ໃນວັນທີ 24 ຕຸລາຜ່ານມາ, ສະຫາຍ ພັນໂທ ບຸນຈັນ ມະນີສອນ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 202 ໄດ້ລົງພົບປະໂອ້ລົມພະນັກງານ-ນັກຮົບກອງຮ້ອຍ 261 (ສື່ສານ) ທີ່ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2 ທີ່ສະໂມສອນກອງຮ້ອຍດັ່ງກ່າວ, ມີີຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນຕີ ຄຳສິງ ຄອນສະຫວັນ ຫົວໜ້າການທະຫານ ກອງຮ້ອຍ 261 (ສື່ສານ) ໄດ້ລາຍງານວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາກົມກອງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບຢ່າງເປັນປົກກະຕິ, ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານທ້ອງຖິ່ນ ໝູ່ບ້ານທີ່ໄດ້ຮັບການມອບໝາຍ ໂດຍຫັນເອົາມະຕິ, ຄຳສັ່ງ, ແຈ້ງການແນວທາງປ່ຽນແປງໃໝ່ຂອງພັກ-ລັດ ກໍຄືຄະນະພັກຂັ້ນເທິງໃຫ້ທິດຊີ້ນຳ ກົມກອງໄດ້ນຳເອົາເນື້ອໃນຈິດໃຈດັ່ງກ່າວລົງໄປເຜີຍແຜ່ ແລະ ເຊື່ອມຊຶມໃຫ້ອຳນາດການປົກ ຄອງທ້ອງຖິ່ນ, ພໍ່ແມ່ປະຊາຊົນໄດ້ຮັບຮູ້-ເຂົ້າໃຈແຈ້ງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ-ລັດວາງອອກ ແລະ ຊ່ວຍ ເຫຼືອແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໄດ້ດີພໍສົມຄວນ ສາມາດເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ. ນອກນັ້ນຍັງໄດ້ເອົາໃຈໃສ່ວຽກງານການປັບປຸງກໍ່ສ້າງກົມກອງ, ວຽກງານການປູກຝັງ-ລ້ຽງສັດ ແກ້ໄຂຊີວິດການເປັນຢູ່, ຈັດຕັ້ງກຳລັງເຄື່ອນໄຫວຕິດຕາມກຳແໜ້ນສະພາບການຂອບເຂດກົມກອງຮັບຜິດຊອບ, ປ້ອງກັນສະຖານທີ່ຕ່າງໆ, ໃນໄລຍະຜ່ານມາເຮັດໃຫ້ກົມກອງມີຄວາມສະຫງົບ 100%.
ໃນໂອກາດນີ້, ສະຫາຍ ພັນໂທ ບຸນຈັນ ມະນີສອນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຄະນະພັກ-ຄະນະບັນ ຊາສືບຕໍ່ເອົາໃຈໃສ່ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ກັບອຳນາດການປົກຄອງທ້ອງຖິ່ນ, ສືບຕໍ່ສຶກສາອົບ ຮົມການເມືອງນຳພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບພາຍໃນກົມກອງຂອງຕົນຮັບຮູ້, ເຊື່ອມຊຶມມີຄວາມເປັນເອກະພາບຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ເຮັດວຽກເປັນໝູ່ຄະນະ ຮັກສາໄດ້ຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ຍູ້ແຮງຂະບວນການດ້ານຕ່າງໆພາຍໃນກົມກອງ ໃຫ້ມີຂະບວນການຟົດຟື້ນກວ້າງ ຂວາງ, ເອົາໃຈໃສ່ຊີ້ນຳຢ່າງໃກ້ສິດວຽກງານວິຊາສະເພາະ ໃຫ້ຮູ້ລະບຽບການຄຸ້ມຄອງວັດຖຸຕ່າງໆ ກຽມພ້ອມຮັບມືກັບສະພາບການທີ່ຈະເກີດຂຶ້ນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ປັບປຸງລະບົບປະຈຳ ການຕາມລະບອບ 3 ພາວະ, ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ເມື່ອມີສະພາບການເກີດຂຶ້ນຕ້ອງແກ້ໄຂວ່ອງໄວລາຍງານຂັ້ນເທິງທັນເວລາ. ຂ່າວ: ຄຳຊາຍ ກວ່າງຄຸນສີ

ຄໍາເຫັນ