ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ສະຫາຍ ພົ.ວ ຮວິ່ງ ດັກ ເຮືອງ

ຫົວໜ້າ ຄຕພ ຕ້ອນຮັບ ຄະນະຜູ້ແທນຄະນະຕິດຕໍ່ປະສານງານທົ່ວປະເທດອະດີດທະຫານອາສາສະໝັກ-ຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ

ຫົວໜ້າ ຄຕພ ຕ້ອນຮັບ ຄະນະຜູ້ແທນຄະນະຕິດຕໍ່ປະສານງານທົ່ວປະເທດອະດີດທະຫານອາສາສະໝັກ-ຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ
ວັນທີ 23 ກັນຍາຜ່ານມາທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ທອງສະຫວັນ ພົມວິຫານກຳມະການສູນກາງພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ)ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ສະຫາຍ ພົ.ວ ຮວິ່ງ ດັກ ເຮືອງ

ຫົວໜ້າຄະນະຕິດຕໍ່ປະສານງານທົ່ວປະເທດອະດີດທະຫານອາສາສະໝັກ-ຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອການປະຕິວັດລາວພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ການຢ້ຽມຢາມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍຊຶ່ງໄດ້ຈັດຂຶ້ນທ່າມກາງບັນຍາກາດການສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຕິດຕໍ່ປະສານງານທົ່ວປະເທດອະດີດທະຫານອາສາໝັກ-ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ ຄົບຮອບ 75 ປີ (30 ຕຸລາ1949-30 ຕຸລາ 2024), ພາຍຫຼັງການຢ້ຽມຢາມລັດຖະກິດ ແລະ ກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ປີ 2024 ນຳໂດຍ ສະຫາຍ ທອງລຸນສີສຸລິດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວປະທານປະເທດ ລາວ ແລະ ສະຫາຍໂຕເລິມເລຂາທິການໃຫຍ່ ພັກກອມມູນິດຫວຽດນາມປະທານປະເທດຫວຽດນາມ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງ ແລະ ຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະຜູ້ແທນດັ່ງກ່າວມາຢ້ຽມຢາມ ສປປ ລາວ ດິນແດນທີ່ເຄີຍອາໄສຄຽງບ່າຄຽງໄຫຼ່ກັບທະຫານແລະ ປະຊາຊົນລາວ ຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນແບບເກົ່າແລະ ແບບໃໝ່ໃນອະດີດ ແລະຂໍຝາກຄໍາຢື້ຢາມຖາມຂ່າວ, ຄວາມສາມັັກຄີຮັກແພງ ແລະ ຄວາມຄິດຮອດຄິດເຖິງຜ່ານບັນດາ ລຸງ, ປ້າ, ອາວ, ອາ ໄປຍັງອະດີດອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກໍຄືຄະນະປະສານງານທັງໝົດ, ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການປະກອບສ່ວນຂອງຄະນະດັ່ງກ່າວໃນພາລະກິດຕໍ່ສູ້ກູ້ຊາດໃນໄລຍະຜ່ານມາ, ເຊື່ອໝັ້ນວ່າການຢ້ຽມຢາມໃນຄັ້ງນີ້ຈະເປັນການຢໍ້າຄືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໜຶ່ງບໍ່ມີສອງ, ທັງເປັນການສຶກສາອົບຮົມມູນເຊື້ອແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ຄົນຮຸ່ນໜຸ່ມໄດ້ຮຽນຮູ້ແລະ ເຂົ້າໃຈຢ່າງເລິກເຊິ່ງ.
ສະຫາຍ ພົ.ວ ຮວິ່ງ ດັກ ເຮືອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ແຈ້ງຈຸດປະສົງຂອງການຢ້ຽມຢາມ, ທັງໄດ້ແຈ້ງໃຫ້ຊາບຜົນສໍາເລັດການເຄື່ອນໄຫວໃນໄລຍະຜ່ານມາ ແລະ ບາງແຜນການຈຸດສຸມ ຂອງຄະນະໃນຕໍ່ໜ້າ. ການຢຽມຢາມຄັ້ງນີ້ເປັນການສະເຫຼີມສະຫຼອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກແລະ ຊ່ຽວຊານການທະຫານຊ່ວຍເຫຼືອການປະຕິວັດລາວ, ພ້ອມທັງຮຽກຮ້ອງໃຫ້ຄົນຮຸ່ນໜຸ່ມຂອງສອງຊາດສືບຕໍ່ຖະໜຸຖະໜອມແລະ ຮັກສາມູນເຊື້ອສາຍພົວພັນລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ.
ການຢ້ຽມຢາມໃນຄັ້ງນີ້ ທັງສອງຝ່າຍຕ່າງກໍໄດ້ຢືນຢັນຄືນ, ພ້ອມຈະສືບຕໍ່ເສີມຂະຫຍາຍ, ປົກປັກຮັກສາແລະເພີ່ມພູນຄູນສ້າງສາຍພົວພັນພິເສດແລະການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດແລະປະຊາຊົນສອງຊາດລາວ-ຫວຽດນາມໃຫ້ຈະເລີນງອກງາມນຳເອົາຜົນປະໂຫຍດຕົວຈິງຢ່າງຫຼວງຫຼາຍມາສູ່ປະຊາຊົນສອງຊາດ, ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າແລະການລົງທຶນ, ການສຶກສາແລະອື່ນໆ.
(ຂ່າວ: ຄຕພ)

ຄໍາເຫັນ

ຂ່າວການຮ່ວມມື

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ໃນວັນທີ 11 ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງໄຊສົມບູນ ຮ່ວມກັບ ນະຄອນບັກນິງ ສສ ຫວຽດນາມ ໄດ້ສຳເລັດຊຸດຝຶກອົບຮົມວິຊາພາສາຫວຽດນາມຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ. ພາຍຫຼັງດຳເນີນການຮຽນ-ການສອນມາເປັນເວລາ 3 ເດືອນ ປະຈຳປີ 2026 ຊຶ່ງເລີ່ມແຕ່ວັນທີ 15 ສິງຫາ 2026 ແລະ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 11 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ພຸດລຳໄພ ທຽມພຣະສອນ ກໍາມະການພັກແຂວງ ຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຫົວໜ້າພະແນກ, ຄູ-ອາ ຈານ ຈາກນະຄອນບັກນິງ ສສ ຫວຽດນາມ ແລະ ພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມ.
ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ພິທີມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກນີ້, ທີ່ສະໜາມກິລາດັ່ງກ່າວ, ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິຊຶໂຕມຸເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີຮອງປະທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ - ລັດຂອງສອງປະເທດລາວ - ຍີ່ປຸ່ນ, ແຂກຖືກເຊີນພ້ອມດ້ວຍມວນຊົນເຂົ້າຮ່ວມ.
ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

​ ສະຖານເອກອັກຄະລັດຖະທູດ ມາເລເຊຍປະຈໍາ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດງານສະເຫຼີມສະຫຼອງວັນຊາດມາເລເຊຍ ຄົບຮອບ 69 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ມາເລເຊຍ ຄົບຮອບ 60 ປີ ຢ່າງເປັນທາງການ ໃນວັນທີ 11 ພະຈິກຜ່ານມານີ້ ທີ່ໂຮງແຮມ ອາວານີ + ລ້ານຊ້າງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ບັນດາທູດ, ທູຕານຸທູດ ພ້ອມແຂກຖືກເຊີນ.
ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກອງປະຊຸມພົບປະແລກປ່ຽນການຮ່ວມມື ລະຫວ່າງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ແຫ່ງ ສປປ ລາວ ແລະ ກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ນະຄອນ ຫຼວງວຽງຈັນ, ຝ່າຍລາວນຳໂດຍທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ຝ່າຍກຳປູເຈຍ ນໍາໂດຍ ທ່ານ ພົນໂທ ສົກເວດສະນາ ຫົວໜ້າກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ  (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 (16th World Socialism Forum) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຫາ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ເປັນເຈົ້າພາບໂດຍ ສະຖາບັນວິທະຍາສາດສັງຄົມຈີນ, ສູນຄົ້ນຄວ້າສັງຄົມນິຍົມໂລກແຫ່ງສະຖາບັນວິທະຍາສາດສັງຄົມຈີນ, ສະຖາບັນຄົ້ນຄວ້າລັດທິມາກ, ສູນຄົ້ນຄວ້າແນວຄິດ (ສີ ຈິ້ນຜິງ) ວ່າດ້ວຍຍຸກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ແລະ ສູນຄົ້ນຄວ້າແນວຄິດການສ້າງຕັ້ງພັກຂອງ (ສີ ຈິ້ນຜິງ).
ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ວັນທີ 9 ພະຈິກຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ຄະນະສິລະປະກອນ ຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນໂທ ດິ່ງ ວັນ ເດ່ ຫົວໜ້າຄະນະສິລະປະກອນ ໄດ້ນຳພາຄະນະ ເຄື່ອນໄຫວສະແດງສິລະປະ ຢູ່ແຂວງອັດຕະປື ເພື່ອສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 51 ປີ ຄື: ວັນທີ 2 ທັນວາ 1975-2 ທັນວາ 2026 ແລະ ໃນໂອກາດຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄື: ວັນທີ 5 ກັນຍາ 1962-5 ກັນຍາ 2027 ແລະ ຄົບຮອບ 50 ປີ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ວັນທີ 18 ກໍລະກົດ 1977-18 ກໍລະກົດ 2027 ທີ່ຈະມາເຖິງ.
ເພີ່ມເຕີມ