ຫສນຍ ເຜີຍແຜ່ເອກະສານສຳຄັນຂອງພັກ ຂອງຊາດ 

ຫສນຍ ເຜີຍແຜ່ເອກະສານສຳຄັນຂອງພັກ ຂອງຊາດ 
ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມ ເອກະສານສໍາຄັນຂອງພັກ, ຂອງຊາດ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີຂຶ້ນເມື່ອບໍ່ດົນມານີ້, ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີສະຫາຍຮອງເລຂາຄະນະພັກ ຫສນຍ, ບັນດາສະຫາຍ ຄະນະບໍລິຫານງານພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ເຂົ້າຮ່ວມ.
ຈຸດປະສົງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ ແລະ ເປັນເອກະພາບ ຕໍ່ເນື້ອໃນຈິດໃຈ ຂອງຜົນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ສາມາດນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນຂົງເຂດວຽກງານໃນຄວາມຮັບຜິດຊອບຂອງຕົນ ໃຫ້ສອດຄ່ອງ, ເກີດດອກອອກຜົນ, ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້; ທັງເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຄົ້ນຄວ້າ, ສຶກສາຮໍ່າຮຽນເອົາແບບຢ່າງ ມູນເຊື້ອອັນດີງາມ, ຄຸນສົມບັດສິນທໍາປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ມາໝູນໃຊ້ເຂົ້າໃນການດຳລົງຊີວິດ ແລະ ຈັດຕັ້ງປະຕິບັດວຽກງານຕົວຈິງ ໃນເງື່ອນໄຂໃໝ່ ໃຫ້ເກີດປະໂຫຍດຕໍ່ປະເທດຊາດ ແລະ ປະຊາຊົນ. ທັງໝົດນັ້ນ ເພື່ອຍົກສູງຄວາມຮັບຜິດຊອບການເມືອງ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສ້າງຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນການຈັດຕັ້ງ.
ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊືມ ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນ ທີ່ກອງປະຊຸມດັ່ງກ່າວ ໄດ້ນຳມາຄົ້ນຄວ້າ, ປຶກສາຫາລື ແລະ ຊີ້ນຳ, ໃນນັ້ນ ເນື້ອໃນປະກອບມີ: ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະເຄິ່ງສະໄໝ; ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະເຄິ່ງສະໄໝ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ມະຕິ ວ່າດ້ວຍສືບຕໍ່ຊຸກຍູ້ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ; ແລະ ດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄລຍະເຄິ່ງສະໄໝ. ນອກນັ້ນ, ກອງປະຊຸມຄົບຄະນະກາງສະໄໝ ຍັງໄດ້ໃຫ້ທິດຊີ້ນຳ ຈັດຕັ້ງປະຕິບັດວຽກງານຈຸດສຸມຈຳນວນໜຶ່ງ ໃນໄລຍະທ້າຍສະໄໝ ເປັນຕົ້ນ ແກ້ໄຂສິ່ງຫຍໍ້ທໍ້ພາຍໃນການຈັດຕັ້ງ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ປັບປຸງການຈັດຕັ້ງແຕ່ລະຂັ້ນ ໄປຕາມທິດກະທັດຮັດ ແລະ ສົມເຫດສົມຜົນ; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານ ແລະ ປະຊາຊົນ; ຍົກສູງປະສິດທິພາບ ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ; ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ; ຍູ້ແຮງການເກັບລາຍຮັບທັນສະໄໝ ແລະ ການຊຳລະສະສາງ ຜ່ານລະບົບທະນາຄານ; ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ; ຍູ້ແຮງການປະຕິຮູບລັດວິສາຫະກິດ; ແກ້ໄຂກົນໄກການປະສານງານ ທັງສາຍຕັ້ງ ແລະ ສາຍຂວາງ; ສືບຕໍ່ຊີ້ນຳ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເພີ່ມທະວີການໂຄສະນາ, ປຸກລະດົມ ແລະ ຍູ້ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາສູ່ລວງເລິກ ຕິດພັນກັບການເຂົ້າຮ່ວມປະຕິບັດ 2 ວາລະແຫ່ງຊາດ ໃຫ້ກາຍເປັນຂະບວນການກວ້າງຂວາງຂອງມະຫາຊົນ. 
ຫຼັງຈາກນັ້ນ, ສະຫາຍ ຄຳລາວັນ ຈັນທະລາວັນ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດສືບຕໍ່ເຜີຍແຜ່ເອກະສານວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ໂດຍໄດ້ຍົກໃຫ້ເຫັນຊີີວິດ, ການເຄື່ອນໄຫວປະຕິວັດທີ່ພົ້ນເດັ່ນ, ຜົນງານອັນຍິ່ງໃຫຍ່ ແລະ ແບບຢ່າງອັນດີເລີດ ຂອງປະທານ ໄກສອນ ພົມວິຫານ.ສະຫາຍ ຄຳລາວັນ ຈັນທະລາວັນ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຮັບຟັງການເຜີຍແຜ່ຄັ້ງນີ້ ພ້ອມກັນຕັ້ງໜ້າຮໍ່າຮຽນເອົາແບບຢ່າງອັນດີເລີດ ຂອງປະທານໄກສອນ ພົມວິຫານ ເພື່ອພ້ອມກັນສືບທອດພາລະກິດຂອງພັກ ໃນໄລຍະໃໝ່.
ໃນຕອນບ່າຍ, ອົງຄະນະພັກ ຫສນຍ ກໍໄດ້ສືບຕໍ່ເຜີຍແຜ່ເອກະສານກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ແກ່ບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ, ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ແລະ ຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ພາຍໃນອົງຄະນະພັກ ຫສນຍ, ເຊິ່ງເຜີຍແຜ່ບັນເອກະສານທີ່ກ່ຽວຂ້ອງ ໂດຍແມ່ນ ສະຫາຍ ອາລຸນໄຊ ສູນນະລາດ, ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບຕໍ່ບັນດາເອກະສານ ທີ່ນຳມາເຜີຍແຜ່, ແນໃສ່ເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຖືກຕ້ອງຕາມຂັ້ນຕອນ, ລະບຽບການ, ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້.
ພາບ ແລະ ຂ່າວໂດຍ: ກົມປະຊາສຳພັນ, ຫສນຍ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ