ຫວຽດນາມ ຫັນ​ປ່ຽນ​ຈາກ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ ​ເປັນ​ການ​ຄຸ້ມ​ຄອງ​ຄວາມສ່ຽງ​ໄພ​ທຳ​ມະ​ຊາດ

ຫວຽດນາມ ຫັນ​ປ່ຽນ​ຈາກ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ ​ເປັນ​ການ​ຄຸ້ມ​ຄອງ​ຄວາມສ່ຽງ​ໄພ​ທຳ​ມະ​ຊາດ

ຫວຽດນາມ ຫັນ​ປ່ຽນ​ຈາກ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ ​ເປັນ​ການ​ຄຸ້ມ​ຄອງ​ຄວາມສ່ຽງ​ໄພ​ທຳ​ມະ​ຊາດ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 29 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ​ໄດ້​ເປັນ​ປ​ະ​ທານການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພາ​ຍຸ, ນ້ຳ​ຖ້ວມ​ໄພ​ທຳ​ມະ​ຊາດ​ຢ່າງ​ຮ້າຍ​ແຮງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຮອດ​ທ້າຍ​ປີ 2026.

ທ່ານເລຂາທິການໃຫຍ່ ປະທານປະເທດ ຊີ້ແຈ້ງວ່າ: ທຸກວິທີການ, ທຸກການຕັດສິນຊີ້ນຳ, ທຸກແຫຼ່ງກຳລັງລະດົມຕ້ອງມຸ່ງໄປເຖິງການປົກປ້ອງປະຊາຊົນ, ເປັນຕົ້ນແມ່ນຜູ້ມີອາຍຸສູງ, ເດັກນ້ອຍ, ແມ່ຍິງຖືພາ, ຄົນເຈັບ, ຄອບຄົວທຸກຍາກ, ຜູ້ຢູ່ໂດດດຽວ, ປະຊາຊົນເຂດອັນຕະລາຍ, ໄປຄຽງຄູ່ກັນນັ້ນ, ວຽກງານປ້ອງກັນ ແລະ ຕ້ານ ຕ້ອງໄປກ່ອນບາດກ້າວໜຶ່ງ.

ໃນການເຮັດວຽກ, ທ່ານເລຂາທິການໃຫຍ່ ປະທານປະເທດ ກຳນົດທິດບັນດາວຽກງານລະອຽດໄລຍະ 2026 – 2030, ຕ້ອງກຳນົດວ່ານີ້ແມ່ນໄລຍະສ້າງພື້ນຖານເພື່ອຫັນປ່ຽນຈາກການຮັບມືກັບໄພທຳມະຊາດມາເປັນການຄຸ້ມຄອງຄວາມສ່ຽງໄພທຳມະຊາດ, ຕ້ອງນຳການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດເຂົ້າການລົງທຶນສາທາທະລະໄລຍະກາງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 29 ກັນຍາ ຜ່ານມາວ່າ, ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ໄດ້ຫຼຸດລົງໃນເດືອນກັນຍາ, ຫຼັງຈາກບັນລຸລະດັບສູງສຸດໃນຮອບເກືອບ 4 ປີໃນເດືອນມິຖຸນາ ຍ້ອນວ່າຕົ້ນທຶນທີ່ສູງຂຶ້ນເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນ.
ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ ຜ່ານມາ ເປັນ​ວັນ​ສາ​ກົນແຫ່ງຄວາມ​ຮັບ​ຮູ້​ດ້ານການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ. ທ່ານ​ ຊ​ວີ່​ຕົ່ງ​ຢ​ວີ້ ​ຜູ້​ອຳ​ນວຍ​ການ​ໃຫຍ່ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງສະ​ຫະ​ປະ​ຊາ​ຊາດ ຫຼື FAO ກ່າວ​ວ່າ: ​ການຫຼຸດ​ຜ່ອນ​ການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້ກ​ານ​ຫັນ​ປ່ຽນ​ຮູບ​ແບບ​ຂອງ​ລະ​ບົບ​ການ​ກະ​ເສດ ແລະ ອາ​ຫານ, ປະ​ຢັດ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ທຶນ​ຮອນ ພ້ອມ​ທັງຫຼຸດ​​ຜ່ອນຄວາມ​ກົດ​ດັນ​​ຕໍ່ການ​ອະ​ນຸ​ລັກ​ປ່າ​ໄມ້.
70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນໄດ້ເຜີຍແຜ່ຜົນການສຶກສາຜ່ານບົດລາຍງານປົກຂາວປະຈຳປີ ໃນວັນທີ 29 ກັນຍາ ຜ່ານມາວ່າ, ພົນລະເມືອງຍີ່ປຸ່ນຫຼາຍກວ່າ 70% ມີທັດສະນະຄະຕິໃນທາງບວກຕໍ່ການຮັບຮອງເອົາເຕັກໂນໂລຊີທີ່ທັນສະໄໝເຊັ່ນ: ປັນຍາປະດິດ (AI) ແລະ ຫຸ່ນຍົນ ມາໃຊ້ໃນຂະແໜງການແພດ ແລະ ການດູແລສຸຂະພາບ.
ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 29 ກັນຍາ ຜ່ານມາວ່າ: ໃນ 8 ເດືອນຕົ້ນ​​ປີ​ນີ້​, ຫວຽດ​ນາມ ໄດ້​ສົ່ງ​ອອກ​ຊາ 77,256 ໂຕນ​, ສ້າງລາຍ​ຮັບໄດ້ 143.5 ລ້ານ​ໂດລາ​.
ເກີດເຫດຫິມະ​ຖະຫຼົ່ມ​ຢູ່​ເນ​ປານ ມີຜູ້ເສຍຊີວິດ 2 ຄົນ

ເກີດເຫດຫິມະ​ຖະຫຼົ່ມ​ຢູ່​ເນ​ປານ ມີຜູ້ເສຍຊີວິດ 2 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 27 ກັນ​ຍາ ຜ່ານມາ, ຕຳຫຼວດ​ເນ​ປານ​ລາຍ​ງານ​ວ່າ, ​ເກີດ​ເຫດ​ຫິ​ມະ​ຖະຫຼົ່ມຢູ່​ພູ​ຮິມ​ລຸງທາງ​ພາກ​ເໜືອ​ຂອງ​ເນ​ປານ ແລະ ​ໄດ້​ພົບ​​ຜູ້​ເສຍ​ຊີ​ວິດ 2 ຄົນ.
ຜົນ​ເສຍ​ຫາຍ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ທົ່ວ​ໂລກ ສູງ​ເຖິງ 6,300 ຕື້​ໂດ​ລາ

ຜົນ​ເສຍ​ຫາຍ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ທົ່ວ​ໂລກ ສູງ​ເຖິງ 6,300 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ອົງ​ການ​ອາ​ຫານ ແລະ ການກະເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຫຼື FAO ໄດ້​ປະ​ກາດບົດ​ລາຍ​ງານ “ສະ​ພາບ​ປ່າ​ໄມ້​ທົ່ວ​ໂລກ​ປີ 2026”, ໂດຍ​ຊີ້​ໃຫ້​ເຫັນ​ວ່າ, ຄາດ​ວ່າ ຜົນ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ຍ້ອນ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ຂອງ​ໂລກ​ສູງ​ເຖິງ 878 ຕື້​ໂດ​ລາ ຫາ 6,300 ຕື້​ໂດ​ລາ​​ຕໍ່​ປີ. ບົດ​ລາຍ​ງານ​ຍັງ​ເນັ້ນ​ໜັກ​ວ່າ, ການ​ຟື້ນ​ຟູ​ປ່າ​ໄມ້ ແລະ ທິວ​ທັດ​ແມ່ນ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ບຽງ​ອາ​ຫານ ແລະ ສິ່ງ​ທ້າ​ທາຍ​ດ້ານ​ການ​ພັດ​ທະ​ນາ.
ກາ​ຊາ ກະ​ກຽມ​ການ​ເລືອກ​ຕັ້ງ​ອົງ​ການນິຕິບັນຍັດ

ກາ​ຊາ ກະ​ກຽມ​ການ​ເລືອກ​ຕັ້ງ​ອົງ​ການນິຕິບັນຍັດ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 28 ກັນຍາ ຜ່ານມາວ່າ: ຄະ​ນະກຳມະການ​ເລືອກ​ຕັ້ງ​ສູນ​ກາງ ປາ​ແລັດ​ສະ​ຕິນ ພວມ​ກະ​ກຽມ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ອົງ​ການ​ນິ​ຕິບັນຍັດ ຢູ່​ເຂດກາ​ຊາ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 28 ພະ​ຈິກ ​ຈະ​ມາ​ເຖິງ. ວຽກ​ງານ​ກະ​ກຽມ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ພາກ​ພື້ນ​ພວມ​ຖືກ​ທຳ​ລາຍເປັນ​ວົງ​ກວ້າງ ແລະ ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ຍັງ​ຂາດ​ສະ​ຖຽນ​ລະ​ພາບຫຼາຍ​ຢ່າງ.
ປະຊາກອນສິງກະໂປ ເພີ່ມຂຶ້ນເປັນ 6.21 ລ້ານຄົນ

ປະຊາກອນສິງກະໂປ ເພີ່ມຂຶ້ນເປັນ 6.21 ລ້ານຄົນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ປະຊາກອນສິງກະໂປເພີ່ມຂຶ້ນ 1.6% ຫຼື 97,300 ຄົນ ເປັນ 6.21 ລ້ານຄົນ ໃນເດືອນມິຖຸນາ 2026, ເພີ່ມຂຶ້ນຈາກ 6.11 ລ້ານຄົນໃນປີກ່ອນ. ໂດຍແຮງງານທີ່ບໍ່ແມ່ນພົນລະເມືອງແມ່ນກຸ່ມທີ່ມີການເພີ່ມຂຶ້ນຫຼາຍທີ່ສຸດ.
ຈີນ​ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ຕໍ່​ສູ້​ກັບການ​ຈຳ​ແນກ​ເຊື້ອ​ຊາດ

ຈີນ​ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ຕໍ່​ສູ້​ກັບການ​ຈຳ​ແນກ​ເຊື້ອ​ຊາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ທ່ານ ຟູ້​ຊົ່ງ ຜູ້​ຕາງ​ໜ້າຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ປະ​ກອບ​ຄວາມ​ເຫັນ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ເພື່ອ​ລະ​ນຶກ​ຄົບ​ຮອບ 25 ປີ​ຂອງ​ການ​ຮັບ​ຮອງ​ເອົາ “ຖະ​ແຫຼງ​ການ ແລະ ໂຄງ​ການ​ດຳ​ເນີນ​ງານດູ​ບານ” ໂດຍ​ໄດ້​​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ທີ່​ມີ​ຕໍ່​ການ​​ຕໍ່ສູ້​ກັບ​ການ​ຈຳ​ແນກ​ເຊື້ອ​ຊາດ.
ຟອງ​ຍາ - ແກ໋​ບາງ ໄດ້​ຮັບ​ສອງ​ລາງວັນໃນ World Travel Awards 2026

ຟອງ​ຍາ - ແກ໋​ບາງ ໄດ້​ຮັບ​ສອງ​ລາງວັນໃນ World Travel Awards 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 28 ກັນຍາ ຜ່ານມາວ່າ: ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ ແກ໋​ບາງ ຍາດ​ໄດ້​ລາງວັນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ແຖວ​ໜ້າ ອາ​ຊີ ປີ 2026 (Asia’s Leading National Park 2026) ແລະ ສະ​ຖານ​ທີ່​ນັດ​ພົບ​ທຳ​ມະ​ຊາດ​ແຖ​ວ​ໜ້າ ຫວຽດ​ນາມ ປີ 2026 (Vietnam’s Leading Nature Destination 2026” - ຈຸດ​ນັດ​ພົບ​ທຳ​ມະ​ຊາດ​ແຖວ​ໜ້າ ຫວຽດ​ນາມ 2026) ໃນ​ພິທີປະກາດຜົນລາງວັນການທ່ອງທ່ຽວໂລກ ປະຈຳປີ 2026 (World Travel Awards 2026) ພາກ​ພື້ນ​ອາ​ຊີ, ໂອ​ເຊ​ອາ​ນີ ແລະ ມະ​ຫາ​ສະ​ໝຸດ​ອິນ​ເດຍ​ ທີ່ຈັດຂຶ້ນໃນປະເທດມານດິບ, ໃນ​​ວັນ​ທີ 27 ກັນ​ຍາ ຜ່ານມາ. ການ​ໄດ້​ຮັບ​ລາງວັນດັ່ງກ່າວ​ໄດ້​ປະ​ກອບ​ສ່ວນ​ຢັ້ງ​ຢືນ​ກຳ​ລັງ​ດຶງ​ດູ​ດ​ໃຈ, ເຄື່ອງ​ໝາຍ​ການ​ຄ້າ​ການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ແລະ ຖ້ຳ ​ຂອງ ຝອງ​ຍາ - ແກບ໋າງ ໃນ​ຕະຫຼາດ​ສາ​ກົນ.
ເພີ່ມເຕີມ