ມອບ-ຮັບໜ້າທີ່ ປະທານປະເທດ ລະຫວ່າງ ຜູ້ເກົ່າ - ຜູ້ໃໝ່

ຫວຽດນາມ ມອບ-ຮັບໜ້າທີ່ ປະທານປະເທດ ລະຫວ່າງ ຜູ້ເກົ່າ - ຜູ້ໃໝ່

ຫວຽດນາມ ມອບ-ຮັບໜ້າທີ່ ປະທານປະເທດ ລະຫວ່າງ ຜູ້ເກົ່າ - ຜູ້ໃໝ່
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ຕຸລາ ຜ່ານມາ, ຢູ່ທຳນຽບປະທານປະເທດ ນະຄອນຫຼວງຮ່າໂນ້ຍ, ຫ້ອງວ່າການປະທານປະເທດ ຫວຽດນາມ

 

 ໄດ້ຈັດພິທີມອບ - ຮັບໜ້າທີ່ ປະທານປະເທດຫວຽດນາມ ຜູ້ເກົ່າ-ຜູ້ໃໝ່ ລະຫວ່າງ ທ່ານ ໂຕເລິມ ແລະ ທ່ານ ເລືອງເກື່ອງ. ເຂົ້າຮ່ວມພິທີ, ມີທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ.

ຂ່າວລະບຸວ່າ: ກ່າວຄຳເຫັນໃນພິທີ, ທ່ານ ໂຕເລິມ ປະທານປະເທດຜູ້ເກົ່າ ເຊື່ອໝັ້ນວ່າ: ທ່ານ ເລືອງເກື່ອງ ປະທານປະເທດຜູ້ໃໝ່ ຈະປະຕິບັດໜ້າຂອງຕົນຢ່າງວ່ອງໄວ, ທັນການ, ມີການຊີ້ນຳຢ່າງໃກ້ຊິດ, ປະສິດທິຜົນ. ນຳພາປະຊາຊົນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຢ່າງມີໄຊ, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ທີ່ສົດໃສ, ສະຫງ່າອົງອາດ, ປະກອບສ່ວນເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.

ໃນພິທີ, ທ່ານ ເລືອງເກື່ອງ ຢືນຢັນວ່າ: ຈະເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຫ້ອງວ່າການປະທານປະເທດ ໃນຕະຫຼອດໄລຍະແຫ່ງການສ້າງສາ ແລະ ເຕີບໃຫຍ່ ມາເປັນເວລາ 75 ປີ, ສືບຕໍ່ຜົນສຳເລັດ ແລະ ຄຳຊີ້ນຳຂອງທ່ານ ໂຕເລິມ, ຂ້າພະເຈົ້າ ປາຖະໜາວ່າ: ບັນດາການນໍາ, ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງຫ້ອງວ່າການປະທານປະເທດ ສືບຕໍ່ສາມັກຄີ, ເປັນເອກະພາບ. ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ, ດຸໝັ່ນ, ເປັນເຈົ້າການ, ປະດິດຄິດສ້າງ, ຍູ້ແຮງການແຂ່ງຂັນ, ສ້າງອົງຄະນະພັກ ແລະ ອົງການໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ ຢ່າງຮອບດ້ານ, ປະຕິບັດທຸກໜ້າທີ່ເປັນຢ່າງດີ.

ຄໍາເຫັນ

ຂ່າວຕ່າງປະເທດ

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).
ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ລາຍງານຫຼ້າສຸດຈາກສູນຄົ້ນຄວ້າເສດຖະກິດ ແລະ ທຸລະກິດຂອງອັງກິດ (CEBR) ຄາດຄະເນວ່າ, ມູນຄ່າການຊື້ສິນຄ້າມືສອງທາງອອນລາຍໃນອັງກິດຈະບັນລຸເຖິງ 4.8 ຕື້ໂດລາໃນປີນີ້, ເພີ່ມຂຶ້ນຈາກ 4.3 ຕື້ໂດລາ ໃນປີ 2024, ທ່າມກາງທ່າອ່ຽງການຮັດສາຍແອວຂອງຜູ້ບໍລິໂພກ ແລະ ຄວາມນິຍົມສິນຄ້າມືສອງທີ່ມີຄຸນນະພາບດີ.
ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ບໍລິສັດ ສະໜາມບິນ ແລະ ບໍລິການການບິນ (ສີລັງກາ) ຈຳກັດ ໄດ້ຫ້າມຫຼິ້ນວ່າວໃກ້ກັບສະໜາມບິນສາກົນຫຼາຍແຫ່ງໃນສີລັງກາ ເນື່ອງຈາກເປັນຫ່ວງດ້ານຄວາມປອດໄພຂອງເຮືອບິນ ແລະ ຜູ້ໂດຍສານ.
ອິນໂດເນເຊຍ ອອກແບບອາຄານຕ້ານການສັ່ນສະເທືອນຈາກແຜ່ນດິນໄຫວ

ອິນໂດເນເຊຍ ອອກແບບອາຄານຕ້ານການສັ່ນສະເທືອນຈາກແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ທ່ານ ດະວິໂກຣິຕາ ກາຣນາວາຕີ ຜູ້ອໍານວຍການອົງການອຸຕຸນິຍົມວິທະຍາ, ສະພາບອາກາດ ແລະ ທໍລະນີສາດ ອິນໂດເນເຊຍ ກ່າວ ວ່າ, ອົງການໄດ້ເປີດເຜີຍການອອກແບບອາຄານທີ່ທົນທານຕໍ່ແຜ່ນດິນໄຫວຮູບແບບໃໝ່ ທີ່ສາມາດເປັນແບບຢ່າງໃນການຫຼຸດຜ່ອນຄວາມສ່ຽງທີ່ຈະເກີດແຜ່ນດິນໄຫວຂະໜາດໃຫຍ່ໃນອະນາຄົດ.
ຂະ​ໜາດ​ການ​ຄ້າ​ສິນ​ຄ້າ​​ຈີນຄອງ​ອັນ​ດັບ 1 ​ຂອງ​ໂລກ 8 ປີ​ລຽນ​ຕິດ

ຂະ​ໜາດ​ການ​ຄ້າ​ສິນ​ຄ້າ​​ຈີນຄອງ​ອັນ​ດັບ 1 ​ຂອງ​ໂລກ 8 ປີ​ລຽນ​ຕິດ

ຂ່າວສານຊີອາໄອລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ໃນ​ໄລ​ຍະຈັດຕັ້ງປະຕິບັດ “ແຜນພັດທະນາເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ​ 5 ປີ ຄັ້ງທີ 14 (2021-2025), ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ໃນ​ທ່າມ​ກາງ​ການ​ປ່ຽນ​ແປງ​ຂອງ​ໂລກ.
ຫວຽດ​ນາມ ສືບຕໍ່ປະກອບສ່ວນໃຫ້ແກ່ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ຫວຽດ​ນາມ ສືບຕໍ່ປະກອບສ່ວນໃຫ້ແກ່ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: 30 ປີແຫ່ງການຮ່ວມເດີນທາງພ້ອມກັບອາຊຽນ, ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນວຽກງານປັບປຸງຄວາມສາມັກຄີພາຍໃນກຸ່ມ, ສ້າງປະຊາຄົມອາຊຽນທີ່ໝັ້ນຄົງເຂັ້ມແຂງເທົ່ານັ້ນ ຫາກຍັງປະກອບສ່ວນຍົກສູງຖານະບົດບາດຂອງປະເທດໃນເວທີສາກົນ. ນີ້ແມ່ນການຢັ້ງຢືນຂອງບັນດານັກຊ່ຽວຊານ ອິນໂດເນເຊຍ ກ່ຽວກັບເສັ້ນທາງ 30 ປີແຫ່ງການທີ່ຫວຽດນາມເຂົ້າຮ່ວມອາຊຽນ.
ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ ຄັ້ງ​ທີ 6

ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ ຄັ້ງ​ທີ 6

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ດ້ວຍຫົວຂໍ້ “ປັນຍາຊົນໜຸ່ມຫວຽດນາມໃນທົ່ວໂລກປະກອບສ່ວນເຫື່ອແຮງພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”, ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນ200 ກວ່າທ່ານ ຊຶ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.
ສະຫະລັດ ອາເມຣິກາ ກຽມປັບຂຶ້ນຄ່າວີຊາ

ສະຫະລັດ ອາເມຣິກາ ກຽມປັບຂຶ້ນຄ່າວີຊາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ກໍລະກົດ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຫຼາຍແຫ່ງຂອງສະຫະລັດ ອາເມຣິກາ ລາຍງານວ່າ, ລັດຖະບານຂອງປະທານາທິບໍດີ ໂດໂນ ທຣໍາ ກຽມຈະປະກາດເກັບຄ່າທຳນຽມວີຊາເພີ່ມເຕີມໃນການຂໍວີຊາ ໂດຍເລີ່ມຕົ້ນ250 ໂດລາແລະ ອາດມີຜົນບັງຄັບໃຊ້ໃນປີງົບປະມານ 2025/2026 ຊຶ່ງຈະເລີ່ມໃນວັນທີ 1 ຕຸລາ 2025 ນີ້.
ໄຂ້ຫວັດສັດປີກລະບາດ ໃນແອັດສະປາຍ

ໄຂ້ຫວັດສັດປີກລະບາດ ໃນແອັດສະປາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ກໍລະກົດ ຜ່ານມາວ່າ: ການລະບາດຂອງພະຍາດໄຂ້ຫວັດສັດປີກ ຊະນິດ H5N1ໄດ້ເຮັດໃຫ້ໄກ່ງ່ວງຕາຍເກືອບໝົດຟາມໃນແຄວ້ນເອັກເຕຣມາດູຣາທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດແອັດສະປາຍ, ໂດຍມີໄກ່ງວງພຽງ 10 ໂຕເທົ່ານັ້ນທີ່ລອດຊີວິດ ແລະຖືກຂ້າເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງມາດຕະການຄວບຄຸມ.
ກຳ​ປູ​ເຈຍ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດຈັບ​ຜູ້​ຕ້ອງ​ຫາ 2.000 ກວ່າ​ຄົນ

ກຳ​ປູ​ເຈຍ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດຈັບ​ຜູ້​ຕ້ອງ​ຫາ 2.000 ກວ່າ​ຄົນ

ຂ່າວສານຊີອາໄອລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ໃນຕອນ​ຄ່ຳ​ວັນ​ທີ 18 ກໍ​ລະ​ກົດ​ຜ່ານມານີ້, ທ່ານ​ເນັດ ເພກ​ຕ​ຣາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ກຳ​ປູ​ເຈຍກ່າວ​ວ່າ: ຫວ່າງມໍ່ໆ​ມານີ້, ກຳ​ປູ​ເຈຍ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດ ໂດຍ​ໄດ້​ຈັບ​ຜູ້​ຕ້ອງ​ຫາທັງ​ໝົດ 2.270 ຄົນ.
ເພີ່ມເຕີມ