ຫົວໜ້າ ຄຕພ ຕ້ອນຮັບ ທູດສິງກະໂປ ປະຈຳ ສປປ ລາວ ຄົນໃໝ່

ຫົວໜ້າ ຄຕພ ຕ້ອນຮັບ ທູດສິງກະໂປ ປະຈຳ ສປປ ລາວ ຄົນໃໝ່
ໃນວັນທີ 16 ພະຈິກນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ທອງສະຫວັນ ພົມວິຫານກໍາມະການສູນກາງພັກຫົວໜ້າ ຄຕພ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊູເດສ ມາເນຍເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ຄົນໃໝ່.
    ໃນໂອກາດດັ່ງກ່າວ, ທ່ານຫົວໜ້າຄຕພໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່  ທ່ານ ຊູເດສ ມາເນຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຄົນໃໝ່, ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສິງກະໂປ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີໝາກຜົນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນ 2 ຊາດ ລາວ-ສິງກະໂປ ໃຫ້ຫຼາຍຂຶ້ນ.
ທ່ານຫົວໜ້າຄຕພໄດ້ແຈ້ງສະພາບພົ້ນເດັ່ນ ໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ພາຍໃຕ້ການນໍາຂອງ ພັກ ປປ ລາວ; ແຈ້ງ ທີ່ຕັ້ງ ແລະ ພາລະບົດບາດຂອງ ຄຕພ ໃນການເປັນເສນາທິການໃຫ້ຂັ້ນເທິງຕໍ່ວຽກງານການຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ; ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ສິງກະໂປ ຕະຫຼອດໄລຍະຜ່ານມາ ແລະ ໃນປີ 2024 ຈະເປັນປີທີ່ສຳຄັນຂອງ ສປປ ລາວ ຄື: ຈະເປັນປະທານອາຊຽນ, ເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ຊຶ່ງທັງສອງປະເທດຈະໄດ້ຮ່ວມກັນຈັດຫຼາຍກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວ ພ້ອມທັງຈະເປັນປີທ່ອງທ່ຽວລາວ; ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນດ້ານຕ່າງໆຂອງ ສິງກະໂປ ຕໍ່ ສປປ ລາວ ເປັນຕົ້ນແມ່ນ ການສຶກສາ, ສາທາລະນະສຸກ, ດ້ານມະນຸດສະທຳ, ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ພັກ-ລັດ ລາວ, ຫວັງວ່າຝ່າຍສິງກະໂປ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ, ສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດໃຫ້ຫຼາຍຂຶ້ນ, ສືບຕໍ່ຊ່ວຍເຫຼືອດ້ານຕ່າງໆລວມທັງການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ກໍຄື ຄະນະພົວພັນຕ່າງປະເທດສູນກາງພັກຕື່ມອີກໃນຕໍ່ໜ້າ; ສະແດງຄວາມຍິນດີຕໍ່ການຮ່ວມມືດ້ານການຄ້າສອງຝ່າຍ, ການລົງທຶນຂອງສິງກະໂປຢູ່ ສປປ ລາວ ທີ່ມີທ່ວງທ່າຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມນັ້ນ, ທ່ານຫົວໜ້າ ຄຕພ ມີຄວາມຍິນດີຈະຮ່ວມກັບ ຝ່າຍສິງກະໂປ ກໍຄື ທ່ານທູດສິງກະໂປຄົນໃໝ່ ເພື່ອພ້ອມກັນປະກອບສ່ວນຊຸກຍູ້ ແລະ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ-ສິງກະໂປ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການແຈ້ງສະພາບພົ້ນເດັ່ນຂອງພັກ, ລັດລາວ ໃຫ້ຊາບ; ຊົມເຊີຍບັນດາຜົນສໍາເລັດດ້ານຕ່າງໆ ທີ່ປະຊາຊົນລາວຍາດມາໄດ້ ພາຍໃຕ້ການນໍາພາຂອງ ພັກ ປປ ລາວ; ຕີລາຄາສູງຕໍ່ສາຍພົວພັນ ສິງກະໂປ-ລາວ; ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານຕ່າງໆກັບ ສປປ ລາວໃຫ້ດີຂຶ້ນໄປເລື້ອຍໆ; ຈະສະໜັບສະໜູນໃນການເປັນປະທານອາຊຽນ ແລະ ຈະຮ່ວມມືກັບພາກສ່ວນກ່ຽວຂ້ອງ ສປປ ລາວ ສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ສິງກະໂປ-ລາວ ໃນປີ 2024; ແຈ້ງຄວາມສົນໃຈທີ່ຈະຂະຫຍາຍການຮ່ວມມືກັບ ສປປ ລາວ ຕື່ມເຊັ່ນ: ການຮ່ວມມືໃນຂົງເຂດລັດຖະສະພາ, ຄວາມໝັ້ນຄົງທາງດ້ານພະລັງງານໄຟຟ້າ, ປ້ອງກັນຄວາມສະຫງົບ (ສະກັດກັ້ນຢາເສບຕິດ), ການປ່ຽນແປງດິນຟ້າອາກາດ (ກາກບອນເຄຼດິດ), ການສົ່ງອາສາສະໝັກສິງກະໂປມາຊ່ວຍເຫຼືອຢູ່ ສປປ ລາວ; ພ້ອມທັງ ຍິນດີຮ່ວມມືກັບ ຄະນະພົວພັນຕ່າງປະເທດສູນກາງພັກ ໃນການເປັນຂົວເຊື່ອມມິດຕະພາບອັນດີ ລະຫວ່າງ ສິງກະໂປ-ລາວ.
ນອກນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະຕໍ່ບາງບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈ. ໃນຕອນທ້າຍ, ທ່ານຫົວໜ້າ ຄຕພ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ສິງກະໂປ ກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
(ຂ່າວ-ພາບ: ຄຕພ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ