ຫົວໜ້າ ອອປສເຄື່ອນໄຫວຊຸກຍູ້ວຽກງານອົງການໄອຍະການປະຊາຊົນແຂວງອັດຕະປື

ຫົວໜ້າ ອອປສເຄື່ອນໄຫວຊຸກຍູ້ວຽກງານອົງການໄອຍະການປະຊາຊົນແຂວງອັດຕະປື
ເມື່ອບໍ່ດົນມານີ້,ທ່ານ ງາມປະສົງ ເມືອງມະນີລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ (ຍທຂ)ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ນາງ ມານູເອວລາ ເຟີໂຣ (Ms. Manuela V. Ferro) ຮອງປະທານຫ້ອງການທະນາຄານໂລກ ປະຈໍາພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ.
ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ)ໄດ້ເຄື່ອນໄຫວຊຸກຍູ້ວຽກງານໄອຍະການປະຊາຊົນຢູ່ 4 ແຂວງພາກໃຕ້ໃນລະຫ່ວາງວັນທີ 24-29 ມີນາຜ່ານມາ ໂດຍມີຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ສຸພາສິດ ລໍວັນໄຊ ຫົວໜ້າອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໄລຍະ 3 ເດືອນຜ່ານມາເປັນຕົ້ນໄດ້ເອົາໃຈໃສ່ບູລະນະການຈັດຕັ້ງຕາມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ພັດທະນາບຸກຄະລາກອນຢ່າງເປັນລະບົບຕໍ່ເນື່ອງ, ໄດ້ມອບໃບຍ້ອງຍໍປະຈໍາປີໃຫ້ກົມກອງ ແລະ ພະນັກງານທີ່ໄດ້ຮັບຈາກ ອອປສ, ໄດ້ສະເໜີສ້າງຕັ້ງໄອຍະການປະຊາຊົນເຂດ II ຢູ່ເມືອງສະໜາມໄຊ ແລະ ແຜນສ້າງໄອຍະການປະຊາຊົນເຂດ I ປະຈໍາເມືອງຊານໄຊ, ໄດ້ແຕ່ງຕັ້ງພະນັກງານໄອຍະການລົງປະຈໍາຢູ່ຄ້າຍຄຸມຂັງ-ດັດສ້າງ. ສຳລັບວຽກງານຕິດຕາມກວດກາທົ່ວໄປໄດ້ຮັບຄໍາຮ້ອງ 3 ສະບັບ, ແກ້ໄຂສໍາເລັດ 2 ສະບັບ, ຕິດຕາມການກໍ່ອາຊະຍາກໍາ 34 ເລື່ອງ. ໃນນັ້ນກະທໍາຜິດຕໍ່ຄວາມສະຫົງບຂອງຊາດ 1 ເລື່ອງ, ຕໍ່ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ 1ເລື່ອງ, ຕໍ່ຊີວິດ,ສຸຂະພາບ ແລະກຽດສັກສີຂອງຄົນອື່ນ 2 ເລື່ອງ, ຕໍ່ກໍາມະສິດ 8 ເລື່ອງ, ຢາເສບຕິດ 21 ເລື່ອງ, ຕໍ່ລະບຽບບໍລິຫານ ແລະ ການຍຸຕິທໍາ 1 ເລື່ອງ, ຕິດຕາມກວດກາລະບຽບບ້ານ, ການປະຕິບັດຄໍາຕັດສິນຂອງສານ, ກະກຽມຄວາມພ້ອມໃນການກວດກາການເຂົ້າມາພັກເຊົາຂອງກໍາມະກອນຈໍານວນຫຼາຍພັນຄົນ. ນອກນັ້ນຍັງໄດ້ກະກຽມສໍາພາດເພື່ອວິເຄາະບັນຫາອາຊະຍາກໍາໃນທົ່ວແຂວງ. ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານໃນນັ້ນ ຄະດີອາຍາຄ້າງມາແຕ່ປີກ່ອນ 902 ເລື່ອງ, ເຂົ້າໃໜ່ 143 ເລື່ອງລວມ 1.045 ເລື່ອງ, ປະຕິບັດສໍາເລັດ 18 ເລື່ອງ, ຄະດີພວມປະຕິບັດ 929 ເລື່ອງ, ບໍ່ສາມາດປະຕິບັດໄດ້ 98 ເລື່ອງ, ຄະດີແພ່ງຄ້າງມາແຕ່ປີກ່ອນ 159 ເລື່ອງ, ເຂົ້າໃໜ່ 11 ເລື່ອງລວມ 147 ເລື່ອງ, ປະຕິບັດສໍາເລັດ 4 ເລື່ອງ, ພວມປະຕິບັດ 147 ເລື່ອງ, ປະຕິບັດບໍ່ໄດ້ 16 ເລື່ອງ.
    ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດເຂົ້າສູ່ວຽກງານໄອຍະການປະຊາຊົນ, ການຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V ແລະ ວຽກງານກວດກາສະມາຊິກພັກ-ພະນັກງານ ພ້ອມກັນສືບຕໍ່ປະຕິບັດສິດ ແລະ ໜ້າທີ່ຂອງພະນັກງານໄອຍະການປະຊາຊົນໃນການເຄົາລົບປະຕິບັດຕາມກົດໜາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໜາຍ, ສ້າງກົນໄກການປະສານງານລະຫວ່າງອົງການໄອຍະການປະຊາຊົນແຂວງກັບອົງການທີ່ກ່ຽວຂ້ອງຂອງແຂວງຢ່າງກົມກຽວເພື່ອຮັບປະກັນໃຫ້ສັງຄົມມີຄວາມສະຫງົບ.
    ຂະນະດຽວກັນ,ທ່ານ ບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງການ ອອປສ ໄດ້ມອບຄອມພິວເຕີຈໍານວນ 2 ຊຸດໃຫ້ອົງການໄອຍະການປະຊາຊົນແຂວງອັດຕະປື ແລະ ປິ່ນເຕີ 1 ໜ່ວຍໃຫ້ອົງການໄອຍະການທະຫານແຂວງ.ຈາກນັ້ນ, ທ່ານຫົວໜ້າ ອອປສ ພ້ອມຄະນະໄດ້ສືບຕໍ່ເຄື່ອນໄຫວຊຸກຍູ້ວຽກງານໄອຍະການປະຊາຊົນຢູ່ແຂວງເຊກອງຕື່ມອີກ.
ຂ່າວ-ພາບ: ວົງເດືອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ