ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມກ່າວວ່າ: ຕ້ອງສືບຕໍ່ຊຸກຍູ້ການພົວພັນ ຫວຽດນາມ - EAEU ກັບບັນດາສັນຍາ, ໂຄງການຮ່ວມມືລະອຽດ, ຂຸດຄົ້ນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ EAEU ໃຫ້ດີກວ່າອີກ, ເປີດປະຕູຕະຫຼາດຫຼາຍກວ່າເກົ່າ, ຊຸກຍູ້ການຄ້າ, ການລົງທຶນ, ເສີມຂະຫຍາຍບັນດາທ່າແຮງເພີ່ມເຕີມຊຶ່ງກັນ ແລະ ກັນ.
ສ່ວນທ່ານປະທານສະພາ EAEU ເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ, ການພົວພັນສອງຝ່າຍ ຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາຢ່າງແຮງ ແລະ ໃຫ້ຮູ້ວ່າທຸກສະມາຊິກລ້ວນແຕ່ຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ, ຢັ້ງຢືນການພົວພັນ ຫວຽດນາມ - ກາຊັກສະຖານ ຈະມີການພັດທະນາທີ່ດີງາມຫຼາຍຢ່າງ.
ຄໍາເຫັນ