ຮສສປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດປະທານ ຄໍາໄຕ ສີພັນດອນຄົບຮອບ 100 ປີ

ຮສສປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດປະທານ ຄໍາໄຕ ສີພັນດອນຄົບຮອບ 100 ປີ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມຮສສໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75ປີແລະວັນເກີດປະທານຄຳໄຕສີພັນດອນຄົບຮອບ 100 ປີຂຶ້ນໃນວັນທີ 18 ມັງກອນນີ້ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ກຽດປາຖະກະຖາໂດຍສະຫາຍພົນໂທແສງນວນໄຊຍະລາດເລຂາຄະນະພັກປະທານສະຫະພັນນັກຮົບເກົ່າແຫ່ງຊາລາວ,ມີສະຫາຍປະເດີມພອນສົນທະນີຮອງເລຂາຄະນະພັກຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມພ້ອມດ້ວຍຄະນະພັກ,ພະນັກງານເຂົ້າຮ່ວມ.
ສະຫາຍພົນໂທແສງນວນໄຊຍະລາດໄດ້ເລົ່າຫວນຄືນປະຫວັດມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວແລະ ຜົນງານການເຄື່ອນໄຫວສູ້ຮົບຂອງກອງທັບປະຊາຊົນລາວແຕ່ລະໄລຍະ ເລີ່ມແຕ່ວັນສ້າງຕັ້ງຈົນເຖິງປັດຈຸບັນ ເພື່ອໃຫ້ພະນັກງານກະຊວງ ຮສສໄດ້ຮັບຮູ້ເຊື່ອມຊຶມເຂົ້າໃຈຕໍ່ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ຊຶ່ງກອງທັບປະຊາຊົນລາວໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ຮົ່ມທຸງພັກ, ຂອງພັກປະຊາຊົນ ປະຕິວັດລາວ ກຳເນີດມາຈາກປະຊາຊົນ, ຮັບໃຊ້ປະຊາຊົນເພື່ອຜົນປະໂຫຍດຂອງປະຊາຊົນ, ພາຍໃຕ້ການຊີ້ນຳໂດຍກົງຮອບດ້ານຂອງພັກປະຊາຊົນ ປະຕິວັດລາວໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ ປີ 1949 ຢູ່ເຂດທີ່ໝັ້ນຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ບົນດິນແດນວິລະຊົນຄົນກ້ານັບແຕ່ນັ້ນມາ ກອງທັບກໍໄດ້ຮັບການປັບປຸງກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ເຮັດໜ້າທີ່ໂຄສະນາຂົນຂວາຍກໍ່ສ້າງຮາກຖານການເມືອງ ປຸກລະດົມປະຊາຊົນທັງຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງມີບົດຮຽນ, ຍິ່ງຕີຍິ່ງມີຄວາມເຂັ້ມແຂງ ເຮັດໃຫ້ການຕໍ່ສູ້ມີຂະບວນການອັນລະອິດລະອ້ຽວຄ່ຽວຂາດເຕັມໄປດ້ວຍຄວາມອົງອາດກ້າແກ່ນບໍ່ຫວັ່ນໄຫວຕໍ່ອຸປະສັກໃດໆ, ຍິ່ງຕີຍິ່ງມີຄວາມຄຽດແຄ້ນນັບທັງກອງທັບ ນັບທັງປະຊາຊົນເຮັດໃຫ້ການຕໍ່ສູ້ຍິ່ງມີຄວາມໝັ້ນໃຈ, ດ້ວຍນ້ຳໃຈເສຍສະຫຼະເພື່ອກອບກູ້ເອົາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນມາສູ່ປະຊາຊົນລາວບັນດາເຜົ່າ ນັບແຕ່ເໜືອຕະຫຼອດໃຕ້. ຜ່ານຂະບວນວິວັດແຫ່ງການຕໍ່ສູ້ອັນອົງອາດກ້າແກ່ນ, ລະອິດລະອ້ຽວ ແລະ ຍືດເຍື້ອຍາວນານຂອງກອງທັບກັບປະຊາຊົນລາວບັນດາເຜົ່າ ໂດຍພາຍໃຕ້ການຊີ້ນຳ-ນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ຈຶ່ງເຮັດໃຫ້ພາລະກິດຂອງຊາດມີຜົນສຳເລັດ ສາມາດຍາດໄດ້ເອກະລາດ ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນ ປະກາດສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາປີ 1975. ນັບແຕ່ນັ້ນມາປະຊາຊົນລາວບັນດາເຜົ່າໄດ້ມີຄວາມພາກພູມໃຈທີ່ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ. ຕະຫຼອດໄລຍະ 75 ປີກອງທັບປະຊາຊົນລາວ ໄດ້ຮັບການປັບປຸງກໍ່ສ້າງ ແລະ ຍົກລະດັບທາງດ້ານປະລິມານ ແລະ ຄຸນນະພາບ ກາຍເປັນກອງທັບທີ່ມີຄວາມເຂັ້ມແຂງ ແລະ ທັນສະໄໝ. 
ໃນໂອກາດນີ້, ສະຫາຍຍັງໄດ້ຍົກໃຫ້ເຫັນ ເຖິງຄຸນງາມຄວາມດີຂອງ ປະທານ ຄຳໄຕ ສີພັນດອນ ທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້  ແລະ ນຳເອົາແບບຢ່າງທີ່ດີຂອງເພີ່ນມາໝູນໃຊ້ເຂົ້າໃນການຈັດຕັ້ງ,ເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ,ສະມາຊິກພັກ,ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາປະເທດ ກ້າວຂຶ້ນຕາມອຸດົມການຂອງພັກຢ່າງມີໄຊ. ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ໜຶ່ງ ໃນບັນດາຜູ້ນຳຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດ ຢູ່ປະເທດເຮົາຊື່ງເວລາໃດກໍໜັກແໜ້ນທາງດ້ານການເມືອງ,ສະຕິຕໍ່ການຈັດຕັ້ງ,ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ,ເລີ່ມຈາກພະນັກງານທຳມະດາກາຍເປັນຜູ້ຊີ້ນຳ-ບັນຊາ ແລະ ນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ,ຄຽງບ່າຄຽງໄຫຼ່ກັບ ປະທານ ໄກສອນ ພົມວິຫານ,ປະທານ ສຸພາ ນຸວົງ ແລະ ຜູ້ນໍາຄົນອື່ນໆ ຂອງແນວລາວຮັກຊາດ ໄດ້ຮັບໄຊຊະນະສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ຕໍ່ຈາກນັ້ນ ກໍໄດ້ປະກອບສ່ວນຄົ້ນຄວ້າ ແລະ ກຳນົດທິດທາງຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ອອກຢ່າງຖືກຕ້ອງ,ສອດຄ່ອງທັງໄດ້ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດໄດ້ຮັບຜົນສຳເລັດໃນຫຼາຍດ້ານ.
ການຈັດປາຖະກະຖາໃນຄັ້ງນີ້: ເພື່ອເຮັດໃຫ້ຄະນະພັກ,ສະມາຊິກພັກ-ພະນັກງານ ກະຊວງ ຮສສໄດ້ນຳເອົານໍ້າໃຈເສຍສະຫຼະ,ຄຸນສົມບັດສິນທຳປະຕິວັດ, ແບບແຜນນຳພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນການດຳລົງຊີວິດຕະຫຼອດຮອດແນວຄິດຊີ້ນໍາຂອງເພິ່ນ ໄປຮໍ່າຮຽນ, ເປັນແວ່ນແຍງ ແລະ ເປັນການຜັນຂະຫຍາຍ ເພື່ອນຳໄປປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດ. 
ຂ່າວ-ຮູບ:  ບຸນຕອມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ