ຂ່າວລະບຸວ່າ: ເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ ໄດ້ອອກແບບດ້ວຍຄວາມໄວສຸດແມ່ນ 350 ກມ/ຊົ່ວໂມງ, ຊ່ວຍຫຼຸດຜ່ອນເວລາເດີນທາງໄປມາລະຫວ່າງ ຮ່າໂນ້ຍ ແລະ ກວາງນິງ ລົງເຫຼືອພຽງແຕ່ປະມານ 23 ນາທີ. ໂດຍບໍລິສັດຫຸ້ນສ່ວນລົງທຶນ ແລະ ພັດທະນາເສັ້ນທາງລົດໄຟຄວາມໄວສູງ VinSpeed (ກຸ່ມບໍລິສັດ Vingroup) ເປັນເຈົ້າຂອງລົງທຶນ ດ້ວຍຍອດເງິນລົງທຶນ 147,000 ຕື້ກວ່າດົງ (5,6 ຕື້ກວ່າໂດລາ). ໂຄງການຜ່ານ ຮ່າໂນ້ຍ - ບັກນິງ - ຫາຍຟ່ອງ - ກວາງນິງ ດ້ວຍຄວາມຍາວ 120 ກວ່າກິໂລແມັດ. ໂດຍແມ່ນເສັ້ນທາງລົດໄຟຄວາມໄວສູງລະຫວ່າງເຂດທຳອິດທີ່ຜັນຂະຫຍາຍຢູ່ ຫວຽດນາມ, ໂຄງການຈະກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວຂຸດຄົ້ນການຄ້າໃນປີ 2028.
ໃນພິທີ, ທ່ານນາຍົກລັດຖະມົນຕີພ້ອມກັບການນຳ, ອະດີດການນຳພັກ, ລັດ ໄດ້ປະຕິບັດພິທີການຕ່າງໆ ແລະ ກົດປຸ່ມເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ.
ຄໍາເຫັນ