ກ່າວຄຳເຫັນໃນການເຮັດວຽກ, ທ່ານ ໂຕເລິມ ຮຽກຮ້ອງຄະນະພັກສະພາແຫ່ງຊາດ ສືບຕໍ່ຊີ້ນຳ-ນຳພາ, ເຊື່ອມຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງມີໄຊ, ກຳນົດຢ່າງຈະແຈ້ງວ່ານີ້ແມ່ນວຽກງານເປັນປະຈຳໃນຕະຫຼອດອາຍຸການ; ການຜັນຂະຫຍາຍຕ້ອງຕິດພັນກັບແຕ່ລະໂຄງການ, ແຜນການປະຕິບັດງານ, ແຕ່ລະນະໂຍບາຍຊີ້ຂາດລະອຽດ, ແຕ່ລະໝາກຜົນຂອງການປະຕິບັດ, ຮັບປະກັນມະຕິຕ້ອງເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ.
ທ່ານ ໂຕເລິມ ເນັ້ນໜັກວ່າ: ຕ້ອງຫັນຜົນສຳເລັດຂອງການເລືອກຕັ້ງກາຍເປັນຄວາມຮັບຜິດຊອບ ແລະ ການກະທຳລະອຽດຂອງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດໃນອາຍຸການຊຸດທີ XVI. ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກຕ້ອງໄດ້ຫັນປ່ຽນກາຍເປັນບັນດາໂຄງການກໍ່ສ້າງກົດໝາຍ, ບັນດາມະຕິລະອຽດ, ມີຄວາມເປັນໄປໄດ້ສູງ, ບໍ່ປະໃຫ້ເກີດສະພາບການປະຕິບັດການຫັນບັນດາແຜນນະໂຍບາຍຂອງພັກເປັນລະບອບລະບຽບການຢ່າງຊັກຊ້າ, ບໍ່ປະໃຫ້ລະບອບລະບຽບການກາຍເປັນຈຸດອຸດຕັນຂອງການພັດທະນາ.
ຄໍາເຫັນ