ກ່າວຄຳເຫັນໃນກອງປະຊຸມ, ທ່ານນາງ ຖາຍທູເຊືອງ ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເນັ້ນໜັກວ່າ: 95 ຄອບຄົວທີ່ໄດ້ຮັບການຍ້ອງຍໍຊົມເຊີຍແມ່ນບັນດາແບບຢ່າງທີ່ດີເດັ່ນຕາງໜ້າໃຫ້ແກ່ຄອບຄົວສະມາຊິກໃນທົ່ວປະເທດນັບລ້ານ. ແຕ່ລະຄອບຄົວ ແມ່ນເລື່ອງລາວໜຶ່ງທີ່ຈົບງາມ, ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ກຳລັງແຮງແຫ່ງຄວາມຮັກແພງ, ການແບ່ງປັນ ແລະ ຄວາມຮັບຜິດຊອບລະຫວ່າງບັນດາສະມາຊິກ.
ທ່ານນາງ ຖາຍທູເຊືອງ ສະເໜີໃຫ້ກຳມະກອນທຸກຂັ້ນ ສືບຕໍ່ໃຫ້ຄວາມເອົາໃຈໃສ່ວຽກງານຄອບຄົວ, ເບິ່ງແຍງດູແລຊີວິດຂອງສະມາຊິກກຳມະບານ, ສ້າງສະພາບແວດລ້ອມເຮັດວຽກທີ່ມີຄວາມຍຸຕິທຳ, ປອດໄພ, ສ້າງເງື່ອນໄຂເພື່ອໃຫ້ແຮງງານຮັບປະກັນຄວາມດຸ່ນດ່ຽງລະຫວ່າງວຽກງານ ກັບ ຊີວິດ. ໃນກອງປະຊຸມ, ມີຫຼາຍຄອບຄົວດີເດັ່ນໄດ້ແລກປ່ຽນ, ແບ່ງປັນບັນດາເລື່ອງລາວທີ່ມີຄວາມໝາຍກ່ຽວກັບວິວັດທະນາການຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມກັນເສີມສ້າງໃຫ້ແກ່ຄອບຄົວ ແລະ ໃຫ້ການຮ່ວມມືໃນການອອກແຮງງານ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ