ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມເນັ້ນໜັກວາ: ສິ້ນສຸດໄລຍະ 2021 – 2025 ສະພາບການເສດຖະກິດ - ສັງຄົມບັນລຸໄດ້ໝາກຜົນສໍາຄັນ, ການເຕີບໂຕເສດຖະກິດ 2025 ບັນລຸລະດັບ 8.02%, ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາບຸກທະລຸ, ການເຕີບໂຕໂດຍໄວ, ຍືນຍົງ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຊີ້ນຳໃຫ້ສືບຕໍ່ປະຕິບັດນະໂຍບາຍປີການເງິນເປີດກວ້າງ, ມີຈຸດສຸມ, ດ້ວຍບັນດານະໂຍບາຍພາສີ, ຄ່າທຳນຽມເໝາະສົມຮັບໃຊ້ການພັດທະນາ, ເປັນຕົ້ນແມ່ນເປົ້າໝາຍການເຕີບໂຕຢູ່ລະດັບ 2 ໂຕເລກ, ກ້າວໄປເຖິງບັນດາກຳລັງໜູນການເຕີບໂຕ; ມີມາດຕະການເພີ່ມລາຍຮັບ, ປະຢັດລາຍຈ່າຍ, ໃນນັ້ນເພີ່ມລາຍຈ່າຍໃຫ້ແກ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບັນດາກຳລັງໜູນເຕີບໂຕ ແລະ ການຊ່ວຍເຫຼືອສັງຄົມ.
ພັດທະນາຕະຫຼາດຄຳ, ຕະຫຼາດຫຼັກຊັບ, ຕະຫຼາດອະສັງຫາລິມະຊັບ, ຕະຫຼາດແລກປ່ຽນຄ້າຂາຍທີ່ດິນ ແລະ ເຮືອນຢູ່…ທຸກສິ່ງທຸກຢ່າງຕ້ອງຫັນເປັນດີຈີຕອນ. ສ້າງຖານຂໍ້ມູນໃຫ້ແກ່ທຸກຂະແໜງການ, ຂົງເຂດ, ບົນພື້ນຖານພັດທະນາຕະຫຼາດໂປ່ງໃສ, ປອດໄພ, ເປີດເຜີຍ, ອີງຕາມການຫັນເປັນດີຈີຕອນ, ຫຼຸດຜ່ອນລະບຽບການບໍລິຫານ ເຮັດໃຫ້ເພີ່ມຄ່າໃຊ້ຈ່າຍຂອງປະຊາຊົນ ແລະ ວິສາຫະກິດ.
ກະແສນິຍົມ “ກາຍເປັນຄົນຈີນ” ສ່ອງແສງໃຫ້ເຫັນເຖິງພະລັງແຮງແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ
ຊາບໍາລຸງສຸຂະພາບໃນຕອນເຊົ້າສົ່ງກິ່ນອັນຫອມຫວນ, ລີລາຂອງກັງຟູຫຼັງຕອນທ່ຽງເພື່ອຜ່ອນຄາຍຮ່າງກາຍ, ເກີບແຕະທີ່ໃຊ້ໃນເຮືອນມີຄວາມອ່ອນນຸ້ມສະບາຍຕີນ, ອາຫານຈີນຢູ່ເທິງໂຕະອາຫານມີຄວາມແຊບນົວປະຈັກຕາ......ປັດຈຸບັນ, ກະແສນິຍົມກາຍເປັນຄົນຈີນທາງ TikTok ກໍາລັງແຜ່ລາມໄປໃນທົ່ວໂລກ, ໂດຍຊາວເນັດຈາກຫຼາຍປະເທດໄດ້ພາກັນຮຽນວິຖີຊີວິດແບບຈີນ ແລະ ກາຍເປັນ “ຄົນຈີນທາງດ້ານຈິດໃຈ”. ປະກົດການດ້ານວັດທະນະທໍາທີ່ໄດ້ຮັບຄວາມນິຍົມຊົມຊອບໃນໂລກດັ່ງກ່າວ, ບໍ່ພຽງແຕ່ໄດ້ສະທ້ອນໃຫ້ເຫັນຢ່າງມີຊີວິດຊີວາວ່າ: ກໍາລັງແຮງດຶງດູດດ້ານວັດທະນະທໍາ ຫຼື softpower ຂອງຈີນໄດ້ຮັບການຍົກສູງຂຶ້ນຢ່າງໝັ້ນທ່ຽງເທົ່ານັ້ນ, ຍັງໄດ້ພິສູດໃຫ້ເຫັນເຖິງພະລັງແຮງຂອງການຖອດຖອນບົດຮຽນຊຶ່ງກັນ ແລະ ກັນດ້ານອະລິຍະທໍາທີ່ໄດ້ຈາກການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນນໍາອີກ.
ຄໍາເຫັນ