ຫວຽດ​ນາມ ແລະ ສະຫະລັດ ອາ​ເມ​ຣິກາ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມືໃນ​ຂົ​ງ​ເຂດ​ພະ​ລັງ​ງານ

ຫວຽດ​ນາມ ແລະ ສະຫະລັດ ອາ​ເມ​ຣິກາ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມືໃນ​ຂົ​ງ​ເຂດ​ພະ​ລັງ​ງານ

ຫວຽດ​ນາມ ແລະ ສະຫະລັດ ອາ​ເມ​ຣິກາ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມືໃນ​ຂົ​ງ​ເຂດ​ພະ​ລັງ​ງານ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ຢູ່ນະຄອນ ວໍຊິງຕັນ ທູດພິເສດຂອງນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

 ຫວຽດນາມໄດ້ເຂົ້າຮ່ວມພິທີລົງນາມ ແລະ ປະກາດບັນດາຂໍ້ຕົກລົງຮ່ວມມື, ສັນຍາຊື້-ຂາຍລະຫວ່າງວິສາຫະກິດ ຫວຽດນາມ ແລະ ສະຫະລັດ ອາເມຣິກາ.

ຂ່າວລະບຸວ່າ: ກ່າວຄຳເຫັນໃນພິທີ, ທ່ານ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ: ເສົາຄ້ຳດຳເນີນທຸລະກິດ - ການຄ້າ - ການລົງທຶນມີບົດບາດເປັນກຳລັງຫຼັກແຫຼ່ງຊຸກຍູ້ການພົວພັນລວມຂອງສອງຝ່າຍ. ສະຫະລັດ ອາເມຣິກາ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ແລະ ແມ່ນໜຶ່ງໃນບັນດາຕະຫຼາດສົ່ງອອກສຳຄັນທີ່ສຸດຂອງ ຫວຽດນາມ ແລະ ພວມກາຍເປັນແຫຼ່ງສະໜອງບັນດາຜະລິດຕະພັນເຄື່ອງຈັກ, ອາໄຫຼ່, ວິທະຍາສາດເຕັກໂນໂລຊີ, ພະລັງງານໃຫ້ແກ່ ຫວຽດນາມ.

ທ່ານ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ: ຫວຽດນາມ ປາຖະໜາໃຫ້ ສະຫະລັດ ອາເມຣິກາ ສືບຕໍ່ສ້າງເງື່ອນໄຂ, ໜູນຊ່ວຍວິສາຫະກິດສອງປະເທດເປີດກວ້າງການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ພິເສດແມ່ນບັນດາໂຄງການວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ.

ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ຫງວຽນຮົ່ງຢຽນ, ມີຂໍ້ຕົກລົງຮ່ວມມືຫຼາຍສະບັບ ລວມມູນຄ່າ 4,15 ຕື້ໂດລາ ໄດ້ຮັບການລົງທຶນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຣັດເຊຍ ກຽມຫ້າມສົ່ງອອກຄຳແທ່ງ ທີ່ມີນ້ຳໜັກຫຼາຍກວ່າ 100 ກຣາມ

ຣັດເຊຍ ກຽມຫ້າມສົ່ງອອກຄຳແທ່ງ ທີ່ມີນ້ຳໜັກຫຼາຍກວ່າ 100 ກຣາມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ມີນາ ຜ່ານມາວ່າ: ສຳນັກຂ່າວ TASS ຂອງຣັດເຊຍລາຍງານວ່າ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ລົງນາມໃນລັດຖະດຳລັດຫ້າມສົ່ງອອກຄຳແທ່ງບໍລິສຸດທີ່ມີນ້ຳໜັກເກີນ 100 ກຣາມ, ໂດຍຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ ແລະ ມີບາງຂໍ້ຍົກເວັ້ນ.
ເດັກນ້ອຍ ແລະ ຊາວໜຸ່ມ 273 ລ້ານຄົນທົ່ວໂລກອອກຈາກລະບົບການສຶກສາ

ເດັກນ້ອຍ ແລະ ຊາວໜຸ່ມ 273 ລ້ານຄົນທົ່ວໂລກອອກຈາກລະບົບການສຶກສາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ມີນາ ຜ່ານມາວ່າ: ບົດລາຍງານການຕິດຕາມການສຶກສາທົ່ວໂລກຂອງອົງການ UNESCO ປະຈຳປີ 2026 ທີ່ເຜີຍແຜ່ໃນວັນທີ 25 ມີນາ ຜ່ານມາ ຊີ້ໃຫ້ເຫັນວ່າ: ຈຳນວນເດັກນ້ອຍ ແລະ ຊາວໜຸ່ມ ທີ່ອອກຈາກລະບົບການສຶກສາທົ່ວໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນປີທີ 7 ຕິດຕໍ່ກັນ ຊຶ່ງມີເຖິງ 273 ລ້ານຄົນ.
ກອງປະຊຸມປະຈຳປີ 2026 ຂອງເວທີປຶກສາຫາລືຈົ່ງກ່ວນຊຸ່ນ

ກອງປະຊຸມປະຈຳປີ 2026 ຂອງເວທີປຶກສາຫາລືຈົ່ງກ່ວນຊຸ່ນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 25 ມີ​ນາ​ ຜ່ານມາ, ກ​ອງ​ປະ​ຊຸມ​ປະ​ຈຳ​ປີ 2026 ຂອງ​ເວ​ທີ​ປຶກ​ສາ​ຫາ​ລືຈົ່ງ​ກວ່ນ​ຊຸ່ນ ໄດ້​ຈັດຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ. ໂດຍ​ມີ​ບຸກ​ຄົນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຜູ້​ຮັບຜິດ​ຊອບ​ຂອງວິ​ສາ​ຫະ​ກິດ ແລະ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ​​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ຜູ້​ຮັ​ບ​ຜິ​ດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ​ ອື່ນໆ ​ປະ​ມານ 1,000 ທ່ານ​ເຂົ້າ​ຮ່ວມ. ທ່ານ​ ຕິ່ງ​ເຊ່ວ​​ຂຽງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ດັ່ງ​ກ່າວ.
ກອງປະຊຸມສະໄໝສາມັນເທື່ອທີ 1 ສະພາແຫ່ງຊາດຫວຽດນາມ ຊຸດທີ 16 ຈະເປີດຂຶ້ນໃນເດືອນເມສາ

ກອງປະຊຸມສະໄໝສາມັນເທື່ອທີ 1 ສະພາແຫ່ງຊາດຫວຽດນາມ ຊຸດທີ 16 ຈະເປີດຂຶ້ນໃນເດືອນເມສາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ມີນາ ຜ່ານມາ ຢູ່ຫໍສະພາແຫ່ງຊາດ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳສະພາແຫ່ງຊາດ ກ່ຽວກັບວຽກງານກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16. ຄາດວ່າ, ກອງປະຊຸມຈະດຳເນີນເປັນເວລາ 11 ມື້, ແບ່ງເປັນ 2 ຄັ້ງ, ຈະເປີດໃນວັນທີ 6 ເມສາ ແລະ ຄາດວ່າຈະປິດໃນວັນທີ 24 ເມສາ 2026.
ອົສຕຣາລີ ໃຊ້ຍຸງເປັນໂດຣນຂະໜາດນ້ອຍຕິດຕາມສັດໃກ້ສູນພັນ

ອົສຕຣາລີ ໃຊ້ຍຸງເປັນໂດຣນຂະໜາດນ້ອຍຕິດຕາມສັດໃກ້ສູນພັນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ມະຫາວິທະຍາໄລ Macquarie ຂອງອົສຕຣາລີໄດ້ເປີດເຜີຍວ່າ,ຍຸງສາມາດເຮັດໜ້າທີ່ເປັນນັກສຳຫຼວດສັດປ່າຂະໜາດນ້ອຍ ຊຶ່ງຊ່ວຍຕິດຕາມສັດປ່າທີ່ຫາຍາກ, ໃກ້ຈະສູນພັນ ແລະ ເປັນເຄື່ອງມືທີ່ມີປະສິດທິພາບ ທີ່ບໍ່ຮຸກຮານຄວາມເປັນຢູ່ຂອງສັດເພື່ອການອະນຸລັກ.
ເສດຖະກິດອາຊີ ຈະເຕີບໂຕ 4.5% ໃນປີ 2026

ເສດຖະກິດອາຊີ ຈະເຕີບໂຕ 4.5% ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມີນາ ຜ່ານມາວ່າ: ກອງປະຊຸມເວທີປຶກສາຫາລືອາຊີໂປອາວ (BFA) ໄດ້ເຜີຍແຜ່ບົດລາຍງານທ່າອ່ຽງເສດຖະກິດອາຊີ ແລະ ຄວາມຄືບໜ້າຂອງການເຊື່ອມໂຍງ ປະຈຳປີ 2026, ໂດຍລະບຸວ່າອາຊີຍັງຄົງເປັນຕົວຂັບເຄື່ອນການເຕີບໂຕຂອງໂລກ. ໂດຍບົດລາຍງານຄາດຄະເນວ່າເສດຖະກິດຂອງອາຊີຈະເຕີບໂຕ 4.5% ໃນປີ 2026 ແລະ ຄາດວ່າຈະສືບຕໍ່ກວມເອົາສ່ວນໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງໂລກ, ເພີ່ມຂຶ້ນຈາກ 49.2% ໃນປີ 2025 ເປັນ 49.7% ໃນປີ 2026, ໂດຍອີງໃສ່ທິດສະດີຄວາມສະເໝີພາບຂອງອຳນາດການຊື້ (PPP).
ປະ​ທານ​ປະ​ເທດ​ຈີນ ​​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ

ປະ​ທານ​ປະ​ເທດ​ຈີນ ​​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 23 ມີ​ນາ​ ຜ່ານມາ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ເຂດ​ໃໝ່​ສົງ​ອ່ານ​ແຂວງ​ເຫີ​ເປີຍ​ຂອງ​ຈີນ. ໃນ​ໂອ​ກາດ​ນີ້, ທ່ານ ສີ​ຈິ້ນ​ຜິງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ລົງ​ເລິກ​ຊຸກ​ຍູ້​ການ​ສ້າງ​ສາ​ພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ​​ທີ່​ມີຄຸນ​ນະ​ພາບ​ສູງ ໂດຍ​​ເນັ້ນ​ໜັກ​ວ່າ: ຕ້ອງ​ກຳ​ແໜ້ນຖາ​ນະ​ບົດ​ບາດ​ຂອງ​ເຂດ​ໃໝ່​ສົງ​ອ່ານ, ພະ​ຍາ​ຍາມ​ສ້າງ​ເຂດ​ທ່າ​ແຮງ​ແຫ່ງ​ການ​ປະ​ດິດ​ສ້າງ​ໃນ​ຍຸກ​ໃໝ່ ແລະ ແບບ​ຢ່າງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​​​ທີ່​ມີ​ຄຸນ​ນະ​ພາບ​ສູງ.
EU ລົງ​ທຶນ 560 ລ້ານກວ່າເອີ​ໂຣ ​ໃນ​ຂົ​ງ​ເຂດ​ພະ​ລັງ​ງານ ແລະ ຄົມ​ມະ​ນາ​ຄົມ ຂອງຫວຽດ​ນາມ

EU ລົງ​ທຶນ 560 ລ້ານກວ່າເອີ​ໂຣ ​ໃນ​ຂົ​ງ​ເຂດ​ພະ​ລັງ​ງານ ແລະ ຄົມ​ມະ​ນາ​ຄົມ ຂອງຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນເວທີປາໄສດຳເນີນທຸລະກິດ ແລະ ການລົງທຶນ EU - ຫວຽດນາມ ທີ່ດຳເນີນໃນວັນທີ 24 ມີນາ ຜ່ານມາ
ໂລກປະເຊີນກັບມົນລະພິດທາງອາກາດຮ້າຍແຮງໃນປີ 2025

ໂລກປະເຊີນກັບມົນລະພິດທາງອາກາດຮ້າຍແຮງໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມີນາ ຜ່ານມາວ່າ: ຄຸນນະພາບອາກາດທົ່ວໂລກຊຸດໂຊມລົງໃນປີ 2025, ຫຼັງຈາກຂໍ້ມູນຈາກເກືອບ 9,500 ເມືອງພົບວ່າມີພຽງແຕ່ 14% ເທົ່ານັ້ນທີ່ຜ່ານມາດຕະຖານຝຸ່ນລະອອງຂະ ໜາດນ້ອຍ (PM2.5) ຂອງອົງການອະນາໄມໂລກ (WHO) ຊຶ່ງຫຼຸດລົງຈາກ 17% ໃນປີກ່ອນ. ໂດຍໄຟໄໝ້ປ່າ ແລະ ມົນລະພິດຈາກອຸດສາຫະກຳ, ພາຫະນະ ແລະ ກະສິກຳ ແມ່ນປັດໄຈຫຼັກທີ່ປະກອບສ່ວນເຮັດໃຫ້ສະພາບອາກາດການຊຸດໂຊມລົງ.
ຣັດເຊຍ ຍິງດາວທຽມ 16 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 16 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ Bureau 1440 ຊຶ່ງເປັນບໍລິສັດດ້ານອະວະກາດຂອງຣັດເຊຍ ໄດ້ປະກາດໃນວັນທີ 24 ມີນາ ຜ່ານມາວ່າ: ຣັດເຊຍປະສົບຄວາມສຳເລັດໃນການຍິງດາວທຽມຈຳນວນ 16 ດວງຂຶ້ນສູ່ວົງໂຄຈອນລະດັບຕ່ຳ (LEO) ເພື່ອຮອງຮັບເຄືອຂ່າຍດາວທຽມສື່ສານຂອງປະເທດ.
ເພີ່ມເຕີມ