ຫສນຍ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ວັນຄ້າຍວັນເກີດປະທານ ຄຳໄຕ ສີພັນດອນ

ຫສນຍ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ວັນຄ້າຍວັນເກີດປະທານ ຄຳໄຕ ສີພັນດອນ
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 ຫາ 20 ມັງກອນ 2024) ແລະ ວັນຄ້າຍວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ(8 ກຸມພາ 1924 ຫາ 8 ກຸມພາ 2024) ຂຶ້ນໃນວັນທີ 10 ມັງກອນ ຜ່ານມາ,ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ຫົວໜ້າ ຫສນຍ,ມີສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ ອະດີດປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີສະຫາຍກຳມະການສູນກາງພັກ, ລັດຖະມົນຕີ ປະຈຳ ສນຍ, ສະຫາຍຮອງເລຂາຄະນະພັກ ຫສນຍ, ບັນດາສະຫາຍ ຄະນະບໍລິຫານງານພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ,ສະມາຊິກພັກ, ພະນັກງານ-ລັດຖະກອນທີ່ຂຶ້ນກັບອົງຄະນະພັກ ຫສນຍ ເຂົ້າຮ່ວມ.
    ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີໂດຍໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມກ່ອນການສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຊຶ່ງໃນໄລຍະປີ 1946-1949ປະຕິບັດຕາມແນວທາງການຕໍ່ຕ້ານ “ຍືດເຍື້ອຍາວນານເດັດຂາດມີໄຊ” ຂອງພັກ, ທຸກກໍາລັງໄດ້ຫັນລົງສູ່ຊົນນະບົດ ສ້າງເຂດທີ່ໝັ້ນ, ກໍ່ສ້າງຮາກຖານໃນໝູ່ປະຊາຊົນ, ປຸກລະດົມຂົນຂວາຍປະຊາຊົນ ກໍ່ສ້າງກຳລັງປະກອບອາວຸດຢູ່ທ້ອງຖິ່ນ, ປະຕິບັດຍຸດທະສາດສົງຄາມກອງຫຼອນ ຊຶ່ງໄລຍະດັ່ງກ່າວ ສົງຄາມກອງຫຼອນໄດ້ປະກົດຕົວຂຶ້ນຢູ່ຫຼາຍທ້ອງຖິ່ນ ແລະ ການຈັດຕັ້ງກຳລັງປະກອບອາວຸດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງລຽນຕິດ ເຊັ່ນ: ສ້າງຕັ້ງກອງຟ້າງຸ່ມ ຢູ່ວຽງຈັນ, ກອງໄຊຈັກກະພັດ ຢູ່ພາກໃຕ້, ກອງປັດໄຈ ຢູ່ຊຽງຂວາງ, ກອງໄຊເຊດຖາ ຢູ່ພາກກາງ, ສ້າງຕັ້ງຄະນະຕະລຸມບອນລາວເໜືອ, ກອງໂຄສະນາປະກອບອາວຸດ. ຈາກສະພາບແວດລ້ອມດັ່ງກ່າວ, ມາຮອດວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ກອງລາດຊະວົງ” ຂຶ້ນຢ່າງເປັນທາງການ ແລະ ໃນມື້ດຽວກັນ ພາຍໃຕ້ການນໍາພາອັນແທດເຖິງຂອງສາຂາພັກກອມມູນິດອິນດູຈີນ ປະຈໍາແຄ້ວນລາວ ກໍໄດ້ຈັດຕັ້ງກອງປະຊຸມ ໂດຍເອົາສະຖານທີ່ກອງລາດຊະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະ ຢ່າງເປັນທາງການ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ. ຖັດຈາກນັ້ນມາ, ກໍໄດ້ປະກາດຮັບເອົາບັນດາກອງເອກະລາດອື່ນໆ ເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນກອງທັບລາວອິດສະຫຼະ. ນັບແຕ່ນັ້ນມາ, ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງ “ກອງທັບປະຊາຊົນລາວ”. ການກໍາເນີດ ແລະ ການຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະເວລາ 75 ປີຜ່ານມາໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງຊຶ່ງພັກເຮົາເວລາໃດ ກໍໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ຕົ້ນຕໍ ແລະ ຖືສໍາຄັນເປັນອັນດັບໜຶ່ງ; ກອງທັບປະຊາຊົນລາວ ກໍໄດ້ຕັ້ງໜ້າເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ ຍ້ອນຜົນງານ ແລະ ຄຸນງາມຄວາມດີ ຂອງກອງທັບປະຊາຊົນລາວ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ຈຶ່ງມີກົມກອງ, ບຸກຄົນທີ່ໄດ້ກາຍເປັນວິລະຊົນແຫ່ງຊາດ ແລະ ເປັນນັກຮົບແຂ່ງຂັນ; ກອງທັບປະຊາຊົນລາວຍາມໃດ ກໍມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ; ໃນພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ກອງທັບປະຊາຊົນລາວ ແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດປະຊາຊົນ ມີຄວາມຈົ່ງຮັກພັກດີ, ມີຄວາມບໍລິສຸດຜຸດຜ່ອງ, ມີຄວາມເດັດດ່ຽວໜຽວແໜ້ນ, ມີລະບຽບແບບແຜນທີ່ເຂັ້ມງວດ, ມີຄວາມອົງອາດກ້າຫານ, ມີນ້ໍາໃຈເສຍສະຫຼະອັນສູງສົ່ງ ພ້ອມທັງຍອມເສຍສະຫຼະຊີວິດເພື່ອຊາດ ແລະ ປະຊາຊົນ. ນອກນັ້ນ, ກອງທັບປະຊາຊົນລາວ ກໍມີຄວາມສາມັກຄີກັບກອງທັບປະຊາຊົນ ບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກໂດຍສະເພາະຄວາມສາມັກຄີຮ່ວມສໍາພັນສູ້ຮົບແບບພິເສດກັບເພື່ອນມິດຍຸດທະສາດ ຊຶ່ງສິ່ງເຫຼົ່ານີ້ ມັນໄດ້ກາຍເປັນມູນເຊື້ອອັນສະຫງ່າອົງອາດຂອງກອງທັບ ແລະ ກໍາລັງປະກອບອາວຸດ ຂອງປະຊາຊົນເຮົາຕະຫຼອດມາ.
ຫຼັງຈາກນັ້ນ, ສະຫາຍ ອາລຸນໄຊ ສູນນະລາດ ກໍໄດ້ໃຫ້ກຽດສືບຕໍ່ເຜີຍແຜ່ເອກະສານວັນຄ້າຍວັນເກີດ ປະທານ ຄຳໄຕສີພັນດອນ ຄົບຮອບ 100 ປີ ໂດຍໄດ້ຍົກໃຫ້ເຫັນຊີີວິດ, ການເຄື່ອນໄຫວປະຕິວັດທີ່ພົ້ນເດັ່ນ, ຜົນງານອັນຍິ່ງໃຫຍ່ ແລະ ແບບຢ່າງອັນດີເລີດ ຂອງປະທານ ຄຳໄຕ ສີພັນດອນ; ໃນໄລຍະການເຄື່ອນໄຫວຂອງປະທານ ຄຳໄຕ ສີພັນດອນ ເພິ່ນໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າຢູ່ພາກໃຕ້ ໃນການເປັນຜູ້ຊ່ວຍລັດຖະບານລາວຕໍ່ຕ້ານ ໃນການນຳພາທະຫານລາວອິດສະຫຼະ, ຕໍ່ມາຖືກແຕ່ງຕັ້ງເປັນຫົວໜ້າເສນາທິການທະຫານລາວອິດສະຫຼະ ແລະ ຖືກມອບໝາຍໃຫ້ຊີ້ນຳທະຫານກອງໄຊຈັກກະພັດ ໃນຖານະທະຫານລາວຕໍ່ຕ້ານ ແຕ່ລະໜ້າວຽກທີ່ຖືກມອບໝາຍ ທ່ານໄດ້ເອົາໃຈໃສ່ນຳພາ, ຊີ້ນຳຈັດຕັ້ງປະຕິບັດເປັນຢ່າງດີ ໂດຍສະເພາະແມ່ນການກໍ່ສ້າງ ແລະ ປັບປຸງທະຫານລາວອິດສະຫຼະ ໃຫ້ມີຄວາມເຂັ້ມແຂງຂຶ້ນ; ປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳຄົນອື່ນໆນຳພາ ເພື່ອພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ,  ເພິ່ນເປັນຜູ້ນຳທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດ ເຕີບໃຫຍ່ຂະຫຍາຍຕົວ, ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຫຼັງຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ຂອງພັກ ຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ ເພື່ອນໍາພາປະເທດຊາດກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ.
ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງປະທານ ຄຳໄຕ ສີພັນດອນ ທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນຳເອົາແບບຢ່າງທີ່ດີໜູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາ ປະເທດຊາດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ ນັ້ນ,ສະຫາຍ ອາລຸນໄຊ ສູນນະລາດ ຍັງໄດ້ສະເໜີຜູ້ເຂົ້າຮ່ວມຮັບຟັງການເຜີຍແຜ່ຄັ້ງນີ້ ພ້ອມກັນຕັ້ງໜ້າຮໍ່າຮຽນເອົາແບບຢ່າງອັນດີເລີດຂອງເພິ່ນ ເພື່ອພ້ອມກັນສືບທອດພາລະກິດຂອງພັກ ໃນໄລຍະໃໝ່ ໃຫ້ຍາດໄດ້ຜົນສຳເລັດຢ່າງມີໄຊ.
ໃນໂອກາດເຜີຍແຜ່ເຊື່ອມຊຶມວັນສໍາຄັນຄັ້ງນີ້, ກອງປະຊຸມຍັງໄດ້ຊົົມບັນດາຮູບພາບ, ວິດີໂອ ກ່ຽວກັບການເຄື່ອນໄຫວ ທີ່ເປັນມູນເຊື້ອອັນດີງາມ ຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 75 ປີຜ່ານມາ; ບັນດາຮູບພາບ, ວິດີໂອການເຄື່ອນໄຫວ ຂອງປະທານ ຄໍາໄຕ ສີພັນດອນ. ນອກນັ້ນ ຍັງໄດ້ສ້າງກິດຈະກຳຖາມ-ຕອບ ກ່ຽວກັບຂໍ້ມູນ ແລະ ຄວາມຮູ້ ທີ່ໄດ້ນຳສະເໜີຜ່ານກອງປະຊຸມຄັ້ງນີ້ ພ້ອມທັງ ມອບລາງວັນ ໃຫ້ຜູ້ທີ່ສາມາດຕອບໄດ້ຕື່ມອີກ ເຮັດໃຫ້ການເຜີຍແຜ່ເຊື່ອມຊຶມດັ່ງກ່າວ ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ສ້າງສັນ ແລະ ມີເນື້ອໃນເລິກເຊິ່ງຫຼາຍຂຶ້ນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ