ຫົວໜ້າຫ້ອງວ່າການສູນກາງພັກ ຢ້ຽມຢາມກອງພັນໃຫຍ່ 661

ຫົວໜ້າຫ້ອງວ່າການສູນກາງພັກ ຢ້ຽມຢາມກອງພັນໃຫຍ່ 661
ວັນທີ 16 ມັງກອນນີ້, ໂດຍໄດ້ຮັບການມອບໝາຍຈາກຂັ້ນເທິງກໍຄື ຄະນະຮັບຜິດຊອບຊີ້ນໍາສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກຫົວໜ້າຫ້ອງວ່າການສູນກາງພັກພ້ອມດ້ວຍການນໍາ ແລະ ພະນັກງານຈຳນວນໜຶ່ງ ຈາກຫ້ອງວ່າການສູນກາງພັກ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ກອງພັນໃຫຍ່ 661 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສຳຄັນດັ່ງກ່າວໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ,ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 661 ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໃຍອັນອົບອຸ່ນ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຈາກສູນກາງພັກ, ລັດຖະບານ ມາຍັງບັນດາສະຫາຍຄະນະນຳ, ພະນັກງານ-ນັກຮົບ ທົ່ວເຫຼົ່າຮົບລົດຕັງ-ຍານເກາະ ແລະ ຜ່ານບັນດາສະຫາຍໄປຍັງ ບັນດາຄອບຄົວຜູ້ເສຍຊີວິດ, ຜູ້ບາດເຈັບ, ເຈັບປ່ວຍ, ບັນດາຄອບຄົວນາຍ ແລະພົນທະຫານ ທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ, ລວມທັງບັນດາສະຫາຍ ພະນັກງານປະຕິວັດອາວຸໂສ ທີ່ພັກຜ່ອນບຳນານ.
ຕະຫຼອດໄລຍະ 75 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ, ບໍ່ວ່າຈະຢູ່ໃນຍຸກໃດ, ສະໄໝໃດ ກອງທັບກໍເປັນກໍາລັງປະຈັບບານ ທີ່ຊື່ສັດ, ຈົງຮັກພັກດີ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ສ້າງພາລະກຳປະຫວັດສາດອັນໃຫຍ່ຫຼວງ ໃນການຕໍ່ສູ້ກູ້ຊາດ ເພື່ອຍາດເອົາຄວາມເປັນເອກະລາດມາສູ່ປວງຊົນລາວທັງຊາດ, ໄດ້ປ່ຽມລົ້ນໄປດ້ວຍຄວາມເສຍສະຫຼະທັງເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ຈົນສາມາດຍາດໄດ້ໄຊຊະນະຢ່າງສະຫງ່າລາສີ ແລະ ຮັກສາໄດ້ຄວາມເປັນເອກະລາດຢ່າງໝັ້ນຄົງຈົນເຖິງປັດຈຸບັນ. ຂະບວນວິວັດ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ທີ່ຍາດມາໄດ້ນັ້ນ, ໜຶ່ງໃນກຳລັງແຮງທີ່ສຳຄັນກໍແມ່ນເຫຼົ່າຮົບລົດຕັງ-ຍານເກາະ ທີ່ກໍາເນີດເກີດຂຶ້ນ ໃນວັນທີ 1 ຕຸລາ 1961 ຢູ່ເຂດຄັງໄຂທົ່ງໄຫຫີນແຂວງຊຽງຂວາງ ໄດ້ປະກອບສ່ວນສຳຄັນເຂົ້າໃນຂະບວນການຕໍ່ສູ້ອັນດຸເດືອດຂ້ຽວຂາດ ທ່າມກາງແປວໄຟຂອງສົງຄາມຮຸກຮານ. ດ້ວຍຈິດໃຈຮັກຊາດອັນສູງສົ່ງ ເຫຼົ່ານັກຮົບລົດຕັງ-ຍານເກາະ ກໍໄດ້ສຸມທຸກກຳລັງແຮງເຄື່ອນໄຫວບຸກຕີສັດຕູຢູ່ສະໜາມຮົບ ຢ່າງພິລະອາດຫານ ແລະ ມີໄຊ, ທັງສູ້ຮົບ ທັງກໍ່ສ້າງກຳລັງໄປ ພ້ອມໆກັນ, ຈຶ່ງເຫັນໄດ້ວ່າກຳລັງ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ທັງດ້ານປະລິມານ ແລະ ມີຄຸນນະພາບ.
ພ້ອມນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ເນັ້ນໃຫ້ເອົາໃຈໃສ່ ບາງດ້ານຄື: ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ຢ່າງເປັນປົກກະຕິເພີ່ມທະວີຄວາມສາມັກຄີເປັນອັນໜຶ່ງອັນດຽວ, ຕ້ານ ແລະ ສະກັດກັ້ນ ການມ້າງເພ ທໍາລາຍຂອງອິດທິກໍາລັງປໍລະປັກ ຊຶ່ງປັດຈຸບັນເຂົາເຈົ້າພວມສວຍໃຊ້ສື່ສັງຄົມອອນລາຍ ເພື່ອໂຄ່ນລົ້ມໂຈມຕີພັກ-ລັດເຮົາ, ດໍາເນີນການຫັນປ່ຽນໂດຍສັນຕິ, ຫວັງມ້າງພວກເຮົາຈາກພາຍໃນ. ສະນັ້ນ, ຕ້ອງຍົກສູງສະຕິລະວັງຕົວ, ຕິດຕາມຂ່າວຄາວ ຢ່າງມີການເລືອກເຟັ້ນ, ມີການໄຈ້ແຍກຢ່າງຄັກແນ່; ສືບຕໍ່ສຸມໃສ່ກໍ່ສ້າງໜ່ວຍກອງພັນໃຫຍ່ 661 ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາມາດນຳພາຮອບດ້ານ ແລະ ຄວາມສາມາດສູ້ຮົບ ຂອງກອງພັນໃຫຍ່, ພະນັກງານ-ນັກຮົບທຸກສະຫາຍ, ໃນທຸກສະພາບການ ແລະ ທຸກກໍລະນີ ເພື່ອເປັນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເອົາໃຈໃສ່ທະນຸບໍາລຸງ, ກໍ່ສ້າງຖັນແຖວພະນັກງານສືບທອດ ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ, ຍຸດທະບັ້ນຮົບ ໃຫ້ເປັນປົກກະຕິ ໂດຍເອົາຄຸນທາດການເມືອງເປັນຫຼັກການກໍ່ສ້າງກົມກອງ,ເອົາໃຈໃສ່ວຽກງານຝຶກອົບຮົມຫັດແອບສິລະປະຍຸດ, ຍຸດທະວີທີສູ້ຮົບ ກໍຄື ວຽກງານວິຊາສະເພາະ, ການບັງຄັບບັນຊາ ແລະ ນໍາໃຊ້ພາຫະນະເຕັກນິກ ໃຫ້ມີຄວາມຄ່ອງແຄ່ວ, ວ່ອງໄວ ແລະ ກຽມພ້ອມສູ້ຮົບກັບທຸກກໍລະນີ ແລະ ສະພາບການ; ພັດທະນາກອງທັບໃຫ້ເຂັ້ມແຂງ, ທັນສະໄໝເທື່ອລະກ້າວ. ໃນນັ້ນ, ໃຫ້ເອົາໃຈວຽກງານພະລາທິການກັບທີ່, ພື້ນຖານອຸດສາຫະກຳປ້ອງກັນຊາດ ຕາມທິດ "ເພິ່ງຕົນເອງ, ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ" ຕອບສະໜອງໄດ້ຄວາມຕ້ອງການ ໃນການກໍ່ສ້າງກົມກອງ ແລະ ກອງທັບ,ສູ້ຊົນ ຮັບປະກັນພາລາທິການເຕັກນິກ ສ້າງພື້ນຖານວັດຖຸເຕັກນິກ ໃຫ້ຮັບປະກັນຮອບ ດ້ານປັບປຸງລະບົບສາງຄັງ, ພື້ນຖານອຸດສາຫະກໍາປ້ອງກັນຊາດ, ບູລະນະຮັກສາ ພາຫະນະ, ອາວຸດຍຸດໂທປະກອນ ໃຫ້ສາມາດກຽມພ້ອມນໍາໃຊ້ໄດ້ທຸກເວລາ; ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ປະຕິບັດລະບອບປະຈໍາການກຽມພ້ອມສູ້ຮົບ ແລະ ກຽມພ້ອມ ດ້ານຈໍານວນພົນ, ພາຫະນະ ແລະ ອາວຸດ ເພື່ອກຽມພ້ອມຮັບໃຊ້ປ້ອງກັນງານສໍາຄັນຂອງພັກ, ຂອງຊາດ,ລວມທັງກຽມພ້ອມກັບທຸກສະພາບການ ແລະ ກໍລະນີ ທີ່ຄາດວ່າຈະເກີດຂຶ້ນ,ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານ ກັບກອງທັບເພື່ອນມິດຍຸດທະສາດ,ຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍຄືເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ເພື່ອປັບປຸງກໍ່ສ້າງກອງທັບພວກເຮົາ ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່.
ໂອກາດນີ້, ສະຫາຍພັອ ຄໍາປານ ແພງພັນ ຫົວໜ້າການເມືອງ ກອງພັນໃຫຍ່ 661 ກໍໄດ້ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ ກອງພັນໃຫຍ່ 661 ຍາມໃດກໍຕໍ່ສູ້ຄຽງບ່າຄຽງໄຫຼ່ ພາຍໃຕ້ການບັນຊາຊີ້ນໍາຂອງກອງທັບປະຊາຊົນລາວ, ຍາມໃດກໍຮັກສາ ແລະ ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ, ຄວາມສາມັກຄີ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນສູງສົ່ງ, ມີຫົວຄິດປະດິດສ້າງ, ຕັ້ງໜ້າບຸກບືນສູ້ຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ. ສິ່ງທ້າທາຍນາໆປະການ ແລະ ເຮັດສຳເລັດທຸກໜ້າທີ່ ທີ່ໄດ້ຮັບມອບໝາຍຢ່າງຈົບງາມ.
(ແຫຼ່ງຂ່າວ ຂປລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ