ສະພາເລືອກຕັ້ງແຫ່ງຊາດລາຍງານວ່າ: ຈຳນວນຜູ້ມີສິດໄປປ່ອນບັດເລືອກຕັ້ງທັງໝົດບັນລຸເກືອບ 72 ລ້ານຄົນ, ເທົ່າກັບ 99.7% ຊຶ່ງແມ່ນອັດຕາສ່ວນສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ. ໝາກຜົນດັ່ງກ່າວສະແດງໃຫ້ເຫັນສະຕິດ້ານການເມືອງ, ຈິດໃຈຄວາມຮັບຜິດຊອບ ແລະ ຄວາມເຫັນດີເຫັນພ້ອມສູງຂອງປະຊາຊົນຕໍ່ກັບເຫດການການເມືອງສຳຄັນຂອງປະເທດຊາດ.
ຂ່າວລະບຸວ່າ: ກ່ຽວກັບຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ທົ່ວປະເທດໄດ້ເລືອກຕັ້ງຜູ້ແທນຄົບ 500 ທ່ານຈາກຜູ້ສະໝັກຮັບເລືອກຕັ້ງ 863 ທ່ານ. ໃນນັ້ນ, ຜູ້ແທນໂດຍສູນກາງແນະນຳໄດ້ຮັບການເລືອກຕັ້ງ 214 ທ່ານ, ບັນລຸອັດຕາສ່ວນສູງທີ່ສຸດ. ຜູ້ທີ່ເຄີຍເປັນສະມາຊິກສະພາແຫ່ງຊາດລວມມີ 247 ທ່ານ. ພ້ອມກັນນັ້ນ, ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ 863 ທ່ານ, ອັດຕາສ່ວນຜູ້ມີລະດັບວິຊາສະເພາະຫຼັງມະຫາ (ສູງກວ່າປະລິນຍາຕີ) ກວມເອົາ 68.63%; ລະດັບມະຫາວິທະຍາໄລ (ປະລິນຍາຕີ) ກວມເອົາ 31.21%; ອັດຕາຜູ້ແທນຍິງບັນລຸປະມານ 30%, ສືບຕໍ່ຮັກສາຢູ່ລະດັບສູງ.
ສະພາເລືອກຕັ້ງແຫ່ງຊາດຕີລາຄາວ່າ: ການເລືອກຕັ້ງບັນລຸຜົນສໍາເລັດຢ່າງຈົບງາມ, ຮັບປະກັນລັກສະນະປະຊາທິປະໄຕ, ເປີດເຜີຍ, ກະຈ່າງແຈ້ງ, ຖືກຕ້ອງຕາມກົດໝາຍ ແລະ ມີຄວາມປອດໄພເປັນທີ່ສຸດ.
ຄໍາເຫັນ