ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບຜູ້ແທນສານປະຊາຊົນສູງສຸດ  ສ ກູບາ

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບຜູ້ແທນສານປະຊາຊົນສູງສຸດ  ສ ກູບາ
ໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ), ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຕ້ອນຮັບຄະນະຜູ້ແທນຂອງສານປະຊາຊົນສູງສຸດ ແຫ່ງ ສ ກູບາ ນຳໂດຍ ທ່ານ ລູເບັນ ຣີມິຈິໂອ ເຝີໂອ ປະທານສານປະຊາຊົນສູງສຸດ ແຫ່ງ ສກູບາ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 15 ຫາ 18 ພະຈິກ 2023. 
   ໃນໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນທີ່ໄດ້ພົບປະກັບ ທ່ານ ລູເບັນ ຣີມິຈິໂອ ເຝີໂອ ພ້ອມດ້ວຍຄະນະໃນຄັ້ງນີ້ສຸດທີ່ມີຄວາມໜາຍສໍາຄັນ ແລະ ກໍເປັນຄັ້ງທໍາອິດ  ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດ ແຫ່ງ ສກູບາ ໄດ້ມີໂອກາດພົບປະກັນ ຊຶ່ງໄດ້ນໍາເອົາຄວາມສາມັກຄີຮັກແພງຢ່າງສະໜິດສະໜົມອັນອົບອຸ່ນ ແລະ ສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສູງສອງຊາດ ລາວ-ກູບາ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
 ເວົ້າລວມເວົ້າສະເພາະແມ່ນອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ສ ກູບາໄດ້ມີການແລກປ່ຽນບົດຮຽນໃນໄລຍະຜ່ານມາຮ່ວມກັນກັບອົງການໄອຍະການສູງສຸດ ແລະ ອົງການໄອຍະການທະຫານ ແຫ່ງ ສກູບາ ສາມາດຖອດຖອນບົດຮຽນອັນລໍ້າຄ່າ, ນໍາເອົາບົດຮຽນດັ່ງກ່າວເຂົ້າມານໍາໃຊ້ ແລະ ປັບປຸງໃຫ້ແທດເໝາະກັບສະພາບຕົວຈິງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານໄອຍະການປະຊາຊົນ ຂອງ ສປປ ລາວ  ໃຫ້ມີການພັດທະນາດີຂຶ້ນເປັນກ້າວໆ, ຮັບປະກັນການປະຕິບັດໜ້າທີ່ວຽກງານໄອຍະການ ໃຫ້ມີປະສິດທິພາບສູງ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືຶອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເພີ່ມທະວີນິຕິທໍາ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ.
ທ່ານ ໄຊຊະນະ ໂຄດພູທອນ ໄດ້ອວຍພອນໃຫ້ທ່ານ ລູເບັນ ຣີມິຈິໂອ ເຝີໂອ ພ້ອມຄະນະ ຈົ່ງປະສົບຜົນສຳເລັດຢ່າງຈົບງາມໃນການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້.
ຂ່າວ-ພາບ:ສຸກ ອອປສ

ຄໍາເຫັນ

ຂ່າວການຮ່ວມມື

ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່  ຍື່ນສານຕາຕັ້ງ ຕໍ່ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ

ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່ ຍື່ນສານຕາຕັ້ງ ຕໍ່ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ

​ໃນຕອນເຊົ້າຂອງວັນ​ທີ30ເມສາ ຜ່ານມາ ທີ່ກອງ​ເລ​ຂາ​ອາ​ຊຽນ ນະຄອນຫຼວງຈາກາກຕາ ປະເທດອິນໂດເນເຊຍ, ທ່ານ ສິດສັງຄົມ ສີສະເກດ ໄດ້​ຍື່ນ​ສານ​ຕາຕັ້ງ​ ຕໍ່ທ່ານ ກາວ ກິມ ຮູນ (Kao Kim Hourn)ເລ​ຂາ​ທິ​ການ​ໃຫຍ່​ອ​າ​ຊຽນ​ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ
ພະນັກງານລົດໄຟລາວ-ຈີນ ວິລະຊົນຜູ້ຢູ່ເບື້ອງຫຼັງໃນວັນກໍາມະກອນ

ພະນັກງານລົດໄຟລາວ-ຈີນ ວິລະຊົນຜູ້ຢູ່ເບື້ອງຫຼັງໃນວັນກໍາມະກອນ

ໃນວັນທີ 1 ພຶດສະພາ ວັນກໍາມະກອນສາກົນ, ເຖິງແມ່ນວ່າເປັນໄລຍະວັນພັກຂອງຊາວຜູ້ອອກແຮງງານກໍຕາມ, ແຕ່ພະນັກງານທາງລົດໄຟລາວ-ຈີນ ຍັງຄົງໄດ້ອຸທິດຕົນເຮັດວຽກຢ່າງຕັ້ງໜ້າດ້ວຍເຫື່ອແຮງ ແລະ ສະຕິປັນຍາ. ທັງໝົດ ກໍເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ
ລົງນາມບັນທຶກຄວາມເຂົ້າໃຈການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ

ລົງນາມບັນທຶກຄວາມເຂົ້າໃຈການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ

ກະຊວງສາທາລະນະສຸກ(ສທ)ຮ່ວມກັບ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ(SCI) ແລະອົງການອະນາໄມໂລກ(WHO)ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ໃນ ສປປ ລາວ ເພື່ອສາມາດທົນທານກັບສະພາບການປ່ຽນແປງດິນຟ້າອາກາດ ຂຶ້ນໃນວັນທີ 29 ເມສາ ຜ່ານມາທີ່
ເປີດການກໍ່ສ້າງ ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບຂອງອ່າງເກັບນໍ້າກະສິກໍາ

ເປີດການກໍ່ສ້າງ ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບຂອງອ່າງເກັບນໍ້າກະສິກໍາ

ພິທີເປີດການກໍ່ສ້າງ ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບ ຂອງອ່າງເກັບນໍ້າກະສິກໍາ ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 30 ເມສາຜ່ານມາທີ່ສູນພັດທະນາຊົນລະປະທານ ຮ່ວມມື ລາວ-ສເກົາຫຼີ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ
ກອງປະຊຸມສຳມະນາ ແຜນຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2025-2035

ກອງປະຊຸມສຳມະນາ ແຜນຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2025-2035

ອົງການກວດຫາແຫ່ງລັດ ຮ່ວມກັບອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC)ຈັດກອງປະຊຸມສຳມະນາກ່ຽວກັບແຜນຍຸດທະສາດຕ້ານການສໍ້ລາດບັງຫຼວງ ປີ 2025-2035 ຂຶ້ນໃນລະຫວ່າງວັນທີ 29-30 ເມສາ 2025;ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດາວບົວລະພາ ບາວົງເພັດ ຮອງປະທານອົງການກວດກາແຫ່ງລັດ
ຮອງປະທານສະພາແຫ່ງຊາດລາວ ສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຮອງປະທານສະພາແຫ່ງຊາດລາວ ສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ໄດ້ສໍາເລັດການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 20-26 ເມສາ 2025.
ຂະບວນລົດໄຟຈີນສາກົນ ທີ່ຂົນສົ່ງສິນຄ້າໄປຍັງອາຊີ-ເອີຣົບ ມີການຂະຫຍາຍຕົວເພີ່ມຂຶ້ນໃນໄຕມາດທຳອິດຂອງປີ 2025

ຂະບວນລົດໄຟຈີນສາກົນ ທີ່ຂົນສົ່ງສິນຄ້າໄປຍັງອາຊີ-ເອີຣົບ ມີການຂະຫຍາຍຕົວເພີ່ມຂຶ້ນໃນໄຕມາດທຳອິດຂອງປີ 2025

ຢູ່​ທີ່ສູນ​ວາງ​ສະ​ແດງ​ທ່າ​ກຳ​ປັ່ນ​ລົດ​ໄຟ​ສາ​ກົນເສີງຕູ, ຂະບວນ​ລົດ​ໄຟ​ສາ​ກົນ​ທີ່ກຳລັງແລ່ນຢູ່ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ໜ້າ​ຈໍ​ໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີງຕູໄດ້ສືບຕໍ່ຂະຫຍາຍຂີດຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ​ໃນ​ໄຕ​ມາດ​ທໍາອິດຂອງປີ 2025, ຂະບວນ ລົດໄຟສາກົນ​ເສີງຕູເປີດ​ແລ່ນໄດ້ 1.380 ​ຂະບວນ,
ສຳມະນາພາຍໃຕ້ຫົວຂໍ້ “ເວທີປຶກສາຫາລືດ້ານນະໂຍບາຍ ສປປ ລາວ - ສ.ເກົາຫຼີ”

ສຳມະນາພາຍໃຕ້ຫົວຂໍ້ “ເວທີປຶກສາຫາລືດ້ານນະໂຍບາຍ ສປປ ລາວ - ສ.ເກົາຫຼີ”

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ (ສ ເກົາຫຼີ) ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາຂຶ້ນ, ໃນວັນທີ 29 ເມສານີ້, ພາຍໃຕ້ຫົວຂໍ້:“ເວທີປຶກສາຫາລືດ້ານນະໂຍບາຍ ສປປ ລາວ - ສເກົາຫຼີ” ທີ່ ສູນການຮ່ວມມືສາກົນ ແລະ ການຝຶກ ອົບຮົມ (ICTC),
ຈີນ ຍົກ​ສູງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ ເພື່ອຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ

ຈີນ ຍົກ​ສູງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ ເພື່ອຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ

ເນື່ອງ​ໃນ​ໂອ​ກາດ ວັນສ້າງຕັ້ງສາຍພົວພັນການທູດຈີນ - ລາວ ຄົບຮອບ 64 ປີ(25/4/1961-25/4/2025), ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ລາວ-ຈີນ ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນ.
ລົງນາມບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງ

ລົງນາມບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງ

ພິທິລົງນາມບັນທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງພາຍໃນຕົວເມືອງນະຄອນຫຼວງວຽງຈັນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສປປ ລາວແລະ ສະຫະຣາຊະອານາຈັກອັງກິດໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີກະຊວງ ຍທຂ. ຮ່ວມລົງນາມການລົງນາມໂດຍ ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກ ໂຍທາທິການ
ເພີ່ມເຕີມ