ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ WB ໃນຂົງເຂດຊັບພະຍາກອນນ້ຳ, ທ່ານຖືວ່າ ບັນດາຂໍ້ລິເລີ່ມນີ້ເໝາະສົມກັບຄວາມຕ້ອງການຕົວຈິງຂອງ ຫວຽດນາມ. ສໍາລັບໂຄງການ “ປູກເຂົ້າໃນເນື້ອທີ່ 1 ລ້ານເຮັກຕາທີ່ປ່ອຍອາຍພິດຕ່ຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານໄດ້ເຫັນດີເປັນເອກະພາບມອບໃຫ້ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເປັນຫົວໜ່ວຍຮັບຜິດຊອບ, ບໍລິຫານໂຄງການ, ດ້ວຍແຫຼ່ງກຳລັງຈາກ WB ແລະ ງົບປະມານສູນກາງ.
ທ່ານນາງ ມາຣຽມ ເຈ. ເຊີແມນ ຕີລາຄາສູງຄວາມເຫັນດີເຫັນພ້ອມ ແລະ ຄຳໝັ້ນສັນຍາຢ່າງແຮງຂອງຝ່າຍ ຫວຽດນາມ ສຳລັບບັນດາຂໍ້ລິເລີ່ມຮ່ວມມືຂອງ WB ໃນການຄຸ້ມຄອງຊັບພະຍາກອນນ້ຳ; ຢັ້ງຢືນການເຂົ້າຮ່ວມບັນດາຂໍ້ລິເລີ່ມທົ່ວໂລກ ບໍ່ພຽງແຕ່ປະກອບສ່ວນຍົກສູງພາບພົດຂອງປະເທດເທົ່ານັ້ນ ຫາກຍັງສ້າງໂອກາດເພື່ອໃຫ້ ຫວຽດນາມ ຍາດແຍ່ງບັນດາແຫຼ່ງກຳລັງ ແລະ ວິຊາການຈາກ WB.
ຄໍາເຫັນ