ການສຳຫຼວດໃນປີນີ້ໄດ້ປະຕິບັດເປັນເວລາ 6 ອາທິດ (ແຕ່ວັນທີ 5 ມັງກອນ ຫາ ວັນທີ 20 ກຸມພາ) ສໍາລັບນັກຊ່ຽວຊານ, ນັກຮຽນຮູ້, ວົງການວິສາຫະກິດ ແລະ ນັກວາງແຜນນະໂຍບາຍ 2,000 ກວ່າຄົນ ທີ່ມາຈາກ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້. ການສຳຫຼວດໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ພວມຮັກສາອັນດັບສູງໃນກຸ່ມບັນດາປະເທດທີ່ໄດ້ຮັບຄວາມນິຍົມສູງ ນັບທັງຄວາມຕ້ອງການທ່ອງທ່ຽວຕະຫຼອດຮອດການດຳລົງຊີວິດ, ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນຄວາມດຶງດູດ ແຂກທ່ອງທ່ຽວ ອາຊີຕາເວັນອອກສ່ຽງໃຕ້ນັບມື້ນັບເພີ່ມຂຶ້ນ.
ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ຮັບການຍົກຍ້ອງຈາກບັນດາອົງການຈັດຕັ້ງສາກົນ ແລະ ລາງວັນທ່ອງທ່ຽວຢ່າງລຽນຕິດ ຍ້ອນມີທັດສະນີຍະພາບທີ່ຫຼາກຫຼາຍ, ມໍລະດົກວັດທະນະທຳທີ່ອຸດົມສົມບູນ, ຄ່າໃຊ້ຈ່າຍໃນການທ່ອງທ່ຽວເໝາະສົມ ແລະ ລະບົບພື້ນຖານໂຄງລ່າງຮັບໃຊ້ແຂກທ່ອງທ່ຽວນັບມື້ນັບສົມບູນກວ່າເກົ່າ.
ຄໍາເຫັນ