ຢ້ຽມຢາມ ແລະ ໂອ້ລົມ ຕໍ່ຄະນະພັກ-ຄະນະບັນນາທິການ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໂອ້ລົມໜັງສືພິມປະຊາຊົນ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໂອ້ລົມໜັງສືພິມປະຊາຊົນ
ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ໄດ້ມາຢ້ຽມຢາມ ແລະ ໂອ້ລົມ ຕໍ່ຄະນະພັກ-ຄະນະບັນນາທິການ

ພ້ອມດ້ວຍພະນັກງານຂອງໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໃນວັນທີ 23 ກັນຍາ ນີ້ ຊຶ່ງໄດ້ເນັ້ນບາງວຽກງານເພື່ອໃຫ້ໜັງສືພິມປະຊາຊົນ ສືບຕໍ່ມີການພັດທະນາ, ແກ້ໄຂບາງບັນຫາທີ່ຫຍຸ້ງຍາກ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.
ໂອກາດນີ້, ສະຫາຍ ວັນໄຊ ຕະວິນຍານ ກຳມະການຄະນະພັກ ຮອງຫົວໜ້າ ຄອສພ, ເລຂາຄະນະພັກ ຫົວໜ້າບັນນາທິການໜັງສືພິມປະຊາຊົນ ໄດ້ລາຍງານໂດຍສັງເຂບຂອງໜັງສືພິມໃນໄລຍະຜ່ານມາ ຊຶ່ງເນື້ອໃນບາງຕອນວ່າ: ໄລຍະຜ່ານມາ, ເຖິງວ່າຈະມີຄວາມຫຍຸ້ງຍາກນາໆປະການປານໃດກໍຕາມ, ໜັງສືພິມປະຊາຊົນ ໄດ້ເສີມຂະຫຍາຍບົດບາດເປັນກະບອກສຽງຂອງສູນກາງພັກ, ເປັນເຄື່ອງມືອັນແຫຼມຄົມຂອງພັກ, ເປັນເວທີຂອງມະຫາຊົນ, ເປັນສາຍໃຍຜູກພັນ ລະຫວ່າງ ມະຫາຊົນກັບພັກ ນໍາເອົາແນວງທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ລົງສູ່ມະຫາຊົນ ແລະ ນຳເອົາຄວາມຄິດເຫັນຂອງປະຊາຊົນຊັ້ນຄົນຕ່າງໆ ສ່ອງແສງໃຫ້ພັກ-ລັດຢ່າງທັນການ ພະນັກງານ-ສະມາຊິກພັກ ມີຄວາມສາມັກຄີກັນຢ່າງແໜ້ນແຟ້ນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ເຮັດວຽກບໍ່ມີໂມງເວລາ ຫຼື ວັນພັກລັດຖະການ ເຮັດໃຫ້ຄຸນນະພາບຂອງໜັງສືພິມ ຄ່ອຍໆໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ເປັນຕົ້ນໄລຍະ 1 ປີຜ່ານມາ, ໜັງສືພິມ ປະຊາຊົນ ໄດ້ຮັບການປັບປຸງ ທັງທາງດ້ານເນື້ອໃນ ແລະ ຮູບການໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃນປັດຈຸບັນ; ມີຂ່າວ-ບົດ ອຸດົມສົມບູນຫຼາຍຂຶ້ນ, ມີບົດນໍາ-ບົດຄວາມບົດປະພດຕ່າງມຫຼາຍຂຶ້ນ, ຖ້າທຽບໃສ່ເມື່ອກ່ອນເພີ່ມຂຶ້ນປະມານ 40-50% ເຮັດໃຫ້ຄຸນນະພາບຂອງໜັງສືພິມປະຊາຊົນ ມີເນື້ອໃນໜັກແໜ້ນ ແລະ ມີສີສັນດີຂຶ້ນກວ່າເກົ່າ. ສໍາລັບເວັບໄຊ ຂອງໜັງສືພິມປະຊາຊົນ ກໍໄດ້ຮັບການປັບປຸງໃຫ້ໄປສູ່ລະບົບທັນສະໄໝ ເຮັດໃຫ້ຄົນສົນໃຈຕິດຕາມອ່ານໜັງສືພິມທາງເວັບໄຊຫຼາຍຂຶ້ນຕົວຢ່າງ: ໃນປີ 2022 ຄົນເຂົ້າອ່ານ 1.450.790 ເທື່ອຄົນ, ປີ 2023 ມີຄົນເຂົ້າອ່ານ 1.575.750 ເທື່ອຄົນ, ສະເພາະ 6 ເດືອນ 2024 ມີຄົນເຂົ້າອ່ານ 690.395 ເທື່ອຄົນ ສະເລ່ຍ 23.000 ເທື່ອຄົນຕໍ່ມື້; ເຂົ້າອ່ານເຟສບຸກໃນປີ 2022 ມີ 1.044.150 ເທື່ອຄົນ, ປີ 2023 ມີຄົນເຂົ້າອ່ານ 1.258.416 ເທື່ອຄົນ ແລະ 6 ເດືອນຕົ້ນປີ 2024 ມີຄົນເຂົ້າອ່ານ 629.208 ເທື່ອຄົນ ແລະ ມີຜູ້ກໍາລັງຕິດຕາມທັງໝົດ 25.814 ເທື່ອຄົນ.
ພ້ອມດຽວກັນນີ້, ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ກໍໄດ້ມີຂໍ້ສະເໜີ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງພັກ; ນອກນີ້, ບັນດາຮອງຫົວໜ້າບັນນາທິການ ແລະ ພະນັກງານຫຼັກແຫຼ່ງຂອງໜັງສືພິມປະຊາຊົນ ກໍໄດ້ຮັບໂອກາດຈາກ ສະຫາຍ ຫົວໜ້າ ຄອສພ ໃຫ້ມີບາງຄໍາເຫັນ ເພື່ອນໍາສະເໜີບາງບັນຫາກ່ຽວກັບການເຄື່ອນໄຫວວຽກງານວິຊາສະເພາະ, ຂໍທິດຊີ້ນໍາ, ແນໃສ່ປັບປຸງການ ເຄື່ອນໄຫວວຽກງານ ໃຫ້ຄ່ອງຕົວດີຂຶ້ນກວ່າເກົ່າ.
ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີນຕໍ່ບັນດາຄະນະພັກ-ຄະນະບັນນາທິການ ແລະ ພະນັກງານຫຼັກແຫຼ່ງຂອງໜັງສືພິມປະຊາຊົນ ທີ່ໄດ້ມີຄວາມອົດທົນຜ່ານຜ່າ, ມີຄວາມເສຍສະຫຼະສູງ ເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ຊຶ່ງຖືວ່າເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງໜັງສືພິມປະຕິວັດ ໄດ້ເປັນຢ່າງດີ; ພ້ອມດຽວກັນນີ້, ກໍໄດ້ເນັ້ນບາງວຽກງານວ່າ: 1). ກ່ອນອື່ນໝົດຕ້ອງສ້າງຄວາມຮັບຮູ້ເຂົ້າໃຈໃໝ່ ກ່ຽວກັບສະພາບການປັດຈຸບັນຂອງໜັງສືພິມ ກໍຄືຈຸດພິເສດທີ່ຕັ້ງ, ພາລະບົດບາດ ທຽບໃສ່ເມື່ອກ່ອນ ຊຶ່ງຕ້ອງໄດ້ຍົກສູງບົດບາດໃຫ້ໄດ້ດີຂຶ້ນກວ່າເກົ່າ; ປັບ ປຸງແບບແຜນວິທີເຮັດວຽກ ໃຫ້ມີການຫັນປ່ຽນ ໃຫ້ບຸທະລຸ ບຸກບືນວຽກງານໃຫ້ດີກວ່າເກົ່າ; ຮັບຮູ້ສະພາບການຂອງໂລກໃນປັດຈຸບັນ ຊຶ່ງເປັນຍຸກແຫ່ງຂໍ້ມູນຂ່າວສານ ທີ່ທັນສະໄໝ ເພື່ອປັບປຸງໜັງສືພິມໃຫ້ທັນກັບສະພາບການ; 2). ຕ້ອງທົບທວນຄືນຂອດການພົວພັນລະຫວ່າງໜັງສືພິມປະຊາຊົນ ກັບສາຍຕັ້ງ ກໍຄື ຄອສພ ແລະ ໜັງສືພິມປະຊາຊົນ ກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອໃຫ້ການພົວພັນເຄື່ອນໄຫວວຽກງານຕ່າງໆ ໃຫ້ຄ່ອງຕົວ ແລະ ດີຂຶ້ນເລື້ອຍໆ; 3). ຕ້ອງຫັນເອົາມະຕິ 04/ກມສພ ແລະ ມະຕິ 05/ລບ ເພື່ອຫັນເປັນແຜນລະອຽດຂອງຕົນ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ; ບັນຫາໜຶ່ງ ກໍແມ່ນກ່ຽວກັບງົບປະມານ ທີ່ຕ້ອງແຍກໃຫ້ລະອຽດ ອັນໃດທີ່ນໍາໃຊ້ງົບປະມານລັດ ແລະ ອັນໃດທີ່ນໍາໃຊ້ລາຍຮັບວິຊາການ ເພື່ອຫັນສູ່ການກຸ້ມຕົນເອງເທື່ອລະກ້າວ ຊຶ່ງໃນນີ້ຕ້ອງໄດ້ຂຶ້ນແຜນແຕ່ຫົວທີ ເພື່ອຂໍງົບປະ ມານລັດ ນໍາໃຊ້ເຄື່ອນໄຫວວຽກງານຕາມລະບຽບການ. ບັນຫາດ້ານການເກັບລາຍຮັບວິຊາການ ກໍຕ້ອງນໍາເກັບລາຍຮັບຂອງໜັງສືພິມໃຫ້ໄດ້ ແລະ ເພີ່ມທະວີວຽກງານການຕະຫຼາດຂອງໜັງສືພິມ, ພ້ອມນັ້ນກໍຄົ້ນຄວ້າກ່ຽວກັບການສ້າງລາຍຮັບຈາກຜະລິດ ຕະພັນອື່ນ ລວມເຖິງການແກ້ໄຂບັນຫາຄ່າພິມໜັງສືພິມ; 4). ໃຫ້ສຸມໃສ່ວຽກງານທ້າຍປີ ເປັນຕົ້ນການກະກຽມຮັບໃຊ້ກອງປະຊຸມສຸດຍອດອາຊຽນ, ການສະເຫຼີມສະຫຼອງ 3 ວັນປະຫວັດສາດ, ກອງປະຊຸມ 3 ຂັ້ນ; 5). ຕ້ອງກະກຽມຄວາມພ້ອມທຸກດ້ານ ທັງດ້ານຈິດໃຈ ແລະ ວັດຖຸ, ຄຽງຄູ່ກັບການສ້າງແຜນລະອຽດ ແລະ ການສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມສົມບູນຄົບຊຸດ ເພື່ອຮອງຮັບການເຄື່ອນ ໄຫວວຽກງານຂອງໜັງສືພິມ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເຮັດໃຫ້ໜັງສືພິມມີການພັດທະນາດີຂຶ້ນເລື້ອຍໆ.
ພ້ອມດຽວກັນນີ້, ກໍເນັ້ນໃຫ້ຄະນະພັກ-ຄະນະບັນນາທິການ ແລະ ພະນັກງານທັງໝົດຂອງໜັງສືພິມປະຊາຊົນ ສືບຕໍ່ຍົກສູງຄວາມສາມັກຄີກັນ ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງໜັງສືພິມປະຕິວັດ ໜັງສືພິມຂອງພັກ ເຮັດຫຼ້ອນໜ້າທີ່ການເມືອງໃຫ້ດີກວ່າເກົ່າ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້, ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະອໍານວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 22 ຕຸລານີ້, ແຂວງວຽງຈັນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ - ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈໍານວນ 175 ສະຫາຍ ຍິງ 33 ສະຫາຍ.
ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ໄດ້ເຂົ້າຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ ໃນງານສັບປະດາດີຈີຕອນລາວ ປະຈຳປີ 2026 (Lao Digital Week 2026) ງານ Lao Digital Week 2026 ເປັນເວທີສຳຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆ ໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈີຕອນ. ເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈີຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈີຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.
ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ມີຄະນະພະແນກ, ອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ, ແຂກຖືກເຊີນ ແລະ ພະນັກ ງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ໃນວັນທີ 22 ຕຸລານີ້, ທີ່ໜ້າຝາຍ ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດງານບຸນຊ່ວງເຮືອ ເນື່ອງໃນໂອກາດບຸນອອກພັນສາ-ປະວໍລະນາ ປະຈຳປີ 2026 ໂດຍມີທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ທັງເປັນຜູ້ຊີ້ນຳຮອບດ້ານເມືອງຈອມເພັດ, ມີທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແຂກຖືກເຊີນ ແລະ ມວນຊົນຈາກເມືອງຈອມເພັດ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຢ່າງຄຶກຄື້ນ.
ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ຂຶ້ນໃນວັນທີ 22 ຕຸລານີ້ ທີ່ ສນຊ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລາ-ນຸເຖລະ, ຮອງປະທານ ສນຊ ພ້ອມດ້ວຍອະນຸກໍາມະການຮັບຜິດຊອບຈັດກອງປະຊຸມ ເຂົ້າຮ່ວມ.
ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ໃນຕອນເຊົ້າວັນທີ 22 ຕຸລາ 2026, ການນຳແຂວງຄຳມ່ວນ, ການນຳເມືອງທ່າແຂກ, ຄະນະສົງ ແລະ ພຸດທະສາສະນິກະຊົນ ໄດ້ພ້ອມໃຈຮ່ວມໃສ່ບາດ, ຖວາຍສັງຄະທານ ແລະ ປະກອບພິທີກຳທາງສາສະໜາຢູ່ຫໍຫຼັກເມືອງ ເມືອງທ່າແຂກ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ. ພິທີດັ່ງກ່າວ ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ພ້ອມດ້ວຍການນຳຂອງແຂວງ, ການນໍາເມືອງ, ຄະນະສົງ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.
ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ວັນທີ 21 ຕຸລາຜ່ານມາ, ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຂອງບັນດາປະເທດເພື່ອນມິດຍຸດທະສາດ ໂດຍມີທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ (ອຍກ) ແລະ ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ