ຫົວພັນ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ

ຫົວພັນ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ
ແຂວງຫົວພັນ ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຂຶ້ນໃນວັນທີ 16 ມັງກອນ ນີ້,ໂດຍມີ ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຫົວພັນ, ມີຄະນະພັກ-ອຳນາດການປົກຄອງແຂວງ, ເມືອງ, ພະນັກງານປະຕິວັດອາວຸໂສບຳນານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ຄະນະພັກ-ອຳນາດການປົກຄອງ-ຕາງໜ້າກຳລັງປະກອບອາວຸດແຂວງແທັງຮວາ, ເຊີນລາ ແລະ ເງະອານ ສສ ຫວຽດນາມ, ພະນັກງານ-ລັດຖະກອນ ແລະ ປະຊາຊົນອ້ອມຂ້າງເທດສະບານແຂວງ ເຂົ້າຮ່ວມ.
ໃນພິທີ, ທ່ານ ຄຳແພງ ໄຊສົມແພງ ຕາງໜ້າຄະນະພັກ ແລະ ອຳນາດການປົກຄອງແຂວງ ສະແດງຄວາມຂໍ່ານັບຊົມເຊີຍຕໍ່ພະນັກງານ-ນັກຮົບຮຸ່ນອາວຸໂສປະຕິວັດ, ນັກຮົບ, ກອງກຳລັງປະກອບອາວຸດທົ່ວປະເທດ ກໍຄືຂອງແຂວງຫົວພັນ.ພ້ອມທັງ,ຝາກຄວາມຊົມເຊີຍ, ຄວາມຮັກແພງອັນສະໜິດສະໜົມ ອົບອຸ່ນ ແລະ ຄວາມເຊື່ອໝັ້ນອັນເລິກເຊິ່ງ ຈາກຄະນະນຳຂອງແຂວງໄປຍັງນາຍ ແລະ ພົນທະຫານ ທີ່ພວມປະຕິບັດໜ້າທີ່ອັນມີກຽດຂອງຕົນ ໃນເຂດທຸລະກັນດານ, ຫ່າງໄກສອກຫຼີກທົ່ວແຂວງຫົວພັນ. ພ້ອມທັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມເປັນຫ່ວງເປັນໃຍ ແລະ ອວຍພອນໄຊອັນປະເສີດ ໄປຍັງພະນັກງານ-ນັກຮົບ ທີ່ເສຍອົງຄະ, ຜູ້ທີ່ພວມພະຍາບານຕົວຢູ່ໂຮງໝໍແຫ່ງຕ່າງໆ ຈົ່ງຫາຍຈາກຄວາມເຈັບປ່ວຍ ໃຫ້ມີເຫື່ອແຮງ ເຂັ້ມແຂງໂດຍໄວ. ພ້ອມນີ້, ທ່ານເຈົ້າແຂວງຫົວພັນຍັງໄດ້ຮຽກຮ້ອງມາຍັງຄະນະພັກ-ອໍານາດການປົກຄອງ, ອົງການ, ຂະແໜງການຕ່າງໆ ນັບແຕ່ແຂວງລົງຫາທ້ອງຖິ່ນຍົກສູງສະຕິຄວາມຮັບຜິດຊອບຂອງຕົນຂຶ້ນຕື່ມຕໍ່ວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ວຽກງານດັ່ງກ່າວສອດຫ້ອຍໄປໃນທຸກຂົງເຂດ, ຕິດພັນສະໜິດແໜ້ນກັບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ຂອງທ້ອງຖິ່ນ; ພ້ອມກັນເອົາໃຈໃສ່ຊ່ວຍເຫຼືອກໍ່ສ້າງ ກຳລັງປະກອບອາວຸດ ຂອງພວກເຮົາໃຫ້ເຂັ້ມແຂງຍິ່ງຂຶ້ນ, ສ້າງໃຫ້ເປັນກໍາລັງອັນສັກສິດ ໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດ ທີ່ພວກເຮົາຍາດມາໄດ້ດ້ວຍການເສຍສະຫຼະອັນໃຫ່ຍຫຼວງນັ້ນ ໃຫ້ຄົງຢູ່ຕະຫຼອດໄປ.
ໂອກາດດຽວກັນ, ທ່ານ ພັອ ພັນສີ ຊ່ອນມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ ໄດ້ຕາງໜ້າກຳລັງປະກອບອາວຸດ ໄດ້ສະແດງຄວາມຮູ້ບຸນຄຸນ ອັນເລິກເຊິ່ງຕໍ່ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ປະຊາຊົນບັນດາເຜົ່າ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນການສະໜັບສະໜູນອຸ້ມຊູຊ່ວຍເຫຼືອອັນໃຫຍ່ຫຼວງ, ເຮັດໃຫ້ກຳລັງປະກອບອາວຸດເຮັດສໍາເລັດພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດ. ພ້ອມນີ້, ທ່ານຍັງໄດ້ລາຍງານກ່ຽວກັບຜົນງານ, ມູນເຊື້ອຂອງກອງກຳລັງປະກອບວຸດແຂວງຫົວພັນ ໃນໄລຍະ 75 ປີຜ່ານມາ.
ສະຫາຍຫົວໜ້າການເມືອງກອງບັນຊາການທະຫານແຂວງມີຄຳເຫັນວ່າ: ເພື່ອເຮັດສຳເລັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ ພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວກຳລັງປະກອບອາວຸດ ຈົ່ງອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະ ຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານ ໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃນໄລຍະໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ; ກອງທັບເຮົາຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ທີ່ໃຫ່ຍຫຼວງກວ່າເກົ່າ ໃຫ້ສົມກັບຄໍາສັ່ງສອນຂອງ ປະທານ ໄກສອນ ພົມວິຫານ ເວົ້າວ່າ: ເວລາໃດກອງທັບກໍນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ, ສຳເລັດໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງ ແກ່ນສານທີ່ເຂັ້ມແຂງ ຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ.
ຂ່າວ-ພາບ: ໄອແກ້ວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ