ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ
ໃນວັນ​ທີ 26 ສິງຫານີ້ ທີ່ ​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບອໍາລາຂອງ​ ທ່ານ ນາງ ຊິວ​-ແລັງ ຊູ​ອອກ (Siv-Leng CHHUOR) ເອກອັກຄະລັດຖະທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ ຝ​ຣັ່ງ ປະຈໍາ ສປປ ລາວ.

 

ຫວໜາ ຄຕພ ຕອນຮບການເຂາຢຽມຂານບອາລາຂອງເອກອກຄະລດຖະທດ ຝ​ຣງ ປະຈາ ລາວ - image 1
 

ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເປັນ ໄລຍະເວລາເກືອບ 4 ປີຜ່ານມາ ຊຶ່ງທ່ານທູດໄດ້ປະກອບສ່ວນຢ່າງຫ້າວຫັນ ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສ ຝຣັ່ງ ແລະ ສປປ ລາວ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຈາກປະຊາຊົນ ແລະ ລັດຖະບານຝຣັ່ງ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ອົງການຝຣັ່ງເພື່ອການພັດທະນາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາ ສປປ ລາວ.

ໂອກາດນີ້, ທ່ານ ນາງ Siv-Leng CHHUOR ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື ການນໍາພັກ-ລັດຂອງລາວ ທີ່ໄດ້ອໍານວຍຄວາມສະດວກ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ນອກນີ້, ທ່ານທູດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ທີ່ຍາດໄດ້ໃນໄລຍະຜ່ານມາ, ລວມເຖິງຜົນຂອງການຢ້ຽມຢາມຝຣັ່ງ ຂອງພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນປີ 2024. ພ້ອມນັ້ນ, ທ່ານທູດ ຍັງໄດ້ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ໃນຕອນທ້າຍ, ທ່ານ ບຸນເຫຼືອ ພັນດານຸວົງ ກໍໄດ້ອວຍພອນໃຫ້ ທ່ານ ນາງ Siv-Leng CHHUOR ຈົ່ງເດີນທາງກັບປະເທດ ດ້ວຍຄວາມສະຫວັດດີພາບ ແລະ ສືບຕໍ່ປະຕິບັດໜ້າທີ່ໃໝ່ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ສປປ ລາວ ແລະ ສ.ຝຣັ່ງ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 22 ຕຸລາ 1953.

(ຂ່າວ: ຄຕພ; ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ວາງສະແດງຮູບພາບ ມໍຣະດົກໂລກມາບັນຈົບພົບກັນ ເມືອງແຮກສ່ຽວຈີນ - ລາວຈັບມືກັນ

ວາງສະແດງຮູບພາບ ມໍຣະດົກໂລກມາບັນຈົບພົບກັນ ເມືອງແຮກສ່ຽວຈີນ - ລາວຈັບມືກັນ

ພິທີເປີດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: "ມໍຣະດົກໂລກມາບັນຈົບພົບກັນ ເມືອງແຮກສ່ຽວຈີນ ແລະ ລາວຈັບມືກັນ" ຈັດຂຶ້ນໃນວັນທີ 5 ກຸມພານີ້ທີ່ເຮືອນຈັນ ເມືອງຫຼວງພະບາງ ແຂວງຫຼວງພະບາງ ໃຫ້ກຽດຕັດແຖບຜ້າເປີດງານໃນຄັ້ງນີ້ຂອງທ່ານ ຄຳຄ່ອງ ພົມມະປັນຍາ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ທ່ານ ເສິນ ຊວນຫຼຽງ ຫົວໜ້າຄະນະໂຄສະນະອົບຮົມສິບສອງພັນນາ, ມີທ່ານ ໄຊ ຊຽງຍົງ (Cai Xiangrong) ຮອງຫົວໜ້າຄະນະໂຄສະນາອົບຮົມພັກກອມມູນິດຈີນແຂວງຢຸນນານ, ທ່ານ ຫວັງ ຖິງຢາວ (Wang Tingyao) ຮອງບັນນາທິການໃຫຍ່ ກຸ່ມໜັງສືພິມລາຍວັນຢຸນນານ ແລະ ທ່ານ ນາງ ຈາງຢິງ ຮອງຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບແຂວງຢຸນນານພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະ ໄດ້ນຳເອົາພວງມາລາເຂົ້າວາງຢູ່ທີ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ວັນທີ 5 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ.
ລາວ-ຈີນ ຈັດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026

ລາວ-ຈີນ ຈັດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026

ກິດຈະກໍາວັດທະນະທໍາບຸນ ກູດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026, ງານດື່ມນໍ້າ ຊາຫຼວງພະບາງ ແລະ ຖະແຫຼງຂ່າວ ເດັ່ນ 10 ຂ່າວໃນຂອບການຮ່ວມມື ແມ່ນໍ້າຂອງລ້ານຊ້າງ-ແມ່ນໍ້າຂອງ ປະຈຳປີ 2025 ຈັດຂຶ້ນໃນວັນທີ 4 ກຸມພານີ້ ທີ່ແຂວງຫຼວງພະບາງ ໂດຍ ມີທ່ານ ຄໍາມອນ ຈັນທະຈິດ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງ ພັກ (ຄອສພ) ຮອງປະທານຜູ້ປະຈໍາ ການສະພາທິດສະດີສູນກາງພັກ, ມີທ່ານ ຢູຢຸ້ນຊຽນ ຮອງຫົວໜ້າອົງ ການພິມຈຳໜ່າຍພາສາຕ່າງປະເທດ ຈີນ, ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາພັກແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.
ສະຫາຍ ໂຕເລິມ ຢ້ຽມຢາມ ສປປ ລາວ ສັນຍາລັກແຫ່ງການພົວພັນຍຸດທະສາດພິເສດ ລາວ - ຫວຽດນາມ

ສະຫາຍ ໂຕເລິມ ຢ້ຽມຢາມ ສປປ ລາວ ສັນຍາລັກແຫ່ງການພົວພັນຍຸດທະສາດພິເສດ ລາວ - ຫວຽດນາມ

ວັນທີ 5 ກຸມພາ 2026, ທີ່ນະຄອນຫຼວງວຽງຈັນ, ການຢ້ຽມຢາມ ສປປ ລາວ ໃນລະດັບລັດຖະບານ ຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍຄະນະການຂັ້ນສູງຂອງຫວຽດນາມ ໄດ້ເລີ່ມຕົ້ນຢ່າງເປັນທາງການ ໃນບັນຍາກາດແຫ່ງມິດຕະພາບ, ຄວາມເຊື່ອໝັ້ນ ແລະ ຄວາມສາມັກຄີພິເສດອັນອົບອຸ່ນ. ສໍາລັບພັກ, ລັດ ແລະ ປະຊາຊົນລາວ, ນີ້ແມ່ນເຫດການທາງການເມືອງ – ການຕ່າງປະເທດ ທີ່ມີຄວາມໝາຍສໍາຄັນພິເສດ, ເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ ໃນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ.
ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ) ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ ນີ້ ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບ ທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ.
ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວປີ 2026  ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວປີ 2026 ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ນໍາໂດຍ ສະຫາຍ ຢູຢຸ້ນຊຽນ ຮອງຫົວໜ້າອົງການພິມ ແລະ ຈໍາໜ່າຍພາສາຕ່າງປະເທດຈີນ ພ້ອມຄະນະທັງໝົດ 9 ສະຫາຍ ເດີນທາງມາເຖິງສະໜາມບິນສາກົນຫຼວງພະບາງໃນຕອນບ່າຍວັນທີ 4 ກຸມພານີ້ ໂດຍມີສະຫາຍ ຄໍາເຮືອງ ຄໍາປະສິດ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາ ຊົນ ສຽງຂອງສູນກາງພັກປະຊາຊົນ ປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະໃຫ້ການຕ້ອນຮັບທີ່ສະໜາມບິນດັ່ງກ່າວ.
ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມປະຈຳລາວ ໃນວັນທີ 2 ກຸມພາຜ່ານມາ ທີ່ສະ ຖານທູດຫວຽດນາມປະຈຳ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930 - 3/2/2026) ໂດຍໄດ້ຮັບການຕ້ອນຮັບຂອງສະຫາຍ ຫວຽນ ມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາສປປ ລາວ ພ້ອມດ້ວຍຄະນະ.
ລມຕ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ລມຕ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ທູດຫວຽດນາມ ປະຈໍາ ສປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ທູດຫວຽດນາມ ປະຈໍາ ສປປ ລາວ

ເນື່ອງໃນໂອກາດ ວັນສ້າຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930-3/2/2026); ໃນຕອນເຊົ້າຂອງວັນທີ 3 ກຸມພາ2026, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັງການສະຖານທູດ.
ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງສານອວຍພອນວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງສານອວຍພອນວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ໃນວັນທີ 3 ກຸມພາ ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານ ອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ, ໂດຍມີເນື້ອໃນ ດັ່ງນີ້:
ເພີ່ມເຕີມ