈາກ ມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ແຂວງເສສວນ ສປ ຈີນ ນຳໂດຍທ່ານ ຊູ ຊາວຈົງ ຮອງເລຂາຄະນະພັກມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຮ່ວມກັບ ຄະນະພະແນກ ສກຂ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສກຂ ພ້ອມດ້ວຍຄະນະນຳ ແລະພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ສະຫາຍ ຫງວຽນ ວັນຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ (2 ທັນວາ 1975–2 ທັນວາ 2026), ໂດຍມີພາກສ່ວນກ່ຽວຂ້ອງ ແລະ ສະມາຄົມນັກທຸລະກິດຫວຽດນາມເຂົ້າຮ່ວມນຳ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 27 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ນາງ ເທຍ ນິງ ກຳມະການສູນກາງພັກກອມມູນິດຈີນ ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 25-26 ພະຈິກ 2026.
UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

ບົດລາຍງານສະຖານະພາບປະຊາກອນໂລກປີ 2026 ຂອງອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເຜີຍແຜ່ຢ່າງເປັນທາງການຢູ່ລັດຖະສະພານະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ ເມື່ອບໍ່ດົນມານີ້ ຊຶ່ງໄດ້ຮຽກຮ້ອງໃຫ້ມີການລົງທຶນຫຼາຍຂຶ້ນເຂົ້າໃນການສ້າງວຽກ ເຮັດງານທຳທີ່ດີ, ປົກປ້ອງສິດທິຂອງໄວໜຸ່ມ ແລະ ເປີດໂອກາດໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າ ໃນຂະບວນການຕັດສິນໃຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າຫຼາຍຂຶ້ນ.
ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ໃນໂລກປັດຈຸບັນ, ການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາໃນຮອບຮ້ອຍປີກຳລັງດຳເນີນໄປຢ່າງໄວວາ, ປັດໄຈທີ່ບໍ່ແນ່ນອນ, ບໍ່ໝັ້ນຄົງ ແລະ ຄາດຄະເນໄດ້ຍາກ ສືບຕໍ່ເພີ່ມຂຶ້ນ. ການຮ່ວມມືສອງຝ່າຍຈຳນວນບໍ່ໜ້ອຍ ຈຶ່ງມັກສັ່ນຄອນໄປຕາມຄວາມຜັນຜວນຂອງສະພາບແວດລ້ອມພາຍນອກ. ການຄົ້ນຫາແນວທາງສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ກໍໄດ້ສະເໜີແບບຢ່າງໃໝ່ແຫ່ງການພົວພັນລະຫວ່າງປະເທດ: ມິດຕະພາບລະຫວ່າງປະເທດທີ່ໜັກແໜ້ນຢ່າງແທ້ຈິງ, ບໍ່ໄດ້ອີງໃສ່ການຜູກມັດກັບຜົນປະໂຫຍດໄລຍະສັ້ນ ແລະ ບໍ່ບັງຄັບໃຫ້ເສັ້ນທາງການພັດທະນາຕ້ອງຄືກັນ. ແກ່ນສານສຳຄັນແມ່ນການຢຶດໝັ້ນໃນການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ເຄົາລົບການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ, ຢຶດໝັ້ນໃນການປຶກສາຫາລືຢ່າງສະເໝີພາບ ແລະ ການຢູ່ຮ່ວມກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ແບບຢ່າງນີ້, ມີຄວາມສອດຄ່ອງຢ່າງເລິກເຊິ່ງກັບ “ສີ່ຂໍ້ລິເລີ່ມໃຫຍ່” ທີ່ຝ່າຍຈີນສະເໜີ ແລະ ຍັງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກພັກ ແລະ ລັດຖະບານລາວ.
ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຮຸນກລອງ ພະນອງ (HULKRANG Phanang) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນລາວ-ຫວຽດນາມ ຫຼື ເສັ້ນທາງມິດຕະພາບລາວ-ຫວຽດ ນາມ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ