ໃນກອງປະຊຸມ, ທ່ານເລຂາທິການໃຫຍ່ ປະທານປະເທດ ຮຽກຮ້ອງໃຫ້ສືບຕໍ່ຫັນປ່ຽນຈາກການຄຸ້ມຄອງຄວາມຄືບໜ້າໄປສູ່ການຄຸ້ມຄອງບໍລິຫານທີ່ມີໝາກຜົນລະອຽດ, ແຕ່ລະໜ້າທີ່ແມ່ນຕ້ອງກຳນົດແຈ້ງບັນຫາທີ່ຕ້ອງແກ້ໄຂ. ໜ້າທີ່ຈະໄດ້ຮັບຖືວ່າສຳເລັດກໍຕໍ່ເມື່ອຜະລິດຕະພັນໄດ້ນຳເຂົ້າໃຊ້ການ ແລະ ສ້າງເປັນໝາກຜົນ.
ທ່ານເລຂາທິການໃຫຍ່ ປະທານປະເທດ ເນັ້ນໜັກວ່າ: ສຸມແຫຼ່ງກຳລັງເພື່ອສ້າງເປັນຜະລິດຕະພັນການຕະຫຼາດ ແລະ ວິສາຫະກິດມີກຳລັງຄວາມສາມາດແກ່ງແຍ້ງ. ແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງມີຄຳຕອບຢ່າງຈະແຈ້ງຕໍ່ບັນດາຄຳຖາມລະອຽດແມ່ນພວກເຮົາພວມເຮັດເຕັກໂນໂລຊີໃດ, ສ້າງເປັນຜະລິດຕະພັນໃດ, ຮັບໃຊ້ຜູ້ໃດ, ຕະຫຼາດໃດຈະນຳໃຊ້ ແລະ ຜູ້ໃດຈະຮັບຜິດຊອບນຳຜະລິດຕະພັນນັ້ນເຂົ້າຕະຫຼາດ. ວິທະຍາສາດເຕັກໂນໂລຊີຈະມີຄວາມໝາຍກໍຕໍ່ເມື່ອສ້າງຄຸນຄ່າໃໝ່ໃຫ້ແກ່ສັງຄົມ, ທຸກໜ້າທີ່ຄົ້ນຄວ້າລ້ວນແຕ່ຕ້ອງກ້າວໄປເຖິງຄວາມສາມາດໝູນໃຊ້, ຫັນເປັນການຄ້າ ແລະ ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ຂອງທົ່ວສັງຄົມ.
ຄໍາເຫັນ