ຫສນຍ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ຫສນຍ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ຫສນຍ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ໃນຕອນບ່າຍວັນທີ 21 ມີນາຜ່ານມານີ້, ອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955-22/3/2025)

 

ໃຫ້ສະມາຊິກພັກ ຜູ້ທີ່ຍັງປະຈໍາການ ແລະ ສະມາຊິກພັກອາວຸໂສບໍານານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ບົວຄົງ ນາມມະວົງກຳມະການສູນກາງພັກເລຂາຄະນະພັກລັດຖະມົນຕີຫົວໜ້າ ຫສນຍ; ມີບັນດາສະຫາຍ ຄະນະພັກ, ບັນດາສະຫາຍ ທີ່ໄດ້ຮັບການປະດັບຫຼຽນ, ບັນດາສະຫາຍຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ຄຳລາວັນ ຈັນທະລາວັນ ຮອງເລຂາຄະນະພັກ ຫສນຍປະທານອົງການກາແດງແຫ່ງຊາດລາວ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 440/ຄລສພ, ລົງວັນທີ 14 ມີນາ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ສະມາຊິກພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງໝົດຈຳນວນ 41 ສະຫາຍ, ໃນນັ້ນ ສະມາຊິກພັກ ຜູ້ທີ່ຍັງປະຈຳການ 6 ສະຫາຍຍິງ 1 ສະຫາຍ, ສະມາຊິກພັກອາວຸໂສບໍານານ 35 ສະຫາຍຍິງ 10 ສະຫາຍ; ຊຶ່ງໃຫ້ກຽດປະດັບຫຼຽນໂດຍ ສະຫາຍເລຂາຄະນະພັກລັດຖະມົນຕີຫົວໜ້າ ຫສນຍ.

ໃນໂອກາດດຽວກັນ, ສະຫາຍ ບົວຄົງ ນາມມະວົງ ກໍໄດ້ໃຫ້ກຽດມີຄໍາເຫັນກ່າວຕໍ່ພິທີບາງຕອນວ່າ: ຫຼຽນກາ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ເປັນຫຼຽນກາກຽດຕິຄຸນອັນສູງສົ່ງຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ມອບໃຫ້ແກ່ບັນດາສະຫາຍສະມາຊິກພັກ ທີ່ຍັງປະຈໍາການ ແລະ ສະມາຊິກພັກອາວຸໂສບໍານານ ຜູ້ທີ່ມີຜົນງານອັນໃຫຍ່ຫຼວງ, ໄດ້ປະກອບສ່ວນອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຂອງພັກ, ການປະຕິວັດ ແລະ ປະເທດຊາດ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ, ກອບກູ້ເອົາຄວາມເປັນເອກະລາດ ແລະ ອິດສະຫຼະພາບ ມາໃຫ້ປະຊາຊົນລາວບັນດາເຜົ່າ ລວມທັງໄດ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນແບບຢ່າງອັນປະເສີດແກ່ຮຸ່ນສືບທອດ; ການປະດັບຫຼຽນກາລະນຶກ 70 ປີ ຄັ້ງນີ້ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງ ຂອງບັນດາສະຫາຍ ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ມີຕໍ່ບັນດາສະຫາຍ. ພວກເຮົາ ຜູ້ທີ່ເປັນຮຸ່ນສືບທອດ ຈະສືບຕໍ່ຮໍ່າຮຽນເອົາແບບຢ່າງຄຸນສົມບັດ ສິນທໍາປະຕິວັດ, ຜົນງານ ແລະ ວິລະກໍາ ອັນໂດດເດັ່ນ, ນໍ້າໃຈຮັກຊາດອັນດູດດື່ມ, ຄວາມກ້າແກ່ນເດັດດ່ຽວໜຽວແໜ້ນ, ບໍ່ຍອມຈໍານົນ, ຄວາມຊື່ສັດບໍລິສຸດຈົງຮັກພັກດີ, ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ, ຢຶດໝັ້ນໃນອຸດົມການ, ສ້າງຄວາມສາມັກຄີອັນເປັນປຶກແຜ່ນຢູ່ພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃຫ້ບັນລຸຕາມຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.

(ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ວາງແຜນຄຸ້ມຄອງອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ

ຄໍາມ່ວນ ວາງແຜນຄຸ້ມຄອງອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ

ແຂວງຄໍາມ່ວນໄດ້ຈັດກອງປະຊຸມຄະນະວິທະຍາສາດ ເພື່ອຄົ້ນຄວ້າ, ປະເມີນຜົນ ແລະ ວາງແຜນຄຸ້ມຄອງ-ອະນຸລັກ ພື້ນທີ່ອຸທິຍານທໍລະນີຫີນບູນ (HinbounGeopark) ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ໂດຍມີທ່ານ ບຸນປັນ ພຸດທະອາມາດ ຫົວໜ້າພະແນກຄຸ້ມຄອງປ່າສະຫງວນ (ຜູ້ຕາງໜ້າຈາກກົມປ່າໄມ້ (ກະຊວງກະສິກໍາ ແລະ ສິ່ງແວດລ້ອມ), ທ່ານ ບຸນປອນ ທອງສຸວັນນະລາດຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ມີຊ່ຽວຊານ ແລະ ນັກວິທະຍາສາດ ຈາກຫຼາຍສາຂາວິຊາຊີບ ທັງພາຍໃນ ແລະ ຕ່າງປະເທດແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ປາກຊ່ອງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກສະໄໝທີXII

ປາກຊ່ອງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກສະໄໝທີXII

ເມືອງປາກຊ່ອງແຂວງຈຳປາສັກໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີXII ແລະຜັນຂະຫຍາຍຈັດຕັ້ງຮ່ຳຮຽນເອກະສານ5ບົດອົບຮົມສະມາຊິກພັກທົ່ວເມືອງ, ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ເມືອງ​ປາກ​ຊ່ອງ, ພາຍໃຕ້ການເປັນປະທານຂອງສະຫາຍບຸນລິດເທບບຸນສູງກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງປາກຊ່ອງ, ມີບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄໍາມ່ວນ ທໍາລາຍຊິ້ນສ່ວນເຄື່ອງໃນໝູ​ນ້ຳໜັກ 28 ໂຕນ

ຄໍາມ່ວນ ທໍາລາຍຊິ້ນສ່ວນເຄື່ອງໃນໝູ​ນ້ຳໜັກ 28 ໂຕນ

ຂະ​ແໜງລ້ຽງສັດ ແລະ ການປະມົງພະ​ແນກ​ກະ​ສິ​ກຳແລະສິ່ງ​ແວດ​ລ້ອມແຂວງຄໍາມ່ວນຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ຈັດພິທີຝັງທໍາລາຍຊິ້ນສ່ວນເຄື່ອງໃນໝູຈໍານວນ 1,400 ແພັກ, ມີນໍ້າໜັກ 28 ໂຕນ, ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ສະໜາມຖິ້ມຂີ້ເຫຍື້ອ ເມືອງທ່າແຂກ.
ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການປັບໄໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ, ພ້ອມທັງທາບທາມຮ່າງວິໄສທັດ ຮອດປີ 2040 ແລະ ຮ່າງຍຸດທະສາດການຄຸ້ມຄອງຊັບສິນຂອງລັດ ຮອດປີ 2035 ເພື່ອສ້າງຄວາມເຂົ້າໃຈເປັນອັນດຽວກັນ ແລະ ຍົກສູງປະສິດທິພາບການຄຸ້ມຄອງຊັບສິນແຫ່ງລັດ.
ຄະນະຮັບຜິດຊອບ ລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຢູ່ ວຕຊ ເລກ II ສະຫວັນນະເຂດ

ຄະນະຮັບຜິດຊອບ ລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຢູ່ ວຕຊ ເລກ II ສະຫວັນນະເຂດ

ວັນທີ 29 ກັນຍາຜ່ານມາ, ຄະນະຮັບຜິດຊອບເຄື່ອນໄຫວຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂັ້ນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ນຳໂດຍ ສະຫາຍ ພັອ ວັນນະເລດ ບຸດຕະວົງ ຄະນະພັກກົມໃຫຍ່ການເມືອງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ວິທະຍາໄລຕຳຫຼວດປະຊາຊົນ ວຕຊ ເລກ II ສະຫວັນນະເຂດ ໂດຍການຕ້ອນຮັບຂອງສະຫາຍ ພັອ ວີຄຳ ຂຸນສຳນານ ເລຂາຄະນະພັກ ຫົວໜ້າວິທະຍາໄລ ມີຄະນະຮັບຜິດຊອບທັງສອງຝ່າຍ ເຂົ້າຮ່ວມ.
ກອງພັນໃຫຍ່ 497 ປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025

ກອງພັນໃຫຍ່ 497 ປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025

ວັນທີ 29 ກັນຍາຜ່ານມາ, ກອງພັນໃຫຍ່ 497 ຈັດພິທີປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ທອງດຳ ດວງມາລາ ຫົວໜ້າການທະຫານ ກອງພັນໃຫຍ່ 497, ມີຄະນະພັກ-ຄະນະບັນຊາ, ຂະແໜງການກ່ຽວຂ້ອງ, ຄູ-ອາຈານ ແລະ ກໍາລັງທະຫານໃໝ່ ເຂົ້າຮ່ວມ.
ນາຍ ແລະ ພົນຕໍາຫຼວດ ປກສ ເມືອງເງິນ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ນາຍ ແລະ ພົນຕໍາຫຼວດ ປກສ ເມືອງເງິນ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ ແລະ ປະກາດເລື່ອນຊັ້ນນາຍ ແລະ ພົນ ຕໍາຫຼວດ ປກສ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 30 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ພັທ ສົມພອນ ພູມມາລີ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດເຂົ້າຮວມ.
ເປີດອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402

ເປີດອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402

ພິທີເປີດຊຸດຝຶກອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402 ກອງທັບ ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະຊີ້ນໍາລວມ, ອະນຸກຳມະການ, ວິຊາການ ແລະ ນັກກວດສອບເລຂາ-ຮອງເລຂາ ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402 ກອງທັບ ແລະ ຄະນະໜ່ວຍພັກ ສາງນໍ້າມັນເຊື້ອໄຟເລກ 7 ກອງທັບ ເຂົ້າຮ່ວມ.
ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື

ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື

ວັນທີ 29 ກັນຍາຜ່ານມາ, ຄະນະສະພາວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານຂັ້ນທ້ອງ ຖິ່ນແຂວງອັດຕະປື ໄດ້ເປີດກອງປະຊຸມ ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື ແຕ່ປີ 1959-2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນເຊີຍ ສີປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ປະທານ ສະພາ ວສ-ປສ ການທະຫານຂັ້ນທ້ອງຖິ່ນແຂວງ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະສະພາ ວສ-ປສ ການທະຫານຂັ້ນທ້ອງຖິ່ນເຂົ້າຮ່ວມ.
ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ໃນວັນທີ 29 ກັນຍານີ້ ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ, ວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນການທູດລາວຄົບຮອບ 81 ປີ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຊຶ່ງມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ 450 ກວ່າສະຫາຍ.
ເພີ່ມເຕີມ