![]() |
ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ມີຈຸດປະສົງເພື່ອຈັດຕັ້ງນໍາພານ້ອງນ້ອຍເຍົາວະຊົນ-ອະນຸຊົນທົ່ວນະຄອນຫຼວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດ ໄດ້ມີໂອກາດເຂົ້າມາທັດສະນະສຶກສາ ແລະ ເຮັດກິດຈະກໍານອກໂຮງຮຽນຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ, ອະນຸສອນສະຖານປະທານ ໄກສອນ ພົມວິຫານ, ອະນຸສອນສະຖານປະທານ ສຸພານຸວົງ ແລະ ອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ, ທັງນີ້ກໍເພື່ອສຶກສາອົບຮົມໃຫ້ຄົນຮຸ່ນຫຼັງໄດ້ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດທີ່ລຽບງ່າຍ, ປອດໃສ, ຂາວສະອາດແລະແບບແຜນວິທີເຮັດວຽກທີ່ມີວິທະຍາສາດຂອງປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາປະຕິວັດທ່ານອື່ນໆເພື່ອນຳມາໝູນໃຊ້ເຂົ້າໃນຊີວິດຕົວຈິງ.
ໃນພິທີໄດ້ໃຫ້ກຽດເຂົ້າຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ໂດຍ ທ່ານນາງ ໃບຄູນສົມບັດດວງ ກຳມະການຄະນະພັກ, ຫົວໜ້າກົມພິພິທະພັນໄກສອນພົມວິຫານ ແລະ ຜູ້ນຳປະຕິວັດ ແລະ ທ່ານນາງ ວິໄລວັນ ວົງພັກດີ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ວ່າການຫົວໜ້າກົມເຍົາວະຊົນ.
ພ້ອມດຽວກັນນັ້ນ, ກໍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ໂດຍທ່ານ ເພັດ ພົມພີພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປປລ), ພ້ອມດ້ວຍບັນດາທ່ານຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຕິວັດລາວ, ບັນດາທ່ານຄະນະກົມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
(ຂ່າວ: ຫສພ)

ຄໍາເຫັນ