ໃນກອງປະຊຸມດັ່ງກ່າວ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ: ໃນ 5 ປີຜ່ານມາ ມີຫຼາຍຂະບວນການແຂ່ງຂັນໄດ້ຮັບການປຸກລະດົມ, ຜັນຂະຫຍາຍຢ່າງມີປະສິດທິຜົນ ແລະ ມີລັກສະນະແຜ່ກະຈາຍສູງ.ຈາກນັ້ນ, ຕ້ອງເພີ່ມທະວີບັນດາຕົວແບບທີ່ກ້າວໜ້າ, ດີເດັ່ນ, ຮູບແບບ, ວິທີເຮັດທີ່ດີເພື່ອສ້າງພະລັງຊີວິດ, ແຜ່ຂະຫຍາຍບັນຍາກາດ, ສ້າງຂະບວນການ; ພິເສດຕ້ອງກະກຽມຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ XI ໃນເດືອນທັນວານີ້ ໃຫ້ເປັນຢ່າງດີ.
ທ່ານ ຟ້າມມິງຈິງ ກ່າວວ່າ: ໃນວິວັດການປ້ອງກັນ, ຕ້ານໂຣກພະຍາດໂຄວິດ - 19, ມີຫຼາຍຕົວແບບທີ່ດີເດັ່ນ ແຕ່ຍັງບໍ່ທັນໄດ້ຮັບການສຳຫຼວດກວດຄືນ ເພື່ອຍ້ອງຍໍຊົມເຊີຍ ຫຼື ໃນອາຍຸການນີ້, ວຽກງານລົງທຶນພັດທະນາພື້ນຖານໂຄງລ່າງຍຸດທະສາດໄດ້ຮັບການປະຕິບັດເປັນຢ່າງດີ, ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າດ້ວຍຄຸນນະພາບສູງໃນໄລຍະເວລາສັ້ນລະດັບສະຖິຕິ ຫຼື ບັນດາໝາກຜົນທີ່ມີຄວາມໝາຍຂອງຂະບວນການແຂ່ງຂັນລຶບລ້າງເຮືອນຢູ່ຊົ່ວຄາວ ເຮືອນເປ່ເພ, ວຽກງານສະຫວັດດີການສັງຄົມ, ກິລາກາຍຍະກຳວັດທະນະທຳ; ຫຼາຍຕົວແບບທີ່ດີເດັ່ນກ່ຽວກັບການຊຸກຍູ້ພັດທະນາວິທະຍາສາດເຕັກໂນໂລຊີ… ຮຽກຮ້ອງໃຫ້ຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ XI ດ້ວຍຈິດໃຈສົມກຽດ, ເຂັ້ມງວດ, ພິເສດ, ມີລັກສະນະແຜ່ກະຈາຍສູງ, ຍືນຍົງ, ປອດໄພ; ຮຽກຮ້ອງໃຫ້ນະຄອນຫຼວງຮ່າໂນ້ຍ ສົມທົບກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ເປັນຢ່າງດີ, ລອບຄອບຖີ່ຖ້ວນ, ປອດໄພ ແລະ ຕ້ອງປະຢັດມັດທະຍັດຢ່າງແທ້ຈິງ .
ຄໍາເຫັນ