ເອກະສານສະບັບຕ່າງໆທີ່ສອງຝ່າຍໄດ້ແລກປ່ຽນ ແລະ ເຊັນນັ້ນ ລວມມີຂໍ້ຕົກລົງສຳຄັນຫຼາຍສະບັບໃນບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ຫັນເປັນດີຈີຕອນ, ການບິນ ແລະ ສາທາລະນະສຸກ.
ບໍລິສັດການບິນ ຫວຽດນາມ (Vietnam Airlines) ແລະ ກຸ່ມບໍລິສັດ Boeing ລົງນາມໃນສັນຍາຊື້-ຂາຍເຮືອບິນ Boeing 737 MAX ຈຳນວນ 50 ລຳ. ບໍລິສັດການບິນ Sun ຝຸກວັກ Airways ແລະ ກຸ່ມບໍລິສັດ Boeing ກໍໄດ້ລົງນາມໃນສັນຍາຊື້-ຂາຍເຮືອບິນ Boeing 787-9 Dreamliner ຈຳນວນ 40 ລຳ. ຄຽງຄູ່າກັນນັ້ນ, Vietjet ແລະ Pratt & Whitney ກໍໄດ້ເຊັນສັນຍາຮ່ວມມືເຊັ່ນດຽວກັນ.
ໃນຂົງເຂດສາທາລະນະສຸກ, ໂຮງໝໍເຕິມແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems ໄດ້ເຊັນສັນຍາຊື້-ຂາຍລະບົບສ່ອງ ເອັກຊະເລ ປິ່ນປົວພະຍາດມະເຮັງ ທີ່ທັນສະໄໝທີ່ສຸດຢູ່ ສະຫະລັດ ອາເມຣິກາ.
ຄໍາເຫັນ